ຊາວບ້ານ ແຂວງສາຣະວັນ ເສັຽຊີວີດ 9 ຄົນ ຍ້ອນໂຣຄ Anthrax
2009.08.18
ການຣະບາດ ຂອງໂຣຄດັ່ງກ່າວ ແມ່ນເກີດມາຈາກ ການກີນຊີ້ນສັດຕາຍ ເຊັ່ນ:ງົວ ຄວາຍ ຫລືຫມູ ທີ່ຕິດເຊື້ອ ເຫດການເກີດຂື້ນ ທີ່ບ້ານກະດັບ ຫວ່າງເດືອນ ມີນາ ຜ່ານມາ ຊາວບ້ານໄດ້ເອົາ ຊີ້ນງົວແລະຄວາຍ ທີ່ເຫງົາແລ້ວຕາຍ ມາກີນ ເຮັດໃຫ້ຄົນຕິດເຊື້ອ ໃນເວລານັ້ນ15ຄົນ ມີ2ຄົນ ເສັຽຊີວີດຍ້ອນ ໃນເວລາຕໍ່ມາ ຈາກອາການ ທ້ອງເບັ່ງ ແລະໄຂ້ຂື້ນສູງ.
ສ່ວນຢູ່ບ້ານຄຽງຕົ້ງນັ້ນ ເກີດຂື້ນໃນເດືອນ ກໍຣະກະດາ ທີ່ມີງົວຄວາຍຕາຍ ຍ້ອນໂຣຄ ANTHRAX ປະມານ6-7ໂຕ ຊາວບ້ານໄດ້ນຳ ເອົາຊີ້ນຈາກສັດ ທີ່ເສັຽຊີວີດ ນັ້ນມາກິນ ເຮັດໃຫ້ຄົນຕິດເຊື້ອ 29ຄົນແລະ ເສັຽຊີວີດຍ້ອນ5ຄົນ ສຳລັບທີ່ ບ້ານແບ່ງອຸດົມ ກໍ່ເກີດຂື້ນໃນ ລະຍະເວລາ ໄລ່ເລັຽກັນ ທີ່ເຮັດໃຫ້ຄົນ ເສັຽຊີວີດ2ຄົນ ແລະຕິດເຊື້ອ21ຄົນ.
ປັດຈຸບັນພແນກ ສາທາຣະນະສຸກ ແຂວງສາຣະວັນ ໄດ້ສົ່ງນາຍແພດ ແລະນັກວິຊາການ ດ້ານພຍາດຕິດຕໍ່ ລົງໄປສົມທົບ ກັບອຳນາດການ ປົກຄອງທອ້ງຖີ່ນ ເພື່ອເຝົ້າຣະວັງ ແລະຕ້ານການຣະບາດ ຂອງໂຣຄດັ່ງກ່າວ ຮ່ວມດ້ວຍການ ປະຊາສຳພັນ ຊາວບ້ານ ບໍ່ໃຫ້ກິນຊີ້ນສັດ ທີ່ໂຊແລ້ວ ເສັຽຊີວີດ ໃຫ້ເອົາໄປຝັງ ແລະ ຂ້າເຊື້ອໂຣຄ ໃນບໍຣິເວນ ອ້ອມແອ້ມ. ແຂວງສາຣະວັນ ປະຊາຊົນສ່ວນໃຫຍ່ ເປັນຊົນເຜົ່າ.