ທະນາຄານໂລກ ຊ່ວຍຂຍາຍໂຮງໝໍ
2010.09.07
ຣັຖບານລາວ ໄດ້ຮັບເງິນ ຊ່ວຍເຫລືອລ້າ ຈາກ ທະນາຄານໂລກ ປະມານ 15 ລ້ານ ດອນລ່າ ສະຫະຣັຖ ເພື່ອປັບປຸງ ຣະບົບ ການຮັກສາ ສຸຂພາບ ໃຫ້ດີຂື້ນ. ໃນນັ້ນຮວມທັງ ການສ້າງໂຮງໝໍ ຫລັງໃໝ່ ຢູ່ໃນ ບໍຣິເວນ ໂຮງໝໍ ມະໂຫສົດ ທີ່ນະຄອນຫລວງ ວຽງຈັນ. ທະນາຄານໂລກ ໃຫ້ເງິນຊ່ວຍເຫລືອ ສ້າງໂຮງໝໍ ຫລັງໃໝ່ ກໍເພື່ອຂຍາຍ ຫ້ອງນອນຄົນເຈັບ ໃຫ້ກວ້າງຂວາງ ໃຫ້ໂຮງໝໍ ມະໂຫສົດ ສາມາດ ຮັບຄົນເຈັບໄດ້ ຫລາຍຂື້ນ.
ເມື່ອວັນຈັນ ວັນທີ່ 6 ກັນຍາ ນີ້ ເວບໄຊທ໌ ຂອງ ທະນາຄານໂລກ ອອກປະກາດ ໃຫ້ບໍຣິສັດ ກໍ່ສ້າງທັງ ໃນລາວ ແລະ ຕ່າງປະເທດ ຍື່ນໃບສມັກ ຂໍປະມູນ ການກໍ່ສ້າງ ໂຮງໝໍ ຫລັງດັ່ງກ່າວ. ການຮັບສມັກ ຜູ້ປະມູນ ຈະປິດລົງ ໃນວັນທີ່ 18 ເດືອນ ຕຸລາ ຈະມາເຖິງ. ບໍຣິສັດ ທີ່ໄດ້ຮັບ ປະມູນ ຕ້ອງສ້າງ ໂຮງໝໍໃໝ່ ໃຫ້ສຳເຣັດ ພາຍໃນ 15 ເດືອນ ນັບແຕ່ມື້ ເຊັນສັນຍາ ການປະມູນ ເປັນຕົ້ນໄປ.
ທະນາຄານໂລກ ໃຫ້ເງິນຊ່ວຍເຫລືອ ເພື່ອປັບປຸງ ຣະບົບ ການຮັກສາ ສຸຂພາບ ໃຫ້ດີຂື້ນຢູ່ ລາວ ເປັນຕົ້ນ: 1. ເພື່ອປັບປຸງ ຣະບົບ ໃຫ້ບໍຣິການ ໃຫ້ດີຂື້ນ. 2. ເພື່ອຂຍາຍ ໂຮງໝໍ ແລະ ສຸຂສາລາ ແລະ 3. ເພື່ອຍົກຣະດັບ ການຮັກສາ ສຸຂພາບ ໃຫ້ມີ ຄຸນນະພາບ ປະສິດທິພາບ ຊ່ວຍໃຫ້ ໂຮງໝໍ ແລະ ສຸຂສາລາ ສາມາດ ກຸ້ມຕົນເອງ ທາງດ້ານ ການເງິນໄດ້ ແລະ ເພື່ອໃຫ້ຊາວລາວ ທຸກເພດ ທຸກໄວ ແລະ ທຸກຖານະ ມີໂອກາດ ໄດ້ຮັບການ ຮັກສາ ສຸຂພາບ ຢ່າງເທົ່າທຽມກັນ.
ນອກຈາກ ເພື່ອຊ່ວຍປັບປຸງ ຣະບົບ ສາທາຣະນະສຸຂ ແລ້ວ ທະນາຄານໂລກ ຍັງໃຫ້ເງິນ ຊ່ວຍເຫລືອ ເຖິງ 20 ລ້ານ ດອນລ່າ ສະຫະຣັຖ ໃຫ້ແກ່ ຣັຖບານລາວ ເພື່ອປະຕິບັດ ຕາມແຜນການ ຫລຸດຜ່ອນ ຄວາມຍາກຈົນ ຢູ່ໃນລາວ. ຣັຖບານລາວ ຈະໃຊ້ເງິນ ຊ່ວຍເຫລືອນີ້ ເພື່ອພັທນາ ເສຖກິດ ໃຫ້ຂຍາຍຕົວ ປັບປຸງ ບັນຍາກາດ ສຳຣັບ ການລົງທຶນ ແລະ ເສີມສ້າງ ປະເທດລາວ ໃຫ້ສາມາດ ແຂ່ງຂັນກັບ ປະເທດອື່ນໆໄດ້.