ບັນຫາການ ປິ່ນປົວ ຮັກສາສຸຂພາບ ຂອງຊົນເຜົ່າ ໃນແຂວງເຊກອງ
2009.08.25
ປະຊາຊົນ ຊົນເຜົ່າ ຢູ່ໃນເຂດເມືອງກະລຶມ ແລະເມືອງດັກຈຶງ ແຂວງເຊກອງ ແມ່ນເຣື້ອງພຍາດ ຍ້ອນວ່າ ໝູ່ບ້ານຢູ່ຫ່າງໄກ ບໍ່ມີຖນົນຫົນທາງ ເຂົ້າໄປເຖິງ ແລະບໍ່ມີ ສາທາຣະນະສຸກ.
ບັນຫານີ້ ທາງແຂວງບໍ່ສາມາດ ແກ້ໄຂໄດ້ ດັ່ງເຈົ້າໜ້າທີ່ ປະສານງານໂຄງການ ຕ້ານໄພອາຫິວາ ປະຈໍາແຂວງໄດ້ກ່າວ:
"ເຣື້ອງບັນຫາທີ່ສຸດ ຂອງເຂົາແມ່ນພຍາດ ເພາະວ່າເຂົາຢູ່ໄກ ໂຕເມືອງ ບໍ່ມີທາງຣົຖ ພຍາດສ່ວນໃຫ່ຽ ເປັນພຍາດຖອກທ້ອງ ພຍາດໄຂ້ຍຸງ ຢູ່ທາງຊາຍແດນ ວຽດນາມ ທາງເມືອງກະລຶມ ທາງເມືອງດັກຈຶງ."
ທ່ານວ່າ ການເດີນທາງຈາກ ເມືອງກະລຶມ ແລະເມືອງດັກຈຶງ ເພື່ອໄປສຸຂສາລາ ໃນໂຕເມືອງ ຕ້ອງໃຊ້ເວລາ ປະມານ2-3ວັນ. ປະຊາຊົນຢູ່ ໃນເຂດສອງເມືອງນີ້ ຂາດອະນາມັຍ. ປະຊາຊົນ ປະມານ50-60% ທີ່ເປັນພຍາດນັ້ນ ສ່ວນຫລາຍເປັນເດັກນ້ອຍ ແລະຜູ້ສູງອາຍຸ ຍ້ອນວ່າພູມຕ້ານທານ ບໍ່ແຂງແຮງພໍ. ການແກ້ໄຂ ບັນຫາ ທີ່ກ່າວມານີ້ ທ່ານວ່າ ເປັນເຣື້ອງທີ່ຫຍູ້ງຍາກ ເພາະວ່າ ເຂດສອງຕົວເມືອງນີ້ ບໍ່ມີການ ພັທນາເລີຽ:
"ກໍແກ້ໄດ້ສ່ວນໃດ ສ່ວນນຶ່ງ ຈະໃຫ້ມັນໄດ້ໝົດ ມັນກໍບໍ່ໝົດ ຖ້າຫາກວ່າເສັ້ນ ທາງໄປບໍ່ຮອດ ໄຟຟ້າບໍ່ຮອດ ບ່ອນທີ່ຍັງ ທຸກຍາກຢູ່ ມັນກໍແກ້ໄຂບັນຫາ ໂຕນີ້ກໍຍາກ."
ທ່ານຍັງໄດ້ ອະທິບາຍ ຕື່ມວ່າ ປັດຈຸບັນນີ້ ພຍາດ ທີ່ປະຊາຊົນ ໃນເຂດນັ້ນມັກ ເປັນຫລາຍທີ່ສຸດ ແມ່ນພຍາດໄຂ້ຍຸງ ເນື່ອງຈາກວ່າ ມີຝົນຕົກທຸກວັນ ບໍຣິເວນນໍ້າຂັງ ກໍຫລາຍ ທັງບໍ່ມີການ ອະນາມັຍສຖານທີ່ ເຮັດໃຫ້ ປະຊາຊົນ ໃນສອງໂຕເມືອງນີ້ ເປັນພຍາດໄຂ້ຍຸງ ຫລາຍທີ່ສຸດ.