ແຂວງສວັນນະເຂດ ມີຄົນໄຂ້ເລືອດອອກ
2010.04.30

ຖ້າປຽບທຽບໃສ່ ປີທີ່ຜ່ານມາ ກໍ່ຖືວ່າ ຕົວເລກຍັງສູງຢູ່ ຊຶ່ງໃນຂນະນີ້ ທາງການແຂວງ ກຳລັງດຳເນີນ ການເຝົ້າຣະວັງ ຢ່າງເຂັ້ມງວດ ດັ່ງເຈົ້າຫນ້າທີ່ ທ່ານນຶ່ງເວົ້າວ່າ:
"ມັນມີຕົວເລກ ຂອງໄຂ້ເລືອດອອກ ຮອດປັດຈຸບັນນີ້ 72 ກໍຣະນີ ແຕ່ພຸ້ນແຫລະ ແຕ່ເດືອນນຶ່ງ ພຸ້ນແຫລະ ຮອດປັດຈຸບັນ ຕົວເລກສະສົມ ຕົວເລກປີທີ່ ແລ້ວນີ້ 180 ຫມົດປີ ປີນີ້ມັນອາດ ຈະຫລຸດກວ່າປີທີ່ ແລ້ວນີ້".
ທ່ານກ່າວຕໍ່ໄປວ່າ ຈຳນວນຜູ້ປ່ວຍ ໃນເວລານີ້ ຍັງບໍ່ຖືວ່າຢູ່ໃນ ຂັ້ນອັນຕຣາຍເທື່ອ ຍັງຢູ່ໃນຂັ້ນ ປົກກະຕິຢູ່ ເມື່ອທຽບໃສ່ 5 ປີທີ່ຜ່ານມາ ສາເຫດທີ່ມີ ປ່ວຍໃນປີນີ້ ກໍ່ເປັນ ຍ້ອນ ສະພາບອາກາດ ບໍ່ປົກກະຕິ ເຊັ່ນອາກາດຮ້ອນ ແລະຝົນຕົກຫນັກ ຜູ້ປ່ວຍສ່ວນ ໃຫຍ່ກໍມີອາຍຸ 15 ປີຂຶ້ນໄປແລະ 50 ສ່ວນຮ້ອຍ ຂອງຈຳນວນ ຜູ້ປ່ວຍທັງຫມົດ ນັ້ນ ແມ່ນມີໄຂ້ສູງ. ແຕ່ໂຊກດີບໍ່ມີ ຜູ້ໃດເສັຽ ຊິວິດຍ້ອນ. ໃນຈຳນວນ 15 ຫົວເມືອງໃນແຂວງ ສວັນນະເຂດນັ້ນ 8 ຕົວເມືອງ ມີຄົນເປັນໂຣຄນີ້ ແລະ ຜູ້ປ່ວຍສ່ວນໃຫຍ່ ຈະຢູ່ໃນເຂດ ເມືອງເກສອນ ພົມວິຫານ ເພາະມີ ປະຊາຊົນຢູ່ ຫນາແຫນ້ນ ທ່ານກ່າວເພີ້ມ ອີກວ່າ:
"ແຕ່ລະປີ TOP ສຸງສຸດຂອງແຕ່ ລະປີ ມັນຈະເປັນເດຶອນ JULY ຫລັງຈາກເດຶອນ JULY ໄປແລ້ວ TOP ມັນກໍຄ່ອຍໆລົງ ແຕ່ວ່າປີນີ້ ພວກເຮົາກໍຍັງ ເຝົ້າຣະວັງຢູ່ ເພາະວ່າມັນຍັງ ບໍ່ທັນຮອດເດືອນ 7 ຈຳນວນ ໄຂ້ເລືອດອອກ ນີ້ມັນຈະຄອ່ຍ ເພີ້ມຂື້ນຮອດເດືອນ 7 ຫລັງຈາກນັ້ນ ມັນຈະຄອ່ຍລົງ".
ນອກຈາກໂຣຄ ໄຂ້ເລືອດອອກແລ້ວ ໂຣຄອຶ່ນໆ ທີ່ແຂວງສວັນນະເຂດ ກຳລັງເຝົ້າຣະວັງ ຢູ່ໃນເວລານີ້ ກໍ່ແມ່ນໂຣຄຖອກທ້ອງ ແລະໂຣຄເບື່ອອາຫານ ທີ່ມີສາເຫດ ມາຈາກສະພາບ ອາກາດຮ້ອນ. ທີ່ຜ່ານມາ ແຂວງສວັນນະເຂດ ກໍ່ມີແຜນການ ທຳລາຍແຫລ່ງ ຍຸງລາຍ.