ລາວ ສລອງວັນ ໂຣກເອດສ໌ ໂລກ ທີ 1 ທັນວາ

ສູນກາງ ຕ້ານໂຣກເອດສ໌ ທີ່ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນ ກິລາ ເພື່ອສະຫຼອງ ວັນຕ້ານໂຣກ ເອດສ໌ ສາກົນ.
ຊິດນີ ຣາຍງານ
2008.12.01

ເຈົ້າໜ້າ​ທີ່ ​ຈາກ ​ສູນ​ກາງ ​ຕ້ານ ​ໂຣກ​ເອດສ໌ ທີ່​ນະຄອນຫຼວງ​ວຽງ​ຈັນ ​ເວົ້າ​ວ່າ: ​ໃນ​ແຕ່ລະ​ປີ ​ວັນ​ຕ້ານ​ ໂຣກ​ເອດສ໌ ສາກົນ ທາງ​ການ​ ແຂວ​ງວຽງ​ຈັນ ​ແລະ ​ໜ່ວຍ​ງານ​ ທີ່​ກ່ຽວຂ້ອງ​ ກໍ​ພາກັນ ຈັດ​ກິດຈະກຳ ​ຕ່າງໆ ເພື່ອ​ເປັນ​ການ​ ປຸກຣະດົມ ​ປະຊາຊົນ ​ກ່ຽວ​ກັບ​ ບັນຫາ​ໂຣກ​ເອດສ໌ ດັ່ງ​ທ່ານ ​ກ່າວ ​ໃນ​ຕອນ​ນຶ່ງ ວ່າ:

“ຈະ​ມີ​ ແຕ່​ສູນ​ຕ້ານ​ເອດສ໌ ຂອງພວກ​ເຮົາ​ ໄດ້​ຈັດ​ກິດຈະກຳ​ ໃຫ້​ພະນັກງານ​ ມີການ​ຫິ້ຼນ​ກິລາ​ແລະ ​ພວກ UN ອົງ​ກອນ ​ຈັດຕັ້ງ ຂອງ UN ກໍ​ໄດ້ ​ສະ​ເຫຼີມສະຫຼອງ​ ໂຄສະນາ​ ມື້​ວັນ​ສຸກ​ທີ່​ຜ່ານ​ມາ.”

ນາງ​ວ່າ ກິດຈະກຳ ທີ່​ພວກ​ນາງ ຈັດ​ຂຶ້ນນັ້ນ ກໍ​ແມ່ນ​ ການ​ແຂ່ງຂັນ ​ກິລາ ຣະຫວ່າງ​ ຄົນ ​ທີ່​ຕິດ​ເຊື້ອ HIV ກັບ ​ພະນັກງານ ​ຂອງສູນ​ກາງ ​ເພື່ອ​ສ້າງ ຄວາມ​ສຳພັນ ຣະຫວ່າງກັນ ​ໃນ​ເວລາ​ດຽວ​ກັນ ກໍ​ເພື່ອ ​ສະ​ແດງ​ອອກ ເຖິງ ຄວາມ​ບໍ່ລັງກຽດ ທີ່​ຈະ​ຢູ່ ​ຮ່ວມ​ກັນ​ ກັບ​ຄົນ ​ທີ່ຕິດ​ເຊື້ອ HIV ຈາກ​ສັງຄົມ​ ທົ່ວ​ໄປ.

ບັນຫາ​ໂຣກ​ເອດສ໌ ​ເປັນ​ບັນຫາ​ສຳຄັນ ​ໃນ​ການພັທນາ ​ເສ​​ຖກິດ ​ແລະ ​ສັງຄົມ​ ໃນ​ລາວ​ ໃນ​ປັດຈຸບັນ ​ເພາະ​ຈຳນວນ ​ຜູ້​ຕິດ​ເຊື້ອ ກໍ​ເພີ້​ມຂຍາຍ​ຕົວ​ຂຶ້ນ ​ເລື້ອຍໆ ​ໃນ​ແຕ່ລະ​ປີ ນາງ​ກ່າວ ເພີ້ມອີກ ວ່າ:

“ກໍ​ມີ ​ແຕ່ຈະ​ ໃຫ້​ຕອບ​ ຊັດ​ເຈນ​ ວ່າ ມີ​ຈັກ​ເປີ​ເຊັ​ນນີ້ ກໍ່​ຕອບ ​ບໍ່​ໄດ້ ພວກ​ເຮົາ​ ກໍ​ພະຍາຍາມ​ ໃຫ້​ຂໍ້​ມູນ​ ຂ່າວສານ​ ເພີ້​ມກວ່າ​ເດີມ​ ໃນ​ການປະຊາສຳພັນ ຊາວບ້ານ​ ກ່ຽວ​ກັບ ​ບັນຫາ​ນີ້.”

​ເປັນ​ທີ່ ​ຄາດ​ກັນ​ ວ່າ ການ​​ແຜ່​ລາມ​ ຂອງ​ເຊື້ອ HIV ​ໃນ​ລາວ ​ແມ່ນ​ເກີດມາ​ຈາກ​ ການ​ຂຍາຍ​ຕົວ​ ຂອງ​ນັກ​ທ່ອງ​ທ່ຽວ ​ແລະ​ ການ​ເຄື່ອນ​ຍ້າຍ​ ຂອງ​ແຮງ​ງານ ​ຕ່າງ​ດ້າວ ​ໃນ​ລາວ ປັດຈຸບັນ ການ​ຕິດ​ເຊື້ອ HIV ​ໃນ​ລາວ ກໍ່​ມີ​ຈຳນວນ​ເພີ້​ມຂຶ້ນ ຍັງ​ມີ​ຫຼາຍ​ຄົນ ​ທີ່​ບໍ່​ອອກ​ມາ​ ໃຫ້ການ​ບຳບັດ​ເປັນ​ເພາະ ​ຢ້ານ​ສັງຄົມ​ລັງ​ກຽດ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.