ຊາວແຂວງເຊກອງ ທີ່ຫ່າງໃກ ໂຮງພຍາບານ
2009.02.13
ນາຍແພດ ທ່ານນື່ງຈາກອົງການ ອາມັຍໂລກ ທີ່ນະຄອນຫລວງວຽງຈັນ ໃຫ້ການວ່າຊາວບ້ານ ໃນເຂດທີ່ຫ່າງໃກ ສອກຫລີກທີ່ແຂວງເຊກອງ ສ່ວນຫລາຍ ບໍ່ເຄີຍມາໂຮງພຍາບານ ໃນເມືອງເລີຍ ເພາະການເດີນທາງ ລຳບາກບາງແຫ່ງບໍ່ມີ ຮອດຖນົນແລະ ກໍ່ເປັນບັນຫາ ໃນການບໍຣີການ ທາງດ້ານສາທາຣະນະ ໃນເຂດທີ່ທຸກ ຈົນສອກຫລີກ ໃນສປປລາວ ດັ່ງທ່ານກ່າວ ໃນຕອນນື່ງວ່າ-
ບາງຄົນບໍ່ເຄີຍ ມາໂຣງຫມໍເລີຍ ໂຣງພຍາບານເມືອງ ບໍ່ເຄີຍເຫັນເລີຍ ໂຣງພຍາບານ ແຂວງຍີ່ງໄກ ເພາະອີ່ຫຍັງ ເພາະວ່າຖນົນຫົນ ທາງມັນຍຸ້ງຍາກ.
ທ່ານວ່າ ບັນຫາການບໍຣີການ ດ້ານສາທາຣະນະ ທີ່ແຂວງເຊກອງໃນເວລານີ້ ນອກຈາກການເດີນ ທາງລຳບາກແລ້ວ ທາງການແຂວງກໍ່ຍັງ ຂາດເຂີນຫລາຍຢ່າງ ເຊັ່ນຂາດນາຍຫມໍ ຂາດຢຸກຢາທີ່ຈະມາ ປີ່ນປົວປະຊາຊົນ ແລະຂາດອຸປະກອນ ການແພດ. ຖນົນຫົນທາງແລະ ການຄົມມະນາຄົມ ເຊື່ອມໂຍງເປັນທີ່ສຳຄັນ
ໃນການບໍຣີການ ດ້ານສາທາຣະນະສຸກ ທ່ານກ່າວກ່ຽວກັບໂຣຄ ຕ່າງໆທີ່ພົບເຫັນ ກັບປະຊາຊົນ ທີ່ແຂວງເຊກອງວ່າ----
ໂຣຄຂອງຄົນຈົນ ກໍ່ແມ່ນໃຂ້ຍຸງ ໄຂ້ມາລາເລັຽຖອກທ້ອງ ຄັນເປັນເລັກນ້ອຍ ກໍ່ເຈັບປອດ ມັນກໍ່ມີພຍາດ ຄົນຈົນຄືກັນ ສ່ວນໃຫຍ່ມັນມີ ພຍາດມາເລັງທີ່ຕັບ ເຂົາຄົ້ນຄົ້ວແລ້ວ ສາເຫດກໍ່ແມ່ນ ກີນເຫລົ້າຫລາຍ.
ເຖີງຢ່າງໃດກໍ່ຕາມ ທາງການແຂວງແລະ ຫ້ອງການອານາມັຍໂລກ ກໍ່ພຍາຍາມສົ່ງ ນາຍແພດອາສາແລະ ນາງພຍາບານຊັ້ນຕົ້ນ ອອກໄປປະຕິບັດ ຫນ້າທີ່ຕາມເຂດ ຊົນນະບົດຢູ່ ແຕ່ກໍ່ບໍ່ທົ່ວເຖີງ ເພາະບາງແຫ່ງບໍ່ມີ ຮອດຖນົນທີ່ຈະເດີນ ທາງເຂົ້າໄປບໍຣີການ, ຈື່ງເປັນການຍາກ ທີ່ປະຊາຊົນຈະໄດ້ ຮັບການບໍຣີການ ໄດ້ຢ່າງທົ່ວເຖີງ.