ກາຊາດລາວແຂວງວຽງຈັນ ຕ້ອງການເລືອດ

ສູນບໍຣິຈາກ ເລືອດ ຕ້ອງການ ເລືອດໃໝ່ໆ ເພື່ອຊ່ວຍເຫລືອ ຄົນເຈັບ ໄຂ້ເລືອດອອກ.
ສົມເນ
2010.08.06

ສູນບໍຣິຈາກ ເລືອດ ນະຄອນຫລວງ ວຽງຈັນ ຕ້ອງການເລືອດ ໃໝ່ໆ ເພື່ອຊ່ວຍ ຄົນເຈັບ ໄຂ້ເລືອດອອກ ເພາະວ່າເລືອດ ເກົ່ານັ້ນບໍ່ ສາມາດ ໃຊ້ກັບຄົນເຈັບ ໄຂ້ເລືອດອອກ ໄດ້. ປັດຈຸບັນນີ້ ທາງສູນ ມີຄວາມຕ້ອງ ການເລືອດໃໝ່ ນີ້ຫລາຍ ທີ່ສຸດ.

ອີກປະການນື່ງ ການລະດົມ ເລືອດໃໝ່ ຈາກປະຊາຊົນ ຍັງມີຄວາມ ຫຍຸ້ງຍາກ ດັ່ງທີ່ ດຣ. ເຕ ທັມມະວົງ ຫົວໜ້າສູນ ບໍຣິຈາກ ເລືອດ ສະພາກາ ຊາດລາວ ທີ່ນະຄອນ ຫລວງວຽງຈັນ ໄດ້ກ່າວ:

"ມີຈໍານວນນື່ງ ທີ່ວ່າຕ້ອງ ການເລືອດ ແລະເລືອດທີ່ ຜູ້ປ່ວຍ ໄຂ້ເລືອດອອກ ຕ້ອງການ ມັນເປັນເລືອດ ທີ່ໃໝ່ ສະນັ້ນແລ້ວ ພວກເຮົາ ຕ້ອງການຜູ້ ບໍຣິຈາກ ເລືອດ ທີ່ມາ ບໍຣິຈາກໃໝ່ໆ ເພື່ອຈະໄດ້ແຍກ ເປັນສ່ວນ ປະກອບ ຂອງເລືອດ ແລະ ກໍສົ່ງໃຫ້ ແກ່ຄົນເຈັບ ຜູ້ເປັນ ໄຂ້ເລືອດອອກ".

ໃນລະຍະ ຜ່ານມາ ທ່ານວ່າ ທາງສູນ ໄດ້ຮັບ ບໍຣິຈາກ ເລືອດຈໍານວນ 1,000 ຫົວນ່ວຍ ແຕ່ເລືອດ ທີ່ໄດ້ນັ້ນ ກໍຍັງບໍ່ພໍ ກັບຄວາມຕ້ອງ ການຂອງ ຜູ້ເປັນໄຂ້. ໃນລະດູຝົນ ນີ້ ຈໍານວນຜູ້ເປັນ ໄຂ້ເລືອດອອກ ມີຫລາຍກ່ວາ ໃນປີ ຜ່ານມາ. ການຂາດແຄນ ເລືອດນີ້ ກໍຍ້ອນວ່າ ການປຸກລະດົມ ໃຫ້ຄົນມາ ບໍຣິຈາກເລືອດ ໄດ້ຮັບຄວາມ ຫຍຸ້ງຍາກ ດັ່ງ ດຣ. ເຕ ກ່າວ:

"ການປຸກລະດົມ ຈັດຫາເລືອດ ຂອງພວກເຮົາ ຫັ້ນກໍພົບ ຄວາມຫຍຸ້ງຍາກ ບາງຢ່າງ ຍ້ອນວ່າ ສະຖານທີ່ ຮັບບໍຣິຈາກ ເລືອດ ປັດຈຸບັນ ກໍບໍ່ມີຫລາຍ ປານໃດ ແລະ ຈໍານວນຜູ້ ບໍຣິຈາກເລືອດ ກໍມີຈໍາກັດ ໃນລະຍະນີ້ ພວກເຮົາມີ ຄວາມຕ້ອງການ ເລືອດ ເພື່ອວ່າໄປ ໃຊ້ໃຫ້ຄົນເຈັບ ທີ່ຕ້ອງການ ຕາມໂຮງ ພຍາບານຕ່າງໆ".

ສໍາລັບ ເລືອດ ຢູ່ໃນສູນ ບໍຣິຈາກ ເລືອດ ແຫ່ງຊາດນັ້ນ ກໍໄດ້ແບ່ງປັນ ໃຫ້ໂຮງໝໍຕ່າງໆ ໃນນະຄອນຫລວງ ນອກນັ້ນກໍ ແບ່ງໃຫ້ ໂຮງໝໍ ແຂວງວຽງຈັນ ແລະແຂວງ ບໍຣິຄໍາໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.