ກຸ່ມສາວລາວທີ່ຂາຍບໍຣີການ ທາງເພດປະເຊີນກັບບັນຫາເຊື້ອໂຣຄຕິດຕໍ່
2009.01.14
ບັນຫາແຮງງານ ຜູ້ຍີງຕ່າງດ້າວ ທີ່ປະເທດໄທ ໂດຍສເພາະ ຜູ້ຍີງລາວທີ່ເຂົ້າມາ ຂາຍບໍຣີການທາງເພດ ໃນເຂດພາກອີ່ສານຂອງໄທ ເຈົ້າຫນ້າທີ່ສົ່ງເສີມ ສຸຂພາບແຮງງານຕ່າງດ້າວ ຂອງໄທເວົ້າວ່າ ມີແນວໂນ້ມທີ່ຈະ ຕິດໂຣຄຕິດຕໍ່ທາງ ເພດສຳພັນຫລາຍຂື້ນ ເພາະກຸ່ມດັ່ງກ່າວ ຂາດຄວາມຮູ້ແລະ ຄວາມເຂົ້າໃຈ ໃນບັນຫານີ້ ຊື່ງບາງກໍຣະນີ ກໍ່ປ່ອຍປະລະເລີຍ ໃນການໃຊ້ຖົງ ຢາງອານາມັຍ ໃນການຮ່ວມເພດ ສຳພັນດັ່ງທ່ານ ທະນະຍົດ ພຣົມດາວ ຜູ້ປະສານງານໂຄງການ ສົ່ງເສີມສຸຂພາບ ກຸ່ມແຮງງານຂ້າມຊາດ ປະຈຳມຸນນິທິ ຣັກໄທໃຫ້ການ ທ່ານວ່າຖ້າເວົ້າເຖີງ ສຖານະການທີ່ ເຮົາເຫັນໃນພື້ນທີ່ ພາກອີ່ສານບາງແຂວງ ພົບວ່າສາວລາວທີ່ ຂາຍບໍຣີການທາງເພດ ແບບເປີດເຜີຍແລະ ແບບແອບແຝງມີການ ຕິດເຊື້ອທາງເພດສຳພັນ ສູງຂື້ນຊື່ງເຮື້ອງນີ້ຊີ້ໃຫ້ ເຫັນເຖີງພືດຕິກຳການ ໃຊ້ຖົງຢາງອານາມັຍ ທີ່ຈຳເປັນຕອ້ງມີການ ທົບທວນທີ່ຈະ ກະຕຸ້ນຊຸກຍູ້ ໃຫ້ກຸ່ມສາວລາວຫລື ແຂກທີ່ມາທ່ຽວພາ ກັນຕື່ນຕົວຫລາຍຂື້ນ.ໂຣຄຕິດຕໍ່ທາງເພດ ສຳພັນທີ່ພົບເຫັນ ໃນກຸ່ມຜູ້ຍີງທີ່ ຂາຍບໍຣີການ ທາງເພດສ່ວນ ໃຫຍ່ຈະແມ່ນໂຣຄ ຊີຟີລີສຫນອງໃນ ໂຣຄ virus ອັກເສບ ຮ່ວມໄປເຖີງໂຣຄ Hiv/Aids ເປັນຕົ້ນ. ໂຣຄດັ່ງກ່າວບາງ ຊນີດອາດຈະ ປີ່ນປົວໄດ້ແຕ່ Hiv/Aids ນັ້ນ ບໍ່ສາມາດປີ່ນປົວໄດ້, ການປະຊາສຳພັນ ໃຫ້ຄວາມຮູ້ແລະ ຄວາມເຂົ້າໃຈໃນບັນຫາ ດັ່ງກ່າວແກ່ຜູ້ຍີງ ບໍຣີການເປັນສີ່ງ ສຳຄັນໃນ ການແກ້ໃຂບັນ ຫາ ນີ້ ນອກຈາກນັ້ນ ຄວາມຮ່ວມມືຈາກ ຜູ້ປະກອບການໄທ ກໍ່ມີສ່ວນສຳຄັນ ທີ່ຈະບັງຄັບໃຫ້ ການຂາຍບໍຣີການ ທາງເພດ ຕ້ອງມີ ການໃຊ້ ຖົງຢາງ ອານາມັຍຢ່າງຄັກແນ່. ບໍ່ແມ່ນຈະປ່ອຍ ຕາມຄວາມຕ້ອງການ ຂອງລູກຄ້າແລະຜູ້ຍີງ ບໍຣີການໂດຍທົ່ວໄປ. ໃນແຕ່ລະປີ ມີຜູ້ຍີງລາວ ທີ່ຖືກຫລອກລວງ ມາຂາຍບໍຣີການ ທາງເພດໃນໄທ ເປັນຈຳນວນຫລວງຫລາຍ ບາງລາຍກໍ່ຕິດເຊື້ອ hiv ໂດຍທີ່ບໍ່ຮູ້ຕົວ ເມຶ່ອກັບບ້ານກໍ່ ຈະນຳເຊື້ອ HIV ໄປລາວແລະກໍ່ແຜ່ ຂຍາຍທີ່ນັ້ນຫລາຍຂື້ນ