ນາຍແພດ ຜ່າຕັດ ບໍ່ຄິດຄ່າ

ຄນະທີມງານ ນັກຊ່ຽວຊານ ນາຍແພດຈາກ ສຫະຣັຖ ໃຫ້ບໍຣິການ ຜ່າຕັດຄົນປ່ວຍທີ່ເປັນ ໂຣຄກະດູກສັນຫລັງ ພິການ ໂດຍທີ່ບໍ່ຄິດຄ່າ.
ສິດນີ
2009.03.20

    ທີມງານ ນັກຊ່ຽວຊານດ້ານ ກະດູກສັນຫລັງ ຈາກສະຫາຣັຖ ນຳໂດຍ ດຣ Michael Hartman ໄດ້ທຳການຜ່າ ຕັດຄົນປ່ວຍລາວ ຜູ້ທີ່ເປັນໂຣຄ ດັ່ງກ່າວໂດຍທີ່ ບໍ່ຄິດຄ່າ ໃຊ້ຈ່າຍ. ໃຫ້ການ ຕໍ່ກອງປະຊຸມ ນັກຂ່າວທີ່ນະຄອນ ຫລວງວຽງຈັນ ໃນມື້ວັນທີ 16 ເດືອນມີນາ ນີ້ວ່າ ນີ້ເປັນຄັ້ງທີ 5 ທີ່ຫນ່ວຍງານຂອງ ທ່ານໄດ້ມາທຳ ການຜ່າຕັດແບບ ບໍ່ຄິດຄ່າໃນລາວ.

ທ່ານວ່າ ການມາຂອງ ທີມງານຂອງທ່ານ ໃນເທື່ອນີ້ ຈະໃຊ້ເວລາ 5 ວັນໃນການ ຜ່າຕັດຄົນປ່ວຍ10 ຄົນ ທີ່ໂຮງພຍາບານ ມີຕພາບ ທີ່ນະຄອນ ຫລວງວຽງຈັນເລີ້ມ ແຕ່ວັນທີ 16 ເດືອນມີນາ ຫາວັນທີ 20 ຊື່ງຄ່າຜ່າຕັດ ໂດຍທົ່ວໄປນັ້ນ ຈະຕົກຢູ່ປະມານ 2 ແສນ 5 ມື່ນໂດລາ ແຕ່ທີມງານຂອງທ່ານ ຈະຜ່າຕັດໃຫ້ລ້າໆ.

    ດຣ Hartman ຍັງບອກອີກວ່າ ການຜ່າຕັດ ໃນລາວ ທີ່ຍາກທີ່ສຸດ ກໍ່ແມ່ນຄົນປ່ວຍ ທີ່ເປັນໂຣຄກະດູກ ສັນຫລັງພິການ ຍ້ອນອຸປຕິເຫດ ຈາກຣົຖຍົນ ແລະບຸກຄົນ ທີ່ເປັນໂຣຄນີ້ ຍ້ອນວັນະໂຣຄ. ຫນ່ວຍງານຜ່າຕັດ ກະດູກສັນຫລັງ ຂອງສະຫາຣັຖໄດ້ມາທຳການ ຜ່າຕັດໃນລາວ ເລີ້ມແຕ່ປີ 2007 ເປັນຕົ້ນມາເທົ່າ ເຖີງປັດຈຸບັນ ກໍ່ໄດ້ທຳການ ຜ່າຕັດຄົນໃຂ້ ຍ້ອນໂຣຄນີ້ ມາໄດ້ 30 ຄົນແລ້ວ ທີ່ຈະໃລ່ ເປັນເງີນ ໃນການຜ່າຕັດ ກໍ່ຈະຕົກຢູ່ ປະມານ ນື່ງລ້ານໂດລາ.

ການປະຕິບັດງານ ຂອງຫນ່ວຍງານ ດັ່ງກ່າວ ແມ່ນຄວາມຮ່ວມມື ຂອງທີມງານ ການແພດ ຣະຫວ່າງສອງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.