ຣັຖບານ ຂາດລາຍຮັບ ຍ້ອນຊາວລາວຂາດ ອະນາໄມ ແລະ ສຸຂພິບານ ບໍ່ໄດ້ ມາຕຖານ

ສປປລາວ ສູນເສັຍຣາຍຮັບ ເຖິງ 193 ລ້ານດອນລ່າ ສະຫະຣັຖ ຫລື 5.6ສ່ວນຮ້ອຍ ຂອງຜົນຜລິດລວມ ພາຍໃນປະເທດ GDP ຍ້ອນການຮັກສາ ອະນາໄມ ແລະ ສຸຂພິບານ ບໍ່ດີບໍ່ໄດ້ ມາຕຖານ; ໄລ່ສະເລັ່ຍແລ້ວ ໃນແຕ່ລະປີ ຊາວລາວຜູ້ນຶ່ງ ເສັຍຣາຍຮັບ 346,000 ກີບຫລືປະມານ 34 ດອນລ່າ ສະຫະຣັຖ.
ອາວະຣີ
2009.10.14

ຜົນຂອງການ ສຶກສາສຳຣວດ ຂອງສຖາບັນ ຄົ້ນຄວ້າເສຖກິດ ແຫ່ງຊາດລາວ ແລະ ທະນາຄານໂລກ ທີ່ໄດ້ຮ່ວມກັນ ສຶກສາສຳຣວດ ສະພາບການ ຮັກສາ ອະນາໄມ ແລະ ການຮັກສາ ສຸຂພາບ ຢູ່ລາວ ເມື່ອບໍ່ດົນຜ່ານມາ.

ນອກຈາກຈະຂາດເຂີນ ຣາຍໄດ້ຣາຍຮັບ ແລ້ວ ປະຊາຊົນລາວ ຍັງເສັຍຊີວິດ ໄວເກີນໄປ ຍ້ອນຕິດພຍາດ ຕ່າງໆ ແລະຍ້ອນຂາດການ ຮັກສາສຸຂພາບ ແລະ ອະນາໄມທີ່ດີ.

ຖ້າຄິດໄລ່ ຜົນເສັຍຫາຍ ໃນດ້ານນີ້ເປັນ ເງິນຈະມີ ມູນຄ່າສູງເຖິງ 115ລ້ານດອນລ່າ ຕໍ່ປີ. ໃນຂນະດຽວກັນ ການຮັກສາ ອະນາໄມ ບໍ່ໄດ້ມາຕຖານ ຍັງເຮັດໃຫ້ນ້ຳ       ເປິ້ເປື້ອນ ປະຊາຊົນລາວ ຕ້ອງໃຊ້ເງິນເຖິງ 35ລ້ານດອນລ່າ ຕໍ່ປີເພື່ອຊອກຫາ ນ້ຳສະອາດ ແລະ ຍັງສົ່ງຜົນກະທົບ ຕໍ່ການ ທ່ອງທ່ຽວນຳອີກ ເພື່ອຫລີກລ້ຽງ ການສິ້ນ ເປືອງທາງດ້ານ ການເງິນຫລາຍເຖິງ ປານນັ້ນ. ສຖາບັນຄົ້ນຄວ້າ ເສຖກິດແຫ່ງຊາດ ໄດ້ສເນີໃຫ້ ພາກສ່ວນ ທີ່ກ່ຽວຂ້ອງຕ້ອງ ເອົາໃຈໃສ່ ແກ້ໄຂບັນຫາ ນີ້ດັ່ງນີ້:

ຣັຖບານຕ້ອງໃຫ້ ບຸຣິມະສິດ ແກ່ການລົງທຶນ ໃນດ້ານການສົ່ງເສີມ ການຮັກສາ ສຸຂພາບ ແລະອະນາໄມ, ເອົາໃຈໃສ່ພັທນາ ເຂດຊົນນະບົດ ຊ່ວຍປະຊາຊົນ ຜູ້ທຸກຍາກໃຫ້ ຮູ້ຈັກຮັກສາ ສຸຂພາບ ແລະອະນາໄມ, ເພິ້ມການໂຄສະນາ ແລະເຜີຍແຜ່ ວິທີຮັກສາ ສຸຂພາບ ອະນາໄມ ແລະ ໃຫ້ຊ່ວຍຕິດຕາມ ກວດກາເປັນປະຈຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.