ແຂວງເຊກອງ ຄວບຄຸມ ໄຂ້ເລືອດອອກ ໄວ້ໄດ້
ບັນຫາ ກາຣຣະບາດ ຂອງໂຣຄ ໄຂ້ເລືອດອອກ ຢູ່ແຂວງ ເຊກອງ ປັຈຈຸບັນນີ້ ມີພຽງເລັກນ້ອຍ ເທົ່ານັ້ນ ຊື່ງ ທາງເຈົ້າໜ້າທີ່ ສາທາຣະນະສຸຂ ກໍສາມາດ ຄວບຄຸມ ສະຖານະກາຣ ໄວ້ໄດ້ ໂດຽບໍ່ໄດ້ ສົ່ງ ຜົລກະທົບ ຕໍ່ປະຊາຊົນ ແຕ່ຢ່າງໃດ ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ້ອງຖີ່ນ ກ່າວວ່າ:
-
ຫວດາ ສີມຣູນ ຣາຍງານ
2008-06-21 -
-
-
“ມັນມີ ບາງຈຸດ ຫລື ບາງຄົນ ທັມດາແລ້ວ ເຂົາກໍເຕືອນສະຖີຕິ ໄວ້ວ່າ ໄດ້ກວດພົບພໍ້ ບາງບຸຄຄົນ ຊື່ໆ ກໍໄດ້ພົບພໍ້ ນຳພຽງ 2-3 ຄົນ ເທົ່ານັ້ນ ກໍບໍ່ທັນໄດ້ ຮຸນແຮງ ດຽວນີ້ ເຂົາກໍໄດ້ ປັບປຸງ ໄດ້ແຈ້ງກາຣ ແລ້ວ ແລະ ໃຫ້ຣະມັດຣະວັງ ໄປມາ ກາຣຢູ່ກາຣນອນ ໃຫ້ກາງມຸ້ງ”
ເຈົ້າໜ້າທີ່ລາວ ໄດ້ແຈ້ງ ເພີ່ມວ່າ: ກາຣຣະບາດ ຂອງໄຂ້ເລືອດອອກ ດັ່ງກ່າວນີ້ ແມ່ນຢູ່ເຂຕ ເມືອງທ່າແຕງ ທີ່ວ່າ ພົບເຫັນ ມີຜູ້ປ່ວຍ 42 ຄົນ ແຕ່ກໍບໍ່ມີ ຣາຍງານ ຂອງຜູ້ຄົນປ່ວຍ ເສັຽຊີວີຕ ແຕ່ຢ່າງໃດ ແລະ ທາງເຈົ້າໜ້າທີ່ ກໍໄດ້ເຕືອນ ປະຊາຊົນ ໃຫ້ມີຄວາມ ຣະມັດຣະວັງ ເພາະກຳລັງ ເຂົ້າສູ່ ຣະດູຝົນ ຊື່ງ ເປັນຣະຍະ ທີ່ມີໜອນນ້ຳ ແລະ ຍຸງລາຍແພ່ ຢ່າງຫລວງຫລາຍ ເຖີງແມ່ນທາງ ເຈົ້າໜ້າທີ່ ພຍາຍາມ ກຳຈັດ ດ້ວຍກາຣອອກ ສີດພົ່ນຢາ ຂ້າຍຸງ ຕາມເຂຕ ທີ່ມີຄວາມສ່ຽງນັ້ນ ກໍຕາມ ດັ່ງທີ່ ທ່ານໄດ້ກ່າວຢ້ຳ ອີກວ່າ:
“ດ໋ຽວນີ້ ໄດ້ຍີນຂ່າວວ່າ ເຂົາຈະມາເບີ່ງ ເຣື່ອງຂ້າ ແມ່ພຍາທ ຂອງຍຸງລາຍນີ້ ໄຂ້ເລືອດອອກ ແຕ່ ກໍບໍ່ທັນ ໄດ້ເຫັນເທື່ອ ໄດ້ຍີນ ແຕ່ຂ່າວອອກ”
ໃນຂະນະດຽວກັນ ນີ້ ດຣ. ວຽງພອນ ແດງສວັດ ຮອງຫົວໜ້າ ຝ່າຍບໍຣິຫາຣ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກໍໄດ້ກ່າວ ໃຫ້ທັສນະວ່າ: ຕາມເຂຕແຂວງ ຕ່າງໆ ໃນຈຳນວນ 11 ແຂວງ ທີ່ຕ້ອງໄດ້ມີກາຣຕິດຕາມ ເຝົ້າຣະວັງນັ້ນ ມີ 4 ແຂວງ ດ້ວຍກັນ ທີ່ຕ້ອງໄດ້ເອົາໃຈໃສ່ ເປັນພິເສດ ເຊັ່ນ: ກຳແພງນະຄອນວຽງຈັນ ສວັນນະເຂຕ ຈຳປາສັກ ແລະ ແຂວງໄຊຍະບຸຣີ ເພາະຢ້ານ ຈະເກີດ ມີບັນຫາກາຣຣະບາດ ຂອງໂຣຄໄຂ້ເລືອດ ອອກ ດັ່ງກ່າວນີ້.