ຢາສັກກັນເຕຕານົສ ໄປເຖິງຊົນນະບົດແລ້ວ

ຢາສັກກັນພຍາດ ເຕຕານົສ ໄດ້ໄປທົ່ວເຖິງເຂດ ຊົນນະບົດ ຫ່າງໄກສອກຫລີກ ຂອງ ສປປລາວ ແລ້ວ.
ໂພໄຊສວັດ
2009.12.17

ຣັຖບານໄດ້ຂຍາຍ ໂຄງການໃຫ້ຜູ້ຍິງ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ສັກຢາກັນພຍາດ ເຕຕານົສ ພຍາດທີ່ເກີດມາຈາກ ພິສຂອງການຖືກເຫລັກ ຂີ້ໝ້ຽງສຽບແທງ.

ປັດຈຸບັນນີ້ ເຂດເມືອງວຽງໄຊ ແຂວງຫົວພັນ ເຂດຊົນນະບົດ ພູດອຍພາກເໜືອ ໃກ້ກັບເຂດແດນວຽດນາມ ກຳລັງໄດ້ຮັບຢາສັກກັນ ພຍາດດັ່ງກ່າວ.
ໃນໂຮງຮຽນຂັ້ນປະຖົມ ແຫ່ງນຶ່ງນັກຮຽນຍິງ154ຄົນ ສ່ວນຫລາຍແມ່ນຊົນເຜົ່າ ມົ້ງແລະຂະມຸ ພ້ອມກັບຜູ້ຍິງຊາວບ້ານ ອີກປະມານ 250 ຄົນ ໄດ້ຮັບການສັກຢາກັນ ພຍາດເຕຕານົສ ຈາກໂຄງການຂອງ ຣັຖບານດັ່ງກ່າວ.

ໃນຂົງເຂດນີ້ຈຳນວນ ການສັກຢາກັນເຊື້ອໂຣກຕ່າງໆ ຈະຢູ່ໃນລະດັບຕໍ່າ ເຈົ້າໜ້າທີ່ສາທາຣະນະສຸຂ ທ້ອງຖິ່ນ ເວົ້າວ່າເທື່ອນີ້ ມີຄົນມາສັກຢາກັນຫລາຍ ຄາດວ່າຈະໄດ້ເຖິງ ເປົ້າໝາຍທີ່ໄດ້ກະໄວ້. ຣັຖບານແນໄສ່ວ່າ ຈະສັກຢາກັນພຍາດນີ້ ໃຫ້ຜູ້ຍິງຈຳນວນຫລາຍກວ່າ 8 ແສນຄົນ ທີ່ມີອາຍຸລະຫວ່າງ 15 ຫາ 49 ປີ ໃນເຂດທີ່ມີຄວາມສ່ຽງສູງ. ລາວເປັນ 1 ໃນ 44 ປະເທດໃນໂລກ ແລະ 1 ໃນ 8 ປະເທດໃນເຂດ ເອເຊັຍປາຊີຝິກ ທີ່ການສັກຢາກັນ ພຍາດເຕຕານົສ ຍັງບໍ່ທົ່ວເຖິງ.

ອົງການອະນາມັຍໂລກ ເປີດເຜີຍວ່າໃນປີ 2004 ເດັກນ້ອຍເກີດໃໝ່ 128,000 ຄົນ ທົ່ວໂລກ ຕາຍຍ້ອນພຍາດດັ່ງກວ່າ. ໂຄງການຕໍ່ຕ້ານ ພຍາດເຕຕານົສ ໄດ້ຮັບການສນັບສນູນ ຈາກອົງການກອງທຶນ ເດັກລະຫວ່າງປະເທດ UNICEF ອົງການອະນາມັຍໂລກ WHO ອົງການການຮ່ວມມື ຈາກປະເທດຍີ່ປຸ່ນ ອົງການພັທນາຈາກ Luxembourg ແລະ ອົງການ World Vision.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.