ປະເພນີດັ້ງເດີມ ຂັດຕໍ່ໂຄງການສຸຂພາບ
2010.09.01
ໂຄງການ ສຸຂພາບຕ່າງໆ ທັງຂອງ ເອກກະຊົນ ແລະ ຂອງຣັຖບານ ບໍ່ສາມາດ ເຂົ້າເຖິງ ປະຊາຊົນໄດ້ ເນື່ອງຈາກວ່າ ປະຊາຊົຍ ທີ່ຍຶດຖືກ ຮີດຄອງແບບເກົ່ານີ້ ຈະບໍ່ຍອມ ປະຕິບັດ ຕາມຄໍາແນະນໍາ ຂອງນັກວິຊາການ ທີ່ລົງໄປ ເຜີຍແພ່ ອະນາໄມ ທີ່ຖືກວິທີ. ເຈົ້າໜ້າທີ່ ຈາກອົງການ ເອກກະຊົນ ແຫ່ງນຶ່ງ ທີ່ນະຄອນ ຫລວງວຽງຈັນ ກ່າວວ່າ:
“ໂຄງການສຸຂພາບ ຈະເຣີນພັນ ເວົ້າເຣື້ອງ ຄຸມກໍາເນີດ ກໍຍັງຖື ຮີດຄອງເກົ່າ ເກີດຢູ່ເຮືອນ ກໍຢ້ານວ່າ ຜິດຜີເພິ່ນ ບໍ່ໃຫ້ເກີດ ຢູ່ໃນເຮືອນ ເຮົາກໍຕ້ອງ ໃຫ້ຂະເຈົ້າ ເຫັນຄວາມສໍາຄັນ ເພາະວ່າ ຜິດພາດ ເກີດມີບັນຫາ ເຂົາອາດ ຈະເສັຍຊີວິດ ຕາຍທັງແມ່ ແລະ ເດັກ.”
ນອກຈາກບັນຫາ ຍຶດຖືຮີດຄອງ ຂອງປະຊາຊົນແລ້ວ, ເຈົ້າໜ້າທີ່ ຍັງກ່າວອີກວ່າ ການລົງພື້ນທີ່ ເພື່ອເຂົ້າຫາ ປະຊາຊົນ ໃນການໃຫ້ ຄວາມຮູ້ນັ້ນ ບາງເທື່ອ ຂະເຈົ້າ ກໍຍັງບໍ່ທັນ ຮັບຮູ້ ເທົ່າໃດ ແລະ ບາງເທື່ອ ກໍບໍ່ເຂົ້າໃຈ ຍ້ອນວ່າ ບັນຫາ ເຣື້ອງການສຶກສາ ຂອງປະຊາຊົນ ທີ່ຍັງມີໜ້ອຍ, ບັນຫາເຣື້ອງ ເວລາ ຂະເຈົ້າ ຕ້ອງເຮັດໄຮ່ ເຮັດນາ ແລະ ບໍ່ສະຣະເວລາ ໄປຟັງ ການອົບຮົມ ຂອງນັກວິຊາການ ແລະ ໃນເຣື້ອງ ຂອງເສັ້ນທາງ ທີ່ເປັນບັນຫາ ໜັກທີ່ສຸດ ໃນຊ່ວງໜ້າຝົນ.
ສໍາລັບ ເປົ້າໝາຍ ຂອງໂຄງການ ພັທນາສຸຂພາບ ແລະ ອະນາໄມ ຂອງປະຊາຊົນນີ້ ຈະເປັນໄປ ຕາມຮູບແບບ ຂອງໂຄງການຕ່າງໆ ທີ່ເຂົ້າໄປ, ໂດຍສ່ວນຫລາຍແລ້ວ, ຈະມຸ້ງເນັ້ນໃສ່ ເຣື່ອງການໃຫ້ ປະຊາຊົນ ໄດ້ເຂົ້າໃຈ ຢ່າງແທ້ຈິງ ແລະ ສາມາດ ນໍາມາປະຕິບັດ ໃນຊີວິດໄດ້:
“ແລ້ວແຕ່ໂຄງການ ສ່ວນຫລາຍ ແມ່ນເຮົາສ້າງ ຄວາມສາມາດ ໃຫ້ຂະເຈົ້າ ໃນການຄິດແນວໃດ ໃຫ້ຂະເຈົ້າ ເຂົ້າເຖິງ ການບໍຣິການ ດ້ານສຸຂພາບ ໃຫ້ຂະເຈົ້າ ເຂົ້າໃຈ ຄວາມສໍາຄັນ ແລ ະໃຫ້ຂະເຈົ້າ ຣູ້ວ່າ ສິດຂະເຈົ້າ ກໍສາມາດ ເຂົ້າເຖິງໄດ້.”
ສໍາລັບ ໂຄງການ ເອກກະຊົນ ທີ່ຈັດຕັ້ງ ໂຄງການ ເພື່ອການພທັນາ ຕ່າງໆນັ້ນ ສ່ວນຫລາຍແລ້ວ ຈະມຸ້ງໄປຍັງແຂວງ ແລະ ເຂດຫ່າງໄກ ສອກຫລີກ ໃນທາງພາກໃຕ້ ແລະ ພາກເໜືອ ເພາະວ່າ ແຂວງເຫລົ່ານັ້ນ ສ່ວນຫລາຍ ແລ້ວ ຍັງບໍ່ທັນ ມີເສັ້ນທາງ ໄປຮອດໄປເຖິງ ແລະ ຍັງບໍ່ທັນໄດ້ ຮັບການພັທນາ, ຊຶ່ງສົ່ງຜົນ ໃຫ້ການພັທນາຕ່າງໆ ຍັງເຂົ້າໄປ ບໍ່ເຖິງ ປະຊາຊົນ ທີ່ມີສິດ ຄວນຈະໄດ້ຮັບ.