ກະເທີຍຜູ້ຊາຍ ທີ່ຕິດເຊື້ອເອດສ ຂາດການປິ່ນປົວ
2010.05.18
ລາຍງານຈາກ ຫ້ອງການພັທນາ ອົງການ ສະຫະປະຊາຊາດ ຫລື UNDP ໃນມື້ວັນຈັນນີ້ວ່າ ກຸ່ມຜູ້ຊາຍກະເທີຍ ກວ່າ 90% ທີ່ຕິດເຊື້ອ HIV ໃນເຂດເອເຊັຽ ປາຊີຟີກ ບໍ່ສາມາດເຂົ້າ ເຖິງການບໍຣິການ ເພື່ອຮັກສາໂຣຄ Hiv ໄດ້ໃນຂນະທີ່ ໂຣຄດັ່ງກ່າວ ກຳລັງຂຍາຍ ຕົວຂື້ນເຖິງ ຣະດັບເຕືອນພັຍ ຢ່າງຫນ້າເປັນຫວ່ງ ໃນເວລານີ້.
ການສຳຣວດຂອງ ອົງການພັທນາ ສະຫະປະຊາຊາດ ຫລື UNDP ຣະບຸວ່າ ກົດຫມາຍການ ດູຖູກດູຫມິ່ນ ຕໍ່ບຸກຄົນກຸ່ມນີ້ ໃນບັນດາປະເທດ ໃນເຂດເອເຊັຽ ປາຊີຟີກ ເຮັດໃຫ້ສະຖານະການ ຮ້າຍແຮງລົງກວ່າເກົ່າ ເຖິງຂັ້ນມີການ ທຳຮ້າຍຮ່າງກາຍ ແລະການລ່ວງລະເມີດ ສິດທິມະນຸດ ປະເພດຕ່າງໆ ກັບຄົນກຸ່ມນີ້.
ລາຍງານວ່າ ຖ້າກຸ່ມປະເທດ ເຫລົ່ານັ້ນບໍ່ແກ້ໄຂ ຂອບເຂດຂອງກົດຫມາຍ ການປະຕິບັດ ຕໍ່ກຸ່ມຄົນຕິດເຊື້ອ ທີ່ຢູ່ໃນຂັ້ນ ອັນຕຣາຍຢູ່ແລ້ວ ການແພ່ລາມ ເຊື້ອໂຣຄແຮງ ຈະເພີ້ມຄວາມ ຮຸນແຮງຂຶ້ນກວ່າເກົ່າ ເພາະກຸ່ມດ່ັງກ່າວ ບໍ່ສາມາດເປີດເຜີຍ ໂຕເອງໃນສັງຄົມ ເພື່ອການປີ່ນປົວໄດ້ ອິງຕາມບົດລາຍງານ ຮ່ວມ ຣະຫວ່າງອົງການ ສະຫະປະຊາຊາດ ກັບອົງການຄວາມ ຮ່ວມມືເອເຊັຽ ປາຊີຟີກກ່ຽວກັບ ສຸຂພາບ ການຮ່ວມເພດສຳພັນ ສຳລັບຜູ້ຊາຍ.
ການແພ່ລາມຂອງເຊື້ອ HIv ທີ່ເກີດຈາກການ ຮ່ວມເພດສຳພັນ ຣະຫວ່າງ ຜູ້ຊາຍກັບຜູ້ຊາຍ ຫລືກຸ່ມປ່ຽນເພດ ໃນຈຳນວນປະຊາກອນ ໃນເຂດ ເອເຊັຽປາຊີຟີກ ໄດ້ເຖິງຂັ້ນເຕືອນ ພັຍແລ້ວ. ກຸ່ມທີ່ມີຄວາມ ສ່ຽງສູງ ກໍ່ແມ່ນກຸ່ມກະເທີຍ ກຸ່ມສອງເພດ ກຸ່ມດ່ັງກ່າວ ມີອັຕຣາການຕິດເຊື້ອ ຣະຫວ່າງ 10-30% ໃນຈຳນວນຜູ້ ຕິດເຊຶ້ອ ໃຫມ່ ໃນເຂດປະເທດ ເອເຊັຽ ອິງຕາມລາຍງານ.