ປະຊາຊົນ ໄຊຍະບຸຣີ ມີ ສຸຂພາບ ດີຂື້ນ ກວ່າເກົ່າ
2008.06.02
”ຈິດວິນຍານ ນີ້ ກໍ່ ຖືວ່າ ດີຂື້ນ ກວ່າເກົ່າ. ແລ້ວ, ມັນ ສແດງອອກ ຢູ່ ເຮື້ອງ ດັສນີ ສຸຂພາບ ເປັນຕົ້ນ ວ່າ ເຮື້ອງ ອາຍຸ ສເຣັ່ຽ ກໍ່ ເພີ້ມຂື້ນ. ອັຕຣາ ການຕາຍ ຂອງ ເດັກ ຕໍ່ ປີ ກໍ່ ລຸດລົງ ແລະ ຂອງ ແມ່ ກໍ ລຸດລົງ”
ທ່ານ ຍັງບອກ ອີກວ່າ: ນອກຈາກ ທາງການ ແຂວງ ຈະ ໄດ້ຮັບ ຄວາມຮ່ວມມື ຈາກ ສູນກາງແລ້ວ, ກໍຍັງ ໄດ້ຮັບ ຄວາມຮ່ວມມື ທາງ ດ້ານສາທາຣະນະສຸກ ຈາກ ປະເທດ ໄທ ນຳອີກ, ໂດຍສເພາະ, ຕາມ ເຂດ ຊາຍແດນ ຣະຫວ່າງ 2 ປະເທດ ກໍ ມີ ການແລກປ່ຽນ ເຈົ້າໜ້າທີ່ ກັນມາຕຣອດ ໃນ ການປີ່ນປົວ ຜູ້ເຈັບເປັນ ໃນ ບັນຫາ ໂຣຄຣະບາດ ແລະ ໂຣຄ ອື່ນໆ ເຖິງ ຈະມີການແຜ່ຣະບາດ ຕາມ ເຂດ ຊາຍແດນ ຫລື ບໍ່ມີ ກໍ່ຕາມ, ເຈົ້າໜ້າທີ່ ຈາກ 2 ປະເທດ ກໍ ໄປມາຫາສູ່ ກັນ ຕຣອດ. ທ່ານ ກ່າວເພີ້ມ ອີກວ່າ:
”ໂຄງການ ຄວບຄຸມ ໂຣຄຕິດຕໍ່ ມີ ຢູ່ ແຂວງ ໄຊຍະບຸຣີ ກັບ ອຳເພີ ສເລີມພຣະກຽດ ຂອງຈັງຫວັດ ນ່ານ. ມີ ແຕ່ເທົ່ານີ້. ອັນອື່ນ ບໍ່ມີ ໂຄງການ.”
ເຖີງຢ່າງໃດ ກໍ່ຕາມ, ບັນຫາ ເຣື້ອງ ສາທາຣະນະສຸກ ໃນ ແຂວງ ໄໃຊຍະບຸຣີ ກໍ່ ເປັນ ບັນຫາ ນື່ງ ທີ່ ທາງການ ແຂວງ ເອົາໃຈໃສ່ ໃນ ການພທັນາ ເປັນ ພິເສດ. ນອກຈາກ ການສືກສາ, ການກະເສດ ແລະ ການຍົກຣະດັບ ການທ່ອງທ່ຽວ ພາຍໃນ ແຂວງ ແລ້ວ, ປັດຈຸບັນ ແຂວງ ໄຊຍະບຸຣີ ຖືວ່າ ເປັນ ແຂວງ ນຶ່ງ ທີ່ ກຳລັງ ພັທນາ ໃນ ເຂດ ພາກເໜືອ ຂອງ ລາວ ແລະແຂວງ ນີ້ ກໍມີ ສັຕຍາພາບ ສູງ ໃນ ການພັທນາ, ໂດຍສເພາະ, ໃນ ທຸຣະກິດ ການທ່ອງທ່ຽວ ແລະ ການກະເສດ.
ຄຳສັບ ຊອກຫາຂໍ້ມູນ: ສຸຂພາບ health