ໄຂ້ຍຸງ ອາດຣະບາດ ໃນຊ່ວງ ຣະດູຝົນ

ສູນໄຂ້ຍຸງ ກະຊວງ ສາທາຣະນະສຸກ ຂອງລາວ ສະແດງ ຄວາມເປັນຫ່ວງ ເລື່ອງພະຍາດໄຂ້ malaria ຊຶ່ງອາດ ຣະບາດໄດ້ ໃນຊ່ວງຣະດູຝົນ.
ມະນີຈັນ ຣາຍງານ
2008.07.17

ສູນ​ໄຂ້​ຍູງ ກະຊວງ​ ສາທາຣະນະ​ສຸກ ຂອງ​ລາວ ສະ​ແດງ​ ຄວາມ​ເປັນ​ຫ່ວງ ​ກ່ຽວກັບ ພະຍາດ​ ໄຂ້ປ່າ malaria ຊຶ່ງ​ມັກ​ ຣະບາດ ​​ໄດ້ງ່າຍ ​ໃນ​ຊ່ວງຣະດູ​ຝົນ ​ໂດຍ​ເຕືອນໃຫ້​ປະຊາຊົນລາວ ​ທີ່ຢູ່​ຕາມ​ເຂດ ພູຜາ-​ເຂດ​ຊົນນະບົດ ຫ່າງ​ໄກ ຣະມັດຣະວັງ ​ໃຫ້​ຫລາຍ ​ເປັນ​ພິ​ເສດ ​ເລື່ອງ​ການ​ຮັກສາ ​ອະນາ​ໄມ ​ເບິ່ງ​ແຍຕົນ​ເອງ -ຕາມ​ຄໍາ​ເວົ້າ ​ຂອງ Dr. ສໍາຣານ ພົມ​ສິດາ ຜູ້​ອໍານວຍ​ການ ​ສູນ​ໄຂ້ຍຸງ ​ໃນ​ນະຄອນຫລວງ​ວຽງຈັນ. 

ທ່ານ​ກ່າວ ​ໃນ​ຕອນ​ນຶ່ງ​ວ່າ:

“ຂ້າພະ​ເຈົ້າ ຢາກ​ຂໍ​ຂ່າວ ​ໃຫ້​ປະຊາຊົນ​ ​ໄດ້​ຮູ້​ນໍາ ​ວ່າ ຖ້າ​ສົງ​ໃສ​ວ່າ ​ເປັນ​ພະຍາດ ​ມາ​​ເລ​ເຣັຽ ຫລື​ບໍ່ ມີ​ອາການ​ ໄຂ້​ເຈັບຫົວ ສັ່ນ ​ຫລື ວ່າ ໜາວ ຂໍ​ໃຫ້​ໄປຫາ ​ແພດ ​ໃຫ້​ໄວໆ.”

ໄຂ້ປ່າ malaria ​ເປັນ​​ໂຣກ ທີ່​ພົບ​ຫລາຍ ​ໃນ​ເຂດ​ຫ່າງ​ໄກ ສອກຫລີກ-ຕາມ​ພູດ​ອຍ -ປະຊາຊົນ​ ມີ​ຄວາມ​ຮູ້ ​ຄວາມ​ເຂົ້າ​ໃຈ ​ເລື່ອງ​ສຸ​ຂອະນາ​ໄມ ຕໍ່າ ຫລື​ວ່າ ບໍ່​ເອົາ​ໃຈ​ໃສ່​ເລີຍ  ​ເຖິງ​ແມ່ນ​ວ່າ​ ທາງ​ສາທາຣະນະ​ສຸກ ຈະ​ໄດ້​ເອົາ​ໃຈ​ໃສ່ ລົງ​ຂົນຂວາຍ​ ໃຫ້​ຄວາມ​ຮູ້ ບໍ່​ໄດ້​ຂາດ ​ແຕ່​ກໍ​ບໍ່​ໄດ້ຜົນ​ ເທົ່າ​ທີ່​ຄວນ. 

​ແຕ່​ເຖິງ​ແນວ​ໃດ ທາງ​ການ​ ກ່ຽວຂ້ອງ ກໍ​ຮຽກຮ້ອງ ​ໃຫ້​ປະຊາຊົນ​ລາວ ບໍ່​ວ່າ​ ຈະ​ຢູ່​ໃນ​ເຂດ​ຫ່າງ​ໄກ ຫລື ​ຕາມ​ຕົວ​ເມືອງ ​ພະຍາຍາມ ບໍ່​ໃຫ້​ຍຸງ​ກັດ, ຮັກສາ​ ເຂດ​ບໍຣິ​ເວນ ​ບ້ານ​ເຮືອນ ​ໃຫ້​ສະອາດ ບໍ່​ໃຫ້​ມີ ນໍ້າ​ຂັງ ​ເພື່ອ​ວ່າ ​ຈະ​ບໍ່​ເປັນ ​ບ່ອນ​ທີ່​ຍຸງ ຈະ​ວາງ​ໄຂ່ ​ໃສ່​ໄດ້.

ເປັນ​ທີ່​ ຊາບ​ກັນ​ ໂດຍ​ທົ່ວ​ໄປ ​​​ວ່າ ​ໂດຍ​ສະ​ເພາະ ​ທາງ​ແຂວງ​ພາກ​​ໃຕ້ ຂອງ​ລາວ ເປັນ​ເຂດທີ່​ມີ​ຊົນ​ເຜົ່າ ທໍາ​ມາ​ຫາ​ກິນ ​ດ້ວຍ​ການ​ເຮັດ​ໄຮ່ ຢູ່​ຕາມ​ປ່າ ທີ່​ຫ່າງ​ໄກ ​ຈາກ​ຕົວ​ເມືອງ ມັກ​ປະ​ເຊີນ​ກັບ​ບັນຫາ ຕິດ​ເຊື້ອ​ໄຂ້ປ່າ malaria ​ແລະ ​ເສັຽຊີວິດ​ໄປ ຈໍານວນ​ບໍ່ໜ້ອຍ ​ໃນ​ແຕ່ລະ​ປີ.

Dr. ສໍາຣານ ກ່າວ​ກ່ຽວກັບ ​ເລື່ອງ​ນີ້​ວ່າ:

ຢູ່​ທາງ​ເຂດ​ໄຕ້ ຈະ​ມີ​ຫລາຍ​ກວ່າ ຢູ່​ໃນ​ເຂດ​ແຂວງ​ສາຣະວັນ ​ເຊ​ກອງ ອັດ​ຕະປື ສະຫວັນ​ນະ​ເຂດ ນີ້​ແມ່ນ​ ສ່ວນ​ຫລາຍ ຈະ​ເປັນ​ຊົນ​ເຜົ່າ​ ທໍາ​ມາ​ຫາ​ກິນ ຕາມ​ປ່າ ​ທີ່​ຫ່າງ​ໄກ ​ຈາກ​ຕົວ​ເມືອງ.”

ແລະ​ວ່າ ຜູ້​ທີ່​ ໄດ້​ຮັບ​ເຊື້ອ​ໄຂ້ປ່າ malaria ປະມານ​ນຶ່ງ ​ຫາ ສອງ​ສັປດາ ກໍ​ຈະ​ມີ​ ອາການ​ ຄ້າຍ​ກັບ​ ເປັນຫວັດ ມີ​ໄຂ້​-ຕົວຮ້ອນ ​ເຈັບຫົວ ປວດ​-ເມື່ອຍ-ຕາມ​ຕົວ ອາດ​ມີ​ອາການ ​ປວດຮາກ ​ເບື່ອ​ອາຫານ ​ໄຂ້​ສັ່ນ-ໜາວສັ່ນ-​ໄຂ້​ຂຶ້ນ​ສູງ-ມີ​ເຮື່ອ​ ອອກ​ຕາມ​ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.