ໄຂ້ເລືອດອອກ ແຜ່ລະບາດ ຫລາຍທີ່ສຸດ ໃນແຂວງຈໍາປາສັກ
2008.09.26
ທ່ານວ່າ ອັນນີ້ ກໍເນື່ອງຈາກວ່າ ມັນເປັນ ຍາມລະດູຝົນ, ປະຊາຊົນ ຢູ່ໃນຕົວເມືອງ ແລະ ໃນຊານເມືອງກໍດີ ໜາແນ່ນຂື້ນ ເລື້ອຍໆ, ປະກອບກັບ ລະບົບອານາໄມ ເຊັ່ນວ່າ ບ່ອນຖີ້ມຂີ້ເຫຍື້ອ ຮ່ອງລະບາຍນໍ້າ ແລະ ສະພາບ ສິ່ງແວດລ້ອມອື່ນໆ ຍັງເປັນລະບົບ ທີ່ອໍານວຍ ໃຫ້ຍຸງລາຍ ໄຂ່ໃສ່ ຢ່າງສະບາຍ.
ເຈົ້າໜ້າທີ່ ສະຖານີ ໄຂ້ຍຸງ ແຂວງຈໍາປາສັກ ທີ່ກ່າວ ເມື່ອເດືອນສິງຫາ ຜ່ານມາ ວ່າ ປີນີ້ ມີຜູ້ເສັຽຊີວິດຍ້ອນເປັນໄຂ້ເລືອດອອກ ຫລາຍກ່ວາ ປີຜ່ານມາ:
“ນັບແຕ່ປີນີ້ ກໍຖືວ່າ 10 ຄົນແລ້ວ ທີ່ເສັຽຊີວິດ, ປີກາຍ ມີແຕ່ 2 ຄົນ, ແຕ່ປີນີ້ ກໍມີຫລາຍກ່ວາ. ປະຊາຊົນສ່ວນຫລາຍ ຈະບໍ່ເຂົ້າໃຈ ຢ່າງແຈ່ມແຈ້ງ ກ່ຽວກັບ ການປ້ອງກັນ ເພາະແຕ່ກ່ອນ ບ້ານເຂົາເຈົ້າ ບໍ່ເຄີຽມີ.”
ທ່ານວ່າ ຄົນປ່ວຍ ທີ່ເປັນໄຂ້ ບໍ່ຮູ້ຈັກວ່າ ຕົນເອງ ເປັນໄຂ້ຫຍັງ. ເມື່ອເປັນໄຂ້ແລ້ວ ກໍກິນຢາ ຕາມທີ່ຫາມາໄດ້ ແທນທີ່ ຈະໄປຫາ ທ່ານໝໍ. ເຊັ່ນດຽວກັນ ຢູ່ໃນແຂວງສາຣະວັນ, ຜູ້ປ່ວຍໄຂ້ເລືອດອອກ ກໍມີຫລາຍກ່ວາ ປີຜ່ານມາ ດັ່ງເຈົ້າໜ້າທີ່ ຈາກສະຖານີ ໄຂ້ຍຸງ ປະຈໍາແຂວງ ໄດ້ກ່າວ:
“ຫລາຍກ່ວາ ທຸກປີ ປີນີ້ ມີຢູ່ປະມານ 300 ຫາ 400 ກ່ວາ ກໍຣະນີ ມີຮອດ 6 ກໍຣະນີ ທີ່ຫລາຍກ່ວາ ປີກາຍນີ້ ແລະວ່າ ຂະເຈົ້າ ບໍ່ໄດ້ຮັບ ການປິ່ນປົວ ຈາກໂຮງໝໍ.”
ຢູ່ແຂວງອັຕະປື ໃນລະຫ່ວາງ ເດືອນສິງຫາ ມາຫາ ເດືອນກັນຍານີ້ ມີກໍຣະນີ ຄົນເປັນໄຂ້ເລືອດອອກ 73 ກໍຣະນີ, ທຽບໃສ່ ປີກາຍນີ້ ມີແຕ່ 4 ກໍຣະນີ. ສໍາລັບ ໃນແຂວງວຽງຈັນ ຍັງບໍ່ໄດ້ຮັບ ຕົວເລກເທື່ອ.
ກ່ຽວກັບ ການປ້ອງກັນ ພະຍາດໄຂ້ເລືອດອອກ ນີ້ ເຈົ້າໜ້າທີ່ລາວ ວ່າ ໃນຍາມລະດູຝົນ ໃນແຕ່ລະປີ ໄດ້ມີການພົ່ນສານເຄມີ ຂ້າເຊື້ອຍຸງ ຢູ່ຕາມຮ່ອງນໍ້າ ຢູ່ຕາມສະພາບ ສິ່ງແວດລ້ອມ ອື່ນໆ ທີ່ເຫັນວ່າ ເປັນບ່ອນທີ່ຍຸງໄຂ່ໃສ່.
ນອກນັ້ນ ກໍໄດ້ປ່າວເຕືອນ ປະຊາຊົນໃຫ້ ທໍາຄວາມສະອາດ ສິ່ງແວດລ້ອມ, ແນະນໍາ ໃຫ້ອັດອຸແອ່ງນໍ້າໃຊ້-ນໍ້າກິນ ໃຫ້ດີໆ ເພື່ອບໍ່ໃຫ້ ຍຸງໄຂ້ໃສ່, ການຢູ່ ການນອນ ກໍໃຫ້ນອນ ໃນມຸ້ງ ທີ່ຍ້ອມຢາຂ້າເຊື້ອພະຍາດ.