ການບໍຣິການ ແທ້ງລູກ ເຖື່ອນ ຕາມຄລິນິຄ
2008.07.31
ຊາວນະຄອນຫລວງວຽງຈັນ ຜູ້ໜື່ງ ໄດ້ເປີດເຜີຽ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນພຸດນີ້ ວ່າ: ມີກາຣລັກລອບ ເຮັດແທ້ງລູກ ຢູ່ຕາມໂຮງໝໍ ແລະ ຄລີນິຄ ບາງແຫ່ງ ໃນນະຄອນຫລວງວຽງຈັນ ຕລອດມາ ໂດຽບໍ່ຄຳນືງເຖີງ ຈັນຍາບັນ ທາງແພທ ຫລື ຢ້ານກົວ ຕໍ່ກົດໝາຍ ຢ່າງໃດເລີຽ.
ຕາມປົກຕິແລ້ວ ກ່ອນຈະຕັ້ງ ຄລີນິຄ ເພື່ອຮັກສາປິ່ນປົວ ຄົນໄຂ້ ທົ່ວໆໄປ ຫລື ເປີດຮ້ານຂາຍຢາ ຕ່າງໆນັ້ນ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ດ້ານກາຣແພທ ຫລື ຜູ້ກຳກັບນຳ ຮ້ານຂາຍຢາ ຈະຕ້ອງມີ ວິຊາສະເພາະຢ່າງແທ້ຈີງ ແມ້ກະທັ້ງ ຢູ່ໃນໂຮງໝໍຣັຖ ບໍ່ວ່າ ຈະເປັນໂຮງໝໍ ຂັ້ນເມືອງ ຂັ້ນແຂວງ ຫລື ຂັ້ນສູນກາງ ກໍຈະຕ້ອງ ໄດ້ຂໍອະນຸຍາຕ ຈາກທາງກະຊວງ ສາທາຣະນະສຸຂ ຕາມຂັ້ນຕອນ ຂອງກົດໝາຍ ເສັຽກ່ອນ ແຕ່ແລ້ວ ມີຄລີນິຄ ບາງແຫ່ງ ແລະ ຫ້າງຮ້ານຂາຍຢາ ຫລາຍບ່ອນ ຊ້ຳພັດເປີດ ໃຫ້ບໍຣິກາຣ ທັ້ງໆ ທີ່ຍັງບໍ່ທັນ ໄດ້ຮັບອະນຸຍາຕ ຢ່າງເປັນທາງກາຣ ນັ້ນເທື່ອ.
ຊາວລາວ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ: ຍັງມີກາຣລັກລອບ ເຮັດແທ້ງເຖື່ອນ ຢູ່ຕາມຄລີນິຄ ຕ່າງໆ ອີກດ້ວຍ ແລະ ຮ້າຍໄປກວ່ານັ້ນ ກໍຄື ຢູ່ຕາມໂຮງໝໍ ຂອງຣັຖບາລ ບາງແຫ່ງ ທີ່ມີນາຍແພທ ແລະ ນາງພະຍາບາລ ບາງຄົນ ສົມຮູ້ຮ່ວມຄິດ ດຳເນີນກາຣເຮັດແທ້ງລູກ ແລະວ່າ ຖ້າເມື່ອໃດ ທາງໜ່ວຍງານ ກາຣຈັດຕັ້ງ ຫາກສືບຮູ້ນັ້ນ ກໍຈະມີ ກາຣແບ່ງສ່ວນກັນ ໃນຈຳນວນ ຣາຍຮັບພິເສດ ດັ່ງກ່າວ ຊື່ງກາຣເຮັດແທ້ງລູກ ແຕ່ລະຄັ້ງ ຈະຕົກຢູ່ໃນ ຣະຫວ່າງ 300,000-600,000 ກີບ ແລະຍັງມີຄ່າໃຊ້ຈ່າຍ ອື່ນໆ ສຳຫລັບ ຢາສັກ ແລະ ຢາກິນ ອີກຕ່າງຫາກ ແລະ ກໍປາກົດ ມີກາຣໃຫ້ບໍຣິກາຣ ດັ່ງກ່າວນີ້ ໃນຈຳນວນຫລາຍຂື້ນ ເລື້ອຍໆ.