ການຕິດເຊື້ອ ວັນນະໂຣຄ ເພີ້ມຂື້ນ

ມີການຕິດເຊື້ອ ວັນນະໂຣຄ ເພີ້ມຂື້ນ ທີ່ແຂວງຄຳມ່ວນ ໃນປີ 2008 ຫລາຍກວ່າ ທີ່ອົງການ ອານາມັຍໂລກ ສຳຣວດ.
ສິດນີ
2009.04.01

ໃນປັດຈຸບັນ ແຂວງຄຳມ່ວນເລີ້ມ ທຳການສຳຣວດ ຜູ້ຕິດເຊື້ອ ວັນນະໂຣຄ ຂອງຊ່ວງແຣກ ຂອງປີ 2009 ແຕ່ຍັງ ບໍ່ສາມາດບອກ ຈຳນວນທີ່ແນ່ ນອນໄດ້ເພາະມີການ ສຳຣວດພຽງແຕ່ ນື່ງຕົວເມືອງ ເທົ່ານັ້ນ.

ສຳລັບອັຕຣາ ການຕີດເຊື້ອ ໃນປີ 2008 ນັ້ນມີການ ຂຍາຍຕົວເພີ້ມ ຂື້ນຢ່າງຫລວງຫລາຍ ຈາກນື່ງປີກ່ອນ ຫນ້ານັ້ນ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນື່ງ ເວົ້າວ່າ:

ສຳລັບປີ 2008 ຈຳນວນຄົນຕິດ ເຊື້ອມີ 266 ນີວເຄສເທົ່າກັບ 115% ອົງການອານາມັຍ ໂລກມີ 68 ນີວເຄສ ຕໍ່ປະຊາກອນ 100,000 ຢູ່ທີ່ແຂວງ ຄຳມ່ວນພຽງ ແຂວງດຽວ.

ທ່ານກ່າວເພີ້ມ ອີກວ່າ ໃນຈຳນວນຄົນ ຕີດເຊື້ອ ວັນນະໂຣຄ ວ່າງປີ 2008 ນັ້ນກໍ່ມີຜູ້ ເສັຽຊີວີດ ປະມານ 24 ຄົນ ສ່ວນໃຫຍ່ແມ່ນ ປະຊາຊົນ ຜູ້ທີ່ຕິດເຊື້ອ ໃນເຂດຊົນ ນະບົດ ທີ່ເສັຽຊີວີດ ເພາະຂາດການ ປີ່ນປົວ ແລະການດູແລ ຈາກຫນ່ວຍງານດ້ານ ສາທາຣະນະສຸກ, ແຕ່ແຜນການ ຣະຍະຍາວ ໃນການຕ້ານ ໂຣຄດັ່ງກ່າວ ໃນແຂວງ ຄຳມ່ວນນັ້ນ ທ່ານກ່າວວ່າ:

ເຣື້ອງຕ້ານ ປັດຈຸບັນ ຍັງເວົ້າວບໍ່ໄດ້ ທີ່ວ່າທາງການ TB ຈະໃຫ້ໂຣຄດັ່ງ ກ່າວລົດລົງໃນ 10 ປີ 20 ປີນັ້ນ ມັນລົດບໍ່ໄດ້ ດອກຄິດວ່າຈະ ຕອບໄດ້ກໍ່ ປະມານ 10 ປີຫລື 15 ປີຂ້າງຫນ້າພຸ້ນ ເພາະ ບາງກໍ່ຣະນີ ກໍ່ແມ່ນຕິດມາ ຈາກກຸ່ມ ທີ່ຕິດເຊື້ອ Hiv ທີ່ເພີ້ມຫລືບໍ.

ແຂວງທີ່ມີການ ຕິດເຊື້ອ ວັນນະໂຣຄ ໃນລາວ ຫລາຍກວ່າຫມູ່ ໃນເວລານີ້ ນອກຈາກແຂວງ ຄຳມ່ວນແລ້ວ ກໍ່ຍັງມີແຂວງ ສວັນນະເຂດ ແລະແຂວງ ຈຳປາສັກ ນຳອີກ. ວັນນະໂຣຄ ເປັນນື່ງໃນ ຈຳນວນໂຣຄທີ່ ຮ້າຍແຮງໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.