ການທຳແທງ ເຖອນໃນ clinic ເອກກະຊົນ
2009.03.12
ການ ທຳແທ້ງຫລື ເອົາລູກອອກ ໃນລາວ ຖືເປັນເລື້ອງທີ່ ຜິດກົດໝາຍ. ແຕ່ເຖິງແນວໃດ ກໍຍັງມີ clinic ເອກກະຊົນ ທີ່ເປີດໃຫ້ ບໍຣິການ ກຸ່ມລູກຄ້າທີ່ ຕ້ອງການ ທຳແທ້ງ ໂດຍການເປີດ ໃຫ້ບໍຣິການນັ້ນ ຈະບໍ່ທຳແບບ ເປີດແປນ ແຕ່ຈະຢູ່ໃນ ຮູບແບບຂອງ clinic ທີ່ຮັບປິ່ນປົວ ຄົນທົ່ວໄປ. ຊາວນະຄອນຫລວງ ວຽງຈັນຜູ້ນື່ງ ໄດ້ເຜີຍກ່ຽວກັບ ເລື້ອງນີ້ວ່າ:
ກໍນັດໝໍ ມື້ໃດແລ້ວ ກໍສິນັດກັນ ຊຶ່ງທີ່ນີ້ ກໍບໍ່ຮູ໊ວ່າ ຢູ່ໃສ ທີ່ລັບບໍ່ ເປີດເຜີຍ ແຕ່ວ່າ ຄົນທົ່ວໄປ ເຂົາຈະ ຮູ້ກັນແລະ ກໍແນະນຳກັນໄປ ເປັນຂອງ ເອກກະຊົນ ແຕ່ວ່າທ່ານ ໝໍ ຈະເຮັດວຽກ ນຳໂຮງໝໍ ຣັຖບານ ເຂົາຄິດກັນ ເປັນໝື່ນ ຄິດກັນເປັນ ເງິນບາດ.
ການທຳແທ້ງ ໃນລາວ ປັຈຈຸບັນ ຖືເປັນເລື້ອງ ປົກກະຕິ ຊື່ງສ່ວນໃຫຍ່ແລ້ວ ຈະຢູ່ຕາມ clinic ເອກກະຊົນ ທົ່ວໄປ ແຕ່ຫາກບໍ່ມີ ຢູ່ທຸກ clinic. ສ່ວນຄ່າ ໄຊ້ຈ່າຍ ໃນການ ທຳແທ້ງນັ້ນ ແມ່ນຂ້ອນຂ້າງ ສູງ ແລະຈະຄິດຄ່າ ຕາມອາຍຸເດືອນ ຂອງເດັກ ໃນທ້ອງ. ຖ້າຫລາຍເດືອນ ກໍຕ້ອງໄດ້ຈ່າຍ ອ່າວສູງແດ່.
ໃນຂນະ ດຽວກັນ ກໍມີຍິງສາວ ຈຳນວນໜື່ງ ທຳແທ້ງ ດ້ວຍຕົນເອງ ຊື່ງສ່ວນນື່ງ ກໍມີສາເຫດ ມາຈາກ ຄ່າໄຊ້ຈ່າຍ ທຳແທ້ງສູງທີ່ clinic. ທ່ານໝໍ ທ່ານນື່ງ ໃນນະ ຄອນວຽງຈັນ ທີ່ບໍ່ປະສົງ ອອກຊື່ ກ່າວກ່ຽວກັບ ເລື້ອງນີ້ວ່າ:
ສ່ວນມາກ ຄົນຈະໄປ ຊໍຢາສຳລັບ ໄລ່ເລືອດລົງ ຫລັງຈາກ ເລືອດອອກແລ້ວ ເຂົາຈື່ງ ໄປຫາໝໍ ຢູ່ໂຮງໝໍຣັຖ ເປັນແບບນີ້ ເຂົາເຮັດກັນ ກໍເປັນ ອັນຕຣາຍແທ້ ບາງຄົນ ກໍເສັຽເລືອດ ຫລາຍ.
ໃນການທຳແທ້ງ ໃຫ້ຍິງສາວ ຕາມ clinic ນັ້ນ ຫາກເຮັດບໍ່ດີ ຄົນໄຂ້ມີເລືອດ ໄຫລອອກບໍ່ເຊົາ ຫລືໄດັຮັບຄວາມ ເຈັບປວດນັ້ນ ທ່ານໝໍ ທີ່ທຳແທ້ງ ຈະຕ້ອງເປັນຜູ້ ໄດ້ຈ່າຍຄ່າ ຊົດເຊີຍໃຫ້. ຈຳນວນ ຄ່າຊົດເຊີຍ ຈະຫລາຍຫລືໜ້ອຍ ແມ່ນຂື້ນຢູ່ ກັບຂນາດ ຄວາມອັນຕຣາຍ ຮ້າຍແຮງ ໜັກເບົາ ຂອງຄົນໄຂ້ ທີ່ເກີດຈາກ ການທຳ ແທ້ງນັ້ນ. ແລະທ່ານໝໍ ຜູ້ທຳແທ້ງ ໃຫນັ້ນ ກໍຈະຖືກລົງໂທດ ຕາມຣະບຽບການ ທ່ານໝໍ ກ່າວສລຸບ ໃນຕອນທ້າຍ.