ເດັກນ້ອຍຂາດ ສາຣອາຫານ

ບັນຫາ ການຂາດ ສານອາຫານ ຊຶ່ງ ຈະສົ່ງຜົນ ຕໍ່ການເຕີບໂຕ ຂອງ ພວກເດັກນ້ອຍ ໃນເຂດ ຊົນນະບົດ.
ໂພໄຊສວັດ
2009.01.13

ບັນຫາ ການຂາດ ສານອາຫານ ຊຶ່ງ ຈະສົ່ງຜົນ ຕໍ່ການເຕີບໂຕ ຂອງ ພວກເດັກນ້ອຍ ໃນເຂດ ຊົນນະບົດ.

ເດັກນ້ອຍ ຢູ່ເຂດ ຊົນນະບົດ ແຂວງ ອັດຕະປື ມີບັນຫາ ຂາດສານອາຫານ ຊຶ່ງສົ່ງຜົນ ຕໍ່ການເຕີບໂຕ ຂອງ ພວກຂະເຈົ້າ. ບັນຫາ ອັນສໍາຄັນ ອັນນຶ່ງ ຂອງ ແຂວງ ອັດຕະປື ກ່ຽວກັບ ເດັກນ້ອຍ ທີ່ຢູ່ໃນເຂດ ຊົນນະບົດ ໃນ ປັດຈຸບັນ ແມ່ນການ ຂາດສານອາຫານ ຫລື ບໍ່ມີອາຫານ ທີ່ມີເຊື້ອ ອາຫານຄົບ ຊຶ່ງຈະສົ່ງຜົນ ຕໍ່ການຈະເຣີນ ເຕີບໂຕ ຂອງຮ່າງກາຍ ແລະ ສະຕິປັນຍາ ຂອງ ພວກຂະເຈົ້າ ຫລາຍພໍສົມຄວນ ດັ່ງ ດຣ ບຸນເຕັນ ສັງສົມສັກ ຫົວໜ້າ ຜແນກ ສາທາຣະນະສຸຂ ປະຈໍາ ແຂວງ ຊີ້ແຈງ ໃນຕອນນຶ່ງວ່າ:

"ເຣື້ອງໂພສະນາ ການກໍຖືວ່າ ຍັງຂາດຫລາຍ ໂດຍສະເພາະ ຢູ່ໃນເຂດ ຊົນນະບົດ ມັນບໍ່ມີ ອາຫານ ການກິນ ເຂົາກໍກິນ ຕາມສິ່ງທີ່ເຂົາມີ ບາດນີ້ສິ່ງ ທີ່ເຂົາມີ ອາຫານ 5 ໝູ່ ມັນກໍບໍ່ເຖິງດອກ ເຮົາມາເບິ່ງ ວ່າເດັກນ້ອຍ ຢູ່ຊົນນະບົດ ອາຍຸຫລາຍ ແຕ່ບໍ່ໃຫຍ່".

ດຣ ບຸນເຕັນ ໄດ້ເວົ້າຕື່ມວ່າ ປະຊາຊົນ ທີ່ຢູ່ໃນເຂດ ຊົນນະບົດ ລະດັບ ການສຶກສາ ແລະ ສິ່ງແວດລ້ອມ ກໍບໍ່ເອື້ອອໍານວຍ ຄວາມຮູ້ດ້ານ ອາຫານ ກໍບໍ່ມີ ຈຶ່ງບໍ່ສາມາດ ຈັດຫາອາຫານ ຕ່າງໆ ທີ່ຄົບ 5 ໝວດໝູ່ ແກ່ລູກຫລານ ຂອງ ຂະເຈົ້າໃຫ້ ຖືກຕ້ອງໄດ້ ແລະ ບາງຄອບຄົວ ກໍເຖິງຂັ້ນ ອຶດຢາກ ດັ່ງນັ້ນ ເດັກນ້ອຍ ໃນເຂດດັ່ງກ່າວ ຈຶ່ງມີການພັທນາ ທາງດ້ານ ຮ່າງກາຍ ແລະ ສະຕິປັນຍາ ທີ່ຊ້າກວ່າ ເດັກນ້ອຍ ໃນເຂດໂຕເມືອງ ທີ່ມີ ອາຫານກິນ ທີ່ອຸດົມ ສົມບູນກວ່າ.

ເຖິງຢ່າງໃດ ກໍຕາມ ດຣ ບຸນເຕັມ ເວົ້າວ່າ ທີ່ຜ່ານມາ ທາງການ ກໍໄດ້ ພຍາຍາມ ຊ່ອຍເຫລືອ ໂດຍການຊຸກ ຍູ້ໃຫ້ພໍ່ແມ່ ຜູ້ປົກຄອງ ໃນເຂດດັ່ງກ່າວ ຈັດຫາອາຫານ ການກິນ ແລະ ລ້ຽງດູລູກ ຂອງຂະເຈົ້າ ໃຫ້ຖືກຕ້ອງ ແຕ່ຍ້ອນທຶນ ຮອນຈໍາກັດ ການຊ່ອຍເຫລືອ ຈຶ່ງບໍ່ທົ່ວເຖິງ ເທົ້າທີ່ຄວນ. ທາງການ ເຫັນວ່າ ບັນຫາ ການຂາດ ສານອາຫານ ຂອງເດັກນ້ອຍ ນີ້ສໍາຄັນ ແລະ ຄວນຈະໄດ້ ຮັບການຊ່ອຍເຫືລອ ຢ່າງຮີບດ່ວນ ຊຶ່ງທາງການ ຈະພຍາຍາມ ເອົາໃຈໃສ່ ໃຫ້ຫລຸດຜ່ອນ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.