ໄຂ້ເລືອດອອກ ຣະບາດ ໃນແຂວງ ພາກໃຕ້

ການຣະບາດ ຂອງໂຣຄໄຂ້ເລືອດອອກ ທີ່ແຂວງຈຳປາສັກ ແລະ ອັຕະປື ເຮັດໃຫ້ຄົນ ເສັຽຊີວິດ ຍ້ອນ ນື່ງຄົນ.
ຊິດນີ ຣາຍງານ
2008.06.27

ເຈົ້າຫນ້າ​ທີ່ ອານາ​ມັຍ​ໂລກ ທີ່​ນະຄອນຫລວງ​ວຽງຈັນ ​ເວົ້າວ່າ ໃນ​ຊ່ວງ ຣະດູ​ຝົນ ​ແຕ່ລະ​ປີ ​ໂຣຄ​ໃຂ້​ເລື​ອດອອກ ​ມັກຈະຣະບາດ​ຂື້ນ ສາ​ເຫດ​ ເກີດ​ຈາກ ​ຍຸງ​ລາຍກັດ. ​ແຕ່​ໃນ ຣະດູ​ຝົນ ​ປີ​ນີ້ ກໍ່​ມີ​ການຣະບາດ ​ແລ້ວ ທີ່​ແຂວງ ຈຳປາ​ສັກ ​ແລະ ​ແຂວງ​ອັຕະປື ທີ່​ເຮັດ​ໃຫ້ ​ມີ​ຄົນ​ເສັຽຊີ​ວີ​ດ ຍ້ອນນື່ງຄົນ ດັ່ງ​ທ່ານ ​ກ່າວ ​ໃນ​ຕອນ​ນື່ງ ວ່າ:

“ຢູ່ ​ຈຳປາ​ສັກ ກັບ ​ອັຕະປື ຢູ່​ມຕ້ພຸ້ນ ມີ​ກໍຣະນີ ທີ່​​ເສັຽຊີ​ວີ​ດ ກໍ່​ຕອ້ງມີ​ ການປ​ອ້ງກັນ ​ພວກ​ເຂົາ ທາງ​ດ້ານ ​ສາທາຣະນະ​ສຸກ”

ທ່ານ​ກ່າວ ​ເພີ້​ມອີກ​ ວ່າ ຄົນ​ຜູ້ ທີ່​ເສັຽຊີ​ວີ​ດ ນັ້ນ ສາ​ເຫດ​ຫລັກ ກໍ່​ຈະ​ເປັນ​ ເພາະວ່າ ທາງການ​ແຂວງ ຂາດ​ການ​ປະຊາສຳພັນ​ ກັບ​ຊາວ​ບ້ານ ​ກ່ຽວ​ກັບ​ ອັນຕະຣາຍ ທີ່​ຈະ​ເກີດ ​ຍ້ອນ​ໂຣຄ ດັ່ງກ່າວ ​ໃນ​ຍາມນີ້ ສ່ວນ​ໃຫຍ່ ​ກໍ່​ຈະ​ແມ່ນ ​ປະຊາຊົນ ​ໃນ​ເຂດ ​ຊົນນະບົດ ທີ່​ຂາດ​ ການ​​ເອົາ​ໃຈ​ໃສ່ ​ແລະ ​ຂາດ​ຄວາມ​ຮູ້ ​ຄວາມ​ເຂົ້າ​ໃຈ ​ໃນ​ການ​ຕ້ານ​ໂຣຄ ດັ່ງກ່າວ ຈື່​ງ​ເຮັດ​ໃຫ້​ ມີ​ການ​ເສັຽຊີ​ວີ​ດ ​ເກີດ​ຂື້ນ. ​ເຈົ້າຫນ້າ​ທີ່​ ສາທາຣະນະ​ສຸກ ອີກ​ທ່ານ​ນື່ງ ຈາກ​ແຂວງ​ຈຳປາ​ສັກ ​ໄດ້ກ່າວ ​ກ່ຽວ​ກັບ​ ຜູ້​ປ່ວຍ​ ທີ່​ເສັຽຊີ​ວີ​ດ ຍ້ອນ​ໂຣຄ​​ໄຂ້​ເລືອດ ​ອອກ​ວ່າ:

“ເນື່ອງຈາກ​ວ່າ ຂະ​ເຈົ້າພົບ ກໍຣະນີ ທຳ​ອີດ ກໍ່​ບໍ່​ແມ່ນ ​ໃນ​ເຊີງ ຣະບາດ ​ແຕ່​ການ​ປີ່​ນປົວ ທີ່​ບ້ານ​ເຂົາ​ເຮັດ ​ບໍ່​ດີ -ຖູ​ກຕ້ອງ ​ເມື່ອມາ​ຮອດ​ໂຮງຫມໍ ກໍ່​ຫນັກ​ແລ້ວ ກໍ່​ເລີຍ​ຕາຍ”

ໂຣຄ​​ໄຂ້​ເລືອດ​ອອກ ​ເປັນ​ໂຣຄ ທີ່​ເກີດ​ ຈາກ​ຍຸງ​ລາຍ​ກັດ ສ່ວນ​ໃຫຍ່ ຈະ​ມັກ​ເກີດ​ຂື້ນ ກັບ​ຄົນ​ທີ່​ນອນ​ ບໍ່​ກາງ​ມຸ້ງ ​ໃນ​ເວລາ​ກາງຄືນ ​ແລະ ​ບຸກຄົນ​ທີ່ ​ບ້ານ​ເຮືອນ ຢູ່​ໃກ້​ກັບ ສະຖານ​ທີ່ ​ທີ່​ສົກກະປົກ ດັ່ງ​ຫນອງ​ນ້ຳ ຄອງ​ຖນົນ ສຖານ​ທີ່​ ຖີ້ມຂີ້​ເຫຍື້ອ ເປັນຕົ້ນ ​ເພາະ​ເປັນ​ແຫລ່ງ ທີ່​ຍຸງ​ລາຍ​ ມາ​ໃຂ້ ແລະ ​ມາ​ອາສັຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.