ສູນ ປິ່ນປົວ ໂຣກ ມະເຮງ ໂຮງໝໍ ເສຖາທິຣາດ
2008.05.22
ເຖິງແມ່ນວ່າ ໂຣກມະເຮງ ຈະບໍ່ແມ່ນ ໂຣກທີ່ເຮັດໃຫ້ຜູ້ຄົນ ເສັຍຊີວິດ ອັນດັບນຶ່ງ ຂອງລາວ ໃນປັດຈຸບັນ ກໍຕາມ, ແຕ່ກໍມີ ຜູ້ປ່ວຍ ຍ້ອນ ໂຣກນີ້ ຢູ່, ຊຶ່ງ ຜູ້ທີ່ມີ ຣາຍໄດ້ດີ ກໍສາມາດ ໄປຮັກສາ ໃນ ປະເທດ ເພື່ອນບ້ານ ໄດ້, ໃນ ຂະນະ ທີ່ ຜູ້ທີ່ມີ ຣາຍໄດ້ ໜ້ອຍ ກໍຕ້ອງ ເພິ່ງພາ ໂຮງໝໍ ຂອງຣັຖ.
ປັດຈຸບັນ, ທາງການລາວ ຍັງ ບໍ່ທັນມີ ສູນຮອງຮັບ ການຮັກສາ ໂຣກ ມະເຮງ. ສະນັ້ນ, ຈຶ່ງມີ ແຜນການ ຈະຕັ້ງ ຂຶ້ນມາ, ດັ່ງ ດຣ. ວຽງສວັນ ຄອນພົມ, ຈາກກະຊວງ ສາທາຣະນະສຸກ ໃຫ້ ຣາຍລະອຽດ ວ່າ:
“ມັນ ບໍ່ມີກວດ ສະກຣີນນິງ, ມັນມີແຕ່ ເວລາ ເຮົາກວດພົບ ກໍ ຂັ້ນ 2 ຂັ້ນ 3 ຫລື ຂັ້ນ 3A 3B ຫລື ມາພົບ ໃນຣະຍະ ສຸດທ້າຍ, ຊຶ່ງ ປະເທດລາວ ກໍຍັງ ບໍ່ມີສູນ, ແຕ່ ກໍກໍາລັງ ຈະຕັ້ງຂຶ້ນ ທີ່ ໂຮງໝໍ ເສຖາທິຣາດ.”
ໂຮງໝໍ ເສຖາທິຣາດ ກຽມຈັດຕັ້ງ ສູນ ໂຣກມະເຮງ ແຫ່ງທໍາອິດ ໃນ ປະເທດລາວ, ຊຶ່ງ ອຸປກອນ ຕ່າງໆ ກໍ ຈະຕິດຕໍ່ ກັບ ປະເທດໄທ ໃນ ການແລກປ່ຽນ ຂໍ້ມູນ ຂ່າວສານ, ຄວາມຮູ້, ຢາ ແລະ ອຸປກອນ ແກ່ກັນ.
ສ່ວນ ໂຣກມະເຮງ ທີ່ ຄົນລາວ ມັກເປັນ ຄື ມະເຮງ ລໍາໄສ້, ມະເຮງ ຊ່ວງທ້ອງ, ມະເຮງ ທໍ່ນໍ້າບີ, ມະເຮງ ປອດ ແລະ ຄໍ ຕາມລໍາດັບ, ຊຶ່ງເກີດມາ ຈາກ ການກິນອາຫານ ທີ່ ບໍ່ສະອາດ, ເກີດຈາກ ໂຣກ ພະຍາດ ໃບໄມ້ ໃນຕັບ ທີ່ ລຸກລາມ ຈົນເກີດ ເຊື້ອມະເຮງ. ສ່ວນ ມະເຮງປອດ, ເກີດມາຈາກ ການສູບຢາ ແລະ ພົບຫລາຍ ໃນ ກຸ່ມຄົນ ອາຍຸ 30 ປີ ຂຶ້ນໄປ, ຊຶ່ງສ່ວນໃຫຍ່ ຜູ້ປ່ວຍ ທີ່ ມາພົບແພດ ມັກຈະຊ້າ ເກີນໄປ ເພາະ ຈະເປັນ ໃນຂັ້ນ 3 ຫລື ຂັ້ນ ສຸດທ້າຍ ໄປແລ້ວ.
ສະຖາບັນ ວິຈັຍ ມະເຮງ ແຫ່ງ ປະເທດໄທ ໄດ້ຮີບໂຮມ ຂໍ້ມູນ ໂຣກມະເຮງ ໃນເຂດ ພູມີພາກ ເອເຊັຍຕາ ເວັນອອກ ສຽງໃຕ້ ວ່າ ປະເທດ ທີ່ກໍາລັງ ພັທນາ ມັກຈະພົບ ບັນຫາ ມະເຮງ ທີ່ ມີການຕິດເຊື້ອ ຈາກຕັບ, ກະເພາະ ອາຫານ ແລະ ມົດລູກ. ມະເຮງ ທີ່ພົບ ເລື້ອຍໆ ໃນ ເພດຊາຍ ໄດ້ແກ່ ປອດ, ຕັບ, ລໍາໃສ້ໃຫຍ່ ແລະ ທວານໜັກ; ເພດຍິງ ພົບໃນ ເຕົ້ານົມ, ປາກມົດລູກ, ລໍາໃສ້ໃຫຍ່ ແລະ ທວານໜັກ.
ຄຳສັບ ຊອກຫາຂໍ້ມູນ: ສູນຄົ້ນຄ້ວາ, researchcenters