ຫຍໍ້າເຂົ້າໜຽວ ປ້ອນເດັກນ້ອຍ
2010.05.05
ໃນຂະນະທີ່ ຊາວລາວ ຈຳນວນຫລວງຫລາຍ ເຊື່ອວ່າເຂົ້າໜຽວ ເປັນອາຫານທີ່ ດີເລີດສຳລັບ ເດັກນ້ອຍໆນັ້ນ ນັກຊ່ຽວຊານດ້ານ ການແພດເວົ້າວ່າ ມັນເປັນສິ່ງ ກົງກັນຂ້າມກັນ.
ນັກຊ່ຽວຊານວ່າ ການໃຫ້ເດັກນ້ອຍ ກິນເຂົ້າໜຽວ ບໍ່ພຽງແຕ່ຈະເຮັດ ໃຫ້ ການລະລາຍ ຂອງລຳໄສ້ໃຫຍ່ ບໍ່ດີ ແລະເຮັດໃຫ້ເຂົ້າ ບໍ່ລະລາຍເທົ່ານັ້ນ ແຕ່ຫາກຍັງຈະເຮັດ ໃຫ້ເດັກນ້ອຍໆນັ້ນ ຂາດສານອາຫານ ນຳດ້ວຍ.
ຕາມປະເພນີ ດັ້ງເດີມ ເຂົ້າໜຽວ ຊຶ່ງເປັນອາຫານ ທີ່ສຳຄັນຕົ້ນຕໍ ຢູ່ປະເທດລາວ ຊາວລາວ ພາກັນກິນ ແລະທັງໃສ່ບາດໃຫ້ ຄູບາອາຈານ ປະຈຳວັນ ແລະໄດ້ມີການ ປູກຫລາຍ. ສຳລັບພວກເດັກນ້ອຍໆ ທີ່ຍັງບໍ່ທັນ ມີແຂ້ວຫຍ້ຳເຂົ້າ ຜູ້ເປັນແມ່ກໍ ຫຍ້ຳເຂົ້າໜຽວ ປ້ອນລູກນ້ອຍ ຮ່ວມໄປກັບການ ໃຫ້ນົມລູກກິນ ຫລືຖ້າຈຳເປັນ ເວລາແມ່ບໍ່ຢູ່ ກໍອາໃສນົມ ຂອງຜູ້ທີ່ຢູ່ໃກ້ຄຽງ ຫລື ຫຍ້ຳເຂົ້າໃຫ້ລູກ ຂອງຕົນກິນຕາງ ເປັນຕົ້ນຜູ່ທີ່ ຢູ່ຕາມ ຊົນນະບົດ.
ພວກເຂົາເຈົ້າ ບໍ່ຮູ້ວ່າ ການທີ່ຫຍ້ຳເຂົ້າ ໃຫ້ລູກຂອງ ຕົນກິນນັ້ນ ເຮັດໃຫ້ ເດັກນ້ອຍຂາດສານ ອາຫານ, ບໍ່ມີສຸຂພາບ ແຂງແຮງ ເຈັບປ່ວຍໄດ້ງ່າຍ ແລະອາດຈະຕິດ ເຊື້ອໂຣກຈາກ ຜູ້ທີ່ຫຍ້ຳເຂົ້າ ໃຫ້ກິນກໍເປັນໄດ້. ແຕ່ເຖິງແນວໃດ ກໍຕາມ ຜູ້ເປັນແມ່ຈຳນວນ ບໍ່ນ້ອຍຢູ່ ປະເທດລາວ ກໍໃຊ້ ວິທີຫຍ້ຳເຂົ້າ ໃຫ້ລູກກິນຢູ່ ຍ້ອນວ່າບໍ່ມີ ອາຫານສຳເຣັດຮູບ ໃຫ້ລູກກິນ.
ຕາມການຄົ້ນຄວ້າ ຂອງນັກຊ່ຽວຊານ ທີ່ໄດ້ຮັບການ ສນັບສນູນຈາກ ອົງການເພື່ອການ ພັທນາສາກົນ ຂອງປະເທດ ອອສເຕຣເລັຽ ຊາວລາວປ້ອນ ເຂົ້າໜຽວ ໃຫ້ແກ່ລູກ ນ້ອຍເຖິງ 25% ຂອງຈຳນວນເດັກນ້ອຍ ທັງໝົດ ທີ່ມີອາຍຸ ໃນຣະຫວ່າງ 5 ເດືອນທຳອິດ.
ທ່ານ ພູທອງ ຣັດຕະນະວົງ ຈາກສູນ ສຸຂພາບແມ່ ແລະເດັກນ້ອຍ ແຫ່ງຊາດຂອງລາວ ເວົ້າວ່າ ຕົວຢ່າງ ກໍຣະນີອັນຮ້າຍແຮງ ແມ່ນຢູ່ເຂດ ຊົນນະບົດ ໃນແຂວງ ສວັນນະເຂດ ຜູ້ເປັນແມ່ຜູ້ນຶ່ງ ເອົາເຂົ້າໜຽວໃຫ້ ລູກນ້ອຍໆຂອງ ຕົນກິນ ນັບຕັ້ງແຕ່ລູກ ເກີດມາ. ນາງມີລູກທັງໝົດ 5 ຄົນ, 2 ຄົນເສັຍຊີວິດ ຍ້ອນຂາດອາຫານ ໃນເວລາເກີດໃໝ່ໆ.
ຊາວລາວຫລາຍໆ ຄົນເຊື່ອວ່າ ການປ້ອນເຂົ້າໜຽວ ໃຫ້ແກ່ລູກນ້ອຍ ຈະເຮັດໃຫ້ເດັກນ້ອຍ ມີສຸຂພາບແຂງແຮງ ແລະເຕີບໃຫຍ່ໄວ.