ໄຂ້ຫວັດໝູ H1N1 ອາຈຈົບລົງໄປແລ້ວ
2010.07.20
ທາງຄນະກັມມະກາຣ ສະເພາະກິຈຂອງອົງກາຣ ອະນາມັຍໂລກ ຫລື WHO ອາຈຈັດກອງປະຊຸມ ໃນໄວໆນີ້ ເພື່ອປະກາສຢ່າງ ເປັນທາງກາຣວ່າ ທາງຣະບາທຂອງ ເຊື້ອໂຣຄໄຂ້ຫວັດໝູ ສາຍພັນ H1N1 ໄດ້ສິ້ນສຸດລົງແລ້ວ.
ທ່ານ Gregry Hartl ໂຄສົກຂອງອົງກາຣ ອະນາມັຍໂລກ ໄດ້ແຈ້ງຕໍ່ອົງກາຣຂ່າວ Bloomberg ວ່າ Mme Margaret Chan ເລຂາທິກາຣ ຂອງອົງກາຣ ອະນາມັຍໂລກ ກຳລັງພິຈາຣະນາ ທີ່ອາຈຍັງຈະໃຫ້ ມີກາຣເຝົ້າຣະວັງ ຕື່ມຕໍ່ໄປຣະຍະໜຶ່ງ ກໍເປັນໄດ້ ແລະຖ້າຫາກວ່າ ບໍ່ມີຣາຍງານ ກາຣຕິດເຊື້ອຫລື ກາຣເສັຽຊີວີຕ ຈາກໂຣຄທີ່ຮ້າຍແຮງ ດັ່ງກ່າວແຕ່ຢ່າງໃດນັ້ນ ກໍອາຈມີກາຣ ຈັດກອງປະຊຸມຂຶ້ນ ເພື່ອປະກາສວ່າ ໂຣຄໄຂ້ຫວັດໝູສາຍພັນ H1N1 ໄດ້ຍຸຕິລົງແລ້ວ ຢ່າງເປັນທາງກາຣ ແຕ່ກໍຍັງບໍ່ທັນຮູ້ ເປັນທີ່ແນ່ນອນເທື່ອວ່າ ຈະມີກາຣປະກາສ ໃນມື້ໃດກັນແທ້.
ຢ່າງໃດກໍຕາມ ໂຣຄໄຂ້ຫວັດໝູ ໄດ້ເຣີ່ມຣະບາດ ຂຶ້ນໃນຕົ້ນປີ 2009 ຢູ່ສະຫະຣັຖແລະ ເມກຊິໂກ ກ່ອນທີ່ຈະແພ່ຣະບາທໄປ ໃນທົ່ວໂລກພາຍໃນ 6 ສັປດາເທົ່ານັ້ນ ພ້ອມກັບເຮັດໃຫ້ ມີຜູ້ເສັຽຊີວີຕໄປ ຍ້ອນຫລາຍພັນຄົນ ໂດຽສະເພາະໃນກຸ່ມ ເດັກນ້ອຍ ແລະຜູ້ສູງອາຍຸ ຈົນເຮັດໃຫ້ທາງກາຣ ກ່ຽວຂ້ອງໃນທົ່ວໂລກ ໄດ້ເຝົ້າຣະວັງຢ່າງ ເຂັ້ມງວດຕລອດມາ ພ້ອມກັບມີກາຣຜລິຕຢາ Tamiflu ໂດຽບໍຣິສັທ Roche Ag ພາຍໃຕ້ກາຣ ອະນຸຍາຕຈາກບໍຣິສັທ Gilead Sciences ແລະມີກາຣນຳໃຊ້ ໃນທົ່ວໂລກ ຈົນເທົ່າປັຈຈຸບັນນີ້.