ຍິງຖືພາ ອາຈບໍ່ໄດ້ ຈ່າຍຄ່າທຳຄອດ

ຣັຖບານລາວ ອາຈມີ ນໂຍບາຍ ໃຫແມຍີງ ຖືພາມານ ໄດຮັບການ ບໍຣິການ ຈາກໂຮງໝໍ ໂດຍບຕອງ ເສັຽເງິນ.
ມະນີຈັນ
2009.03.20

ການເສັຽຊີວິດ ຂອງແມ່ຍິງແລະ ເດັກນ້ອຍ ໃນອັຕຣາທີ່ສູງ ໃນເຂດຊົນບົດ ຂອງລາວ  ສ່ວນໃຫຍ່ ມີສາເຫດສຳຄັນ ມາຈາກ ການມັກ ອອກລູກຢູ່ບ້ານ ຂອງຕົນເອງ  ໂດຍບໍ່ໄດ້ຮັບການ ຊ່ວຍເຫລືອ ຈາກຜູ້ມີ ປະສົພການ ຫລືມີ ຄວາມຮູ້ ໃນການເອົາ ລູກອອກເລີຍ. ພ້ອມກັນນັ້ນ ກໍຍ້ອນ ຄວາມຍາກລຳບາກ ໃນການ ເດີນທາງໄປ ໂຮງໝໍ  ຊື່ງຂນະນີ້ ທາງໜ່ວຍງານ ກ່ຽວຂ້ອງ ກໍມີການເວົ້າກັນ  ແລະຫາ ວິທີທາງ ແກ້ໃຂຢູ່ແລ້ວ. ທ່ານໝໍ ຈາກອົງການ ແມ່ແລະເດັກ UNICEF ໃນນະຄອນຫລວງ ວຽງຈັນ ກ່າວກ່ຽວກັບ ເລື້ອງນີ້ວ່າ:

    ຣັຖບານ ກຳລັງທົບທວນ ຄືນໃໝ່ວ່າ ພວກເຮົາ ຈະໃຫ້ບຣິການ ຟຣີແກ່ແມ່ ແລະເດັກ ໂດຍສເພາະ ເລື້ອງການ ເກີດລູກຄິດວ່າ ໂອກາດໜ້າ ໃນອະນາຄົດ ອັນໄກ້ໆ ນີ້ຖືວ່າທາງ ຣັຖບານ ກໍພະຍາຍາມ ແກ້ໃຂໃຫ້ ແມ່ຍີງກັບ ລູກຢູ່ໂຮງໝໍ ຟຣີ ແຕ່ວ່າບໍ່ຮູ້ວ່າ ຄວາມເປັນໄປໄດ້ ຈະມີຫລາຍ ປານໃດ ເພາະວ່າ ຍັງບໍ່ທັນ ໄດ້ອານຸມັດເທື່ອ.

ສຳລັບ ແມ່ຍີງທີ່ ຢູ່ໃນເມືອງໃຫຍ່ ຈະບໍ່ມີບັນຫາ ເລື້ອງການ ໄປໂຮງໝໍ ເພື່ອອອກລູກ ຫາກຈະເປັນ ບັນຫາຂອງ ແມ່ຍີງແລະ ເດັກນ້ອຍ ໃນເຂດຊົນບົດ ຫລາຍກວ່າ.  ດັ່ງນັ້ນ ທາງອົງການ ຈັດຕັ້ງຕ່າງໆ ຈື່ງສເນີ ໃຫ້ທາງ ຣັຖບານລາວ ຊ່ວຍເຫລືອ ແມ່ຍີງໃນເຂດ ຊົນບົດໃຫ້ມີ ສາທາຣະນະສຸກ ທີ່ດີຂື້ນ. ນອກຈາກນີ້ແລ້ວ ຍັງມີຄວາມ ພຍາຍາມ ຣະດັບຊາດ ໃນບັນຫານີ້ ໂດຍໄດ້ຮັບຄວາມ ຮ່ວມມືຈາກ ກະຊວງ ສາທາຣະນະສຸກ ແລະອົງການ ຈັດຕັ້ງ ສາກົນຕ່າງໆ ໃນລາວ. ທ່ານໝໍ ຈາກອົງການ UNICEF ກ່າວກ່ຽວກັບ ເລື້ອງນີວ່າ:

    ເລື້ອງຣະບົບ ສາທາຣະນະສຸກ ເຮົາໃຫ້ມັນເຂັ້ມ ແຂງຂື້ນ ໃຫ້ມີພະນັກງານ ໃຫ້ມີຄວາມຮູ້ ຄວາມສາມາດ ພຽງພໍແຜນການ ສ້າງຜູ້ຊຳນານ ຊ່ວຍເກີດ ເພື່ອໃຫ້ມີ ບຸກຄະລາກອນ ພຽງພໍທີ່ຈະ ໃຫ້ການ ບໍຣິການ ສຸຂພາບ ຂອງແມ່ແລະເດັກ.

    ສຳລັບແມ່ຍິງ ທີ່ຢູ່ໃນກຸ່ມເປົ້າ ໝາຍນັ້ນ ຈະເປັນແມ່ຍີງ ທົ່ວປະເທດລາວ ຊື່ງແຜນການ ດັ່ງກ່າວ ຢູ່ຣະຫວ່າງ ການສຶກສາ ຫາຂໍ້ມູນ ແລະແລກປ່ຽນ ຄວາມຄິດເຫັນ ຣະຫວ່າງກະຊວງ ສາທາຣະນະສຸກ ຂອງລາວ ແລະອົງການ ຈັດຕັ້ງສາກົນ ທ່ານໝໍກ່າວສລຸບ ຕອນທ້າຍ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.