ແຂວງອຸດົມໄຊຂາດເຂີນ ນໍ້າສະອາດໃຊ້
2010.03.19
ປະຊາຊົນ ເກືອບທົ່ວ ແຂວງອຸດົມໄຊ ຍັງບໍ່ມີນໍ້າ ປະປາ ທີ່ສະອາດ ສໍາລັບບໍຣິໂພກ ແລະປະກອບກິຈວັດ ປະຈໍາວັນ ຊຶ່ງໃນເຂດ ຊົນນະບົດ ສ່ວນໃຫຍ່ແລ້ວ ຈະນໍານໍ້າ ຈາກລໍາທານ ຫລືນໍ້າໜ້າມາ ບໍຣິໂພກ ແລະໃຊ້ປະຈໍາວັນ. ນໍ້າໃນລໍາທານ ເປັນນໍ້າທີ່ບໍ່ ສະອາດ 100 ສ່ວນຮ້ອຍ ອາດເຮັດໃຫ້ ປະຊາຊົນ ເຈັບເປັນໄດ້. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ຂແນງນໍ້າສະອາດ ຜແນກ ສາທາຣະນະສຸຂ ແຂວງອຸດົມໄຊ:
"ສ່ວນຫລາຍ ອາຈເປັນນໍ້າໜ້າດິນ ເປັນນໍ້າລິນ ນໍ້າປະປາພູເຂົາ ເປັນແຫລ່ງນໍ້າ ທັມມະຊາດ ເກືອບວ່າທົ່ວແຂວງ ເອົາມາໃຊ້ ບໍ່ໄດ້ສອາດ ເຮົາບໍ່ສາມາດກວດ ຄຸນນະພາບໄດ້ ເລື່ອງເປັນອັນຕຣາຍ ນີ້ກໍແນ່ນອນ ຖ້າວ່າເຮົາໃຊ້ ບໍ່ຖືກຕ້ອງ".
ສໍາລັບນໍ້າປະປາ ທີ່ປະຊາຊົນ ໃນຕົວເມືອງໃຊ້ນັ້ນ ທ່ານວ່າ ເປັນນໍ້າປະປາ ທີ່ບໍ່ໄດ້ຜ່ານ ການຂ້າເຊື້ອ ຫລືສານຄລໍຣິນ ເປັນນໍ້າຈາກໜ່ວຍພູ ທີ່ຕໍ່ທໍ່ປະປາ ເຂົ້າເຖິງບ້ານ ຂອງປະຊາຊົນ ເພື່ອໃຫ້ຄວາມສະດວກ ແລະ ຫລຸດຜ່ອນແຮງງານ ຂອງປະຊາຊົນ ເທົ່ານັ້ນ. ສ່ວນນໍ້າ ທີ່ນໍາມາ ບໍຣິໂພກນັ້ນ ທາງສາທາຣະນະສຸຂ ແຂວງ ໄດ້ແນະນໍາ ໃຫ້ປະຊາຊົນ ປະຕິບັດ ຢ່າງຖືກວິທີ ເສັຽກ່ອນ. ທາງດ້ານ ປະຊາຊົນ ກໍຢາກມີ ນໍ້າປະປາ ທີ່ສະອາດໃຊ້ ຄືກັນ ກັບປະຊາຊົນ ໃນຕົວເມືອງໃຫຍ່ ຕ່າງໆ ດັ່ງປະຊາຊົນ ຈາກເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງ ໄດ້ເວົ້າວ່າ:
"ຢາກມີນໍ້າປະປາ ນໍ້າປະປານີ້ ກໍຍັງບໍ່ມີ ມີແຕ່ກໍເລັກນ້ອຍ ມີແຕ່ວ່າມັນ ບໍ່ທົ່ວເຖິງ ມັນຈະມີແຕ່ ບາງເຂດ ຈະເປັນນໍ້າປະປາ ບໍ່ທັນຄືຢູ່ ເມືອງໃຫຍ່".
ແຂວງອຸດົມໄຊ ເປັນແຂວງພູດອຍ ການບໍຣິການ ນໍ້າປະປາ ທີ່ສະອາດ ຫລືໂຄງການ ນໍ້າສະອາດ ຍັງມາບໍ່ເຖິງ ຈຶ່ງໄດ້ມີການ ລົງໃຫ້ຄວາມຮູ້ ແກ່ປະຊາຊົນ ໂດຍສະເພາະ ໃນເຂດ ຊົນນະບົດ ໃຫ້ເຂົາເຈົ້າຕົ້ມນໍ້າ ໃຫ້ສຸກດີກ່ອນ ຈຶ່ງນໍາມາບໍຣິໂພກ ເພື່ອປ້ອງກັນການ ເຈັບປ່ວຍ ຫລືເປັນພຍາດ.