ອະນາມັຍໂລກວ່າ ໄຂ້ຫວັດໝູ ຍັງແພ່ຣະບາດ

ອົງກາຣອະນາມັຍໂລກ ຍັງບໍ່ສາມາດ ທີ່ຈະປາບປາມ ແລະ ປ້ອງກັນກາຣແພ່ຣະບາດ ຂອງໂຣຄໄຂ້ຫວັດໝູ ໃຫ້ໝົດສິ້ນໄປ ໄດ້ໝົດເທື່ອ ໃນປັຈຈຸບັນນີ້.
ຫວາດ ສີມູນ
2009.12.18

ອົງກາຣອະນາມັຍໂລກຫລື WHO ຍັງບໍ່ສາມາດເວົ້າໄດ້ເທື່ອວ່າ ກາຣຣະບາດຂອງ ເຊື້ອໂຣຄໄຂ້ຫວັດໝູ ຍຸຕິລົງຫລືຖືກສກັດກັ້ນ ກຳຈັດໃຫ້ໝົດສິ້ນ ໄປໄດ້ເທື່ອ ເພາະຍັງປະກົດ ມີກາຣຣະບາດ ຢູ່ໃນຢູໂຣປ ແລະເຂຕພາຄກາງ ຂອງເອເຊັຽຢ່ ໃນປັຈຈຸບັນນີ້. ທ່ານ Keiji Fukuda ເຈົ້າໜ້າທີ່ຣະດັບສູງ ຂອງອົງກາຣ ອະນາມັຍໂລກ ໃຫ້ທັສນະດັ່ງກ່າວ ຕໍ່ສື່ມວລຊົນ ໃນມື້ວັນພຣະຫັດນີ້ ແລະວ່າ ເຖິງແມ່ນໄວຣັສຂອງ ໂຣຄໄຂ້ຫວັດໝູສາຍພັນ A/H1N1 ໄດ້ຣະບາດຂຶ້ນສູງສຸດ ຫລືຫລຸດນ້ອຍລົງ ໃນຫລາຍແຫ່ງ ທົ່ວໂລກແລ້ວນັ້ນກໍຕາມ ແຕ່ກໍຍັງປະກົດ ມີກາຣຣະບາດຢູ່ ໃນຫລາຍແຫ່ງເຊັ່ນ: ສາທາຣະນະເຊັ໊ຄ, ຝຣັ່ງ, Kazakhstan, Kyrgyzstan, ຣັສເຊັຽ ແລະສວິຕເຊີແລນດ໌ ຈົນເທົ່າປັຈຈຸບັນນີ້. 

ພ້ອມດຽວກັນນີ້ ທ່ານ Fukuda ກໍວ່າ ສະເພາະກາຣຣະບາດ ໃນເຂຕອະເມຣິກາເໜືອ ແລະບາງເຂຕໃນຢູໂຣປ ກໍປະກົດຫລຸດນ້ອຍລົງ ແຕ່ບໍ່ສາມາດ ປະກາສໄດ້ເທື່ອວ່າ ຈະບໍ່ມີກາຣຣະບາດ ຮ້າຍແຮງຕື່ມອີກ ແລະໂດຽສະເພາະທີ່ ກຳລັງກ້າວເຂົ້າ ໃນຣະດູໜາວ ໃນປັຈຈຸບັນນີ້ ອັນເປັນເຫຕໃຫ້ ທາງກາຣ ກ່ຽວຂ້ອງຍັງຈະຕ້ອງ ມີກາຣເຝົ້າຣະວັງຢູ່ຕໍ່ໄປ.

ນອກຈາກນັ້ນ ເຈົ້າໜ້າທີ່ຂອງອົງກາຣ WHO ດັ່ງກ່າວ ຍັງຢືນຢັນທີ່ຈະ ໃຫ້ຄວາມຊ່ວຍ ເຫລືອແກ່ປະເທສ ທີ່ມີສະພາບຍາກຈົນ ແລະຂາດເຂີນຢູ່ຕໍ່ໄປ ດ້ວຍກາຣສົ່ງຢາວັກຊີນ ໃນຈຳນວນທີ່ຈຳກັດ ແກ່ແຕ່ລະປະເທສ ທຸກຂ໌ຈົນຢູ່ຕໍ່ໄປ. ເຖິງຢ່າງໃດກໍຕາມ ໃນປັຈຈຸບັນນີ້ ກໍມີບໍຣິສັທຜລິຕຢາ ວັກຊີນບໍ່ຕໍ່າກວ່າ 6 ບໍຣິສັທ ແລະຣັຖບາລຈາກ 12 ປະເທສ ທີ່ຢືນຢັນໃຫ້ຄວາມ ຊ່ວຍເຫລືອໃນໂຄງກາຣ ສົ່ງຢາວັກຊີນ ປະມານ 180 ລ້ານໂດຊ ເພື່ອສົ່ງໄປຊ່ວຍ ປະຊາຊົນຜູ້ທຸກຂ໌ຈົນ ໃນບໍ່ຕໍ່າກວ່າ 95 ປະເທສ ທົ່ວໂລກໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.