ລາວ ແກ້ໄຂບັນຫາ ພຍາດຫູໝູກໍ່າ
2010.07.20
ຜແນກກະສິກັມ ແລະປ່າໄມ້ ນະຄອນຫລວງວຽງຈັນ ລົງແກ້ໄຂບັນຫາ ພຍາດຫູໝູກ່ຳ ໃນຟາມ ແລະຕາມບ້ານ ປະຊາຊົນ ໂດຍການປິ່ນປົວ ເພື່ອກຳຈັດເຊື້ອໂຣກ ໃນເບື້ອງຕົ້ນ ພ້ອມທັງອອກແຈ້ງການ ໃຫ້ຜູ້ລ້ຽງໝູ ແລະ ປະຊາຊົນ ເອົາໃຈໃສ່ເພື່ອບໍ່ ໃຫ້ພຍາດແພ່ລາມ ຍ້ອນວ່າ ພຍາດດັ່ງກ່າວ ຣະບາດ ເຮັດໃຫ້ໝູຕິດເຊື້ອແລ້ວ 4,000 ຕົວ ແລະຕາຍແລ້ວເກືອບເຖິງ 200 ຕົວ. ຕົວເລກທີ່ວ່ານີ້ ຍັງບໍ່ທັນມີການ ຢັ້ງຢືນຈາກ ທາງການລາວເທື່ຶອ. ແຕ່ Vientiane Times ລາຍງານໃນວັນທີ 20 ກໍຣະກະດາ ວ່າ ມາເຖິງຂນະນີ້ ມີໝູຕາຍແລ້ວ ປະມານ 1,300 ຕົວ ຢູ່ 25 ຟາມ ໃນ 6 ເມືອງ ຮວມທັງເມືອງປາກງື່ມ ຫາດຊາຍຟອງ ແລະ ໄຊທານີ ກ່ຽວກັບເລື້ອງນີ້ ທ່ານ ຣັຊນີວົງ ອັມມະຣາທິທັດດາ ຫົວໜ້າຂແນງ ກະສິກັມ ແລະປ່າໄມ້ ນະຄອນຫລວງວຽງຈັນ ເວົ້າວ່າ:
"ພວກເຮົາກໍໄດ້ກຳນົດ 3 ເມືອງເປັນເຂດຣະບາດ ໃນການຈັດຕັ້ງ ປະຕິບັດຕົວນີ້ ທ່ານເຈົ້າຄອງເພີ່ນກໍໄດ້ ແຕ່ງຕັ້ງຄນະສະເພາະກິດ ຂັ້ນນະຄອນຫລວງ ເພື່ອເອົາໃຈໃສ່ ໃນການຮ່ວມມື ໃນການ ປະສານງານກັນ ເພື່ອຄວບຄຸມ ສະກັດກັ້ນພຍາດດັ່ງກ່າວ ບໍ່ໃຫ້ແຜ່ລາມ".
ທ່ານວ່າ ພຍາດຫູໝູກ່ຳ ຕອນທຳອິດແມ່ນເກີດຂຶ້ນ ຢູ່ 5 ບ້ານ ແລະ ຟາມລ້ຽງໝູ 3 ແຫ່ງ ໃນ 3 ເມືອງ ຄຶເມືອງ ສີສັຕນາກ ສີໂຄຕບອງ ແລະເມືອງ ຫາດຊາຍຟອງ ຊຶ່ງໄດ້ປະກາດເປັນ ເຂດຣະບາດ ເຂດຄວບຄຸມ ແລະເຂດເຝົ້າຣະວັງ ເພື່ອບໍ່ໃຫ້ພຍາດຣະບາດ ໄປຍັງບ້ານອື່ນ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ລົງຊີ້ນຳ ແລະໃຫ້ຄວາມຮູ້ ແກ່ຜູ້ລ້ຽງໝູ ກ່ຽວກັບວິທີການ ປ້ອງກັນພຍາດ ຮວມທັງການຮັກສາ ຄວາມສະອາດຄອກ ແລະການປິ່ນປົວ.
ການຣະບາດຂອງ ພຍາດຫູໝູກ່ຳ ໃນຂນະນີ້ ສົ່ງຜົນກະທົບໃສ່ ທຸຣະກິດການລ້ຽງໝູ ແລະ ການບໍຣິໂພກໝູ ຢູ່ນະຄອນຫລວງວຽງຈັນ ຢ່າງຫລວງຫຼາຍ.
ເພື່ອປ້ອງກັນ ແລະຄວບຄຸມ ບໍ່ໃຫ້ພຍາດຣະບາດ ອອກໄປຕື່ມ ທັງນາຍົກຣັຖມົນຕຣີ ທັງຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກຄຳສັ່ງ ໃຫ້ຜແນກກະສິກັມ ແລະປ່າໄມ້ແຂວງ ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງ ອອກໂຄສະນາເຜີຍແພ່ ໃຫ້ທົ່ວປະເທດ ເຂົ້າໃຈເຖິງອັນຕະລາຍ ຂອງພຍາດດັ່ງກ່າວ ແລະ ຂໍການຊ່ວຍເຫລືອ ຈາກຕ່າງປະເທດ ຊຶ່ງເວລານີ້ ຈີນກໍໃຫ້ການ ຊ່ວຍເຫລືອຢາປົວພຍາດ ແລະອຸປກອນ ສັຕວະແພດ ຈຳນວນນຶ່ງແລ້ວ.