ໄຂ້ຫວັດໝູ ຄົນທີສອງ ຢູ່ລາວ
2009.06.23
ຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ທີ່ພົບເຫັນ ໃນເມືອງລາວ ເປັນຣາຍທີ່2 ນັ້ນເປັນເດັກນ້ອຍ ຜູ້ຊາຍອາຍຸ 9ປີ ສັນຊາຕ ອະເມຣິກັນ ທີ່ເດີນທາງຈາກ ຣັຖ California ຜ່ານສນາມບິນ ນາຣີຕະ ປະເທສຍີ່ປຸ່ນ ກ່ອນຜ່ານສນາມບິນ ສຸວັນພູມ ປະເທສໄທຽ ແລ້ວຈື່ງເດີນທາງ ຕໍ່ມາເຖີງ ນະຄອນຫລວງ ວຽງຈັນ ໃນມື້ ວັນຈັນທີ່ 21 ມີຖຸນາ ນີ້.
ໃນຣະຫວ່າງທີ່ ເດີນທາງເຂົ້າ ສນາມບິນວັດໄຕ ນັ້ນຜູ້ໂດຽສາຣ ແຕ່ລະຄົນ ຈະຕ້ອງໄດ້ຜ່ານ ກາຣກວດ ອຸນນະພູມ ຮ່າງກາຍຫລື TERMOSCAN ແລະເຫັນມີອຸນ ນະພູມ ຜິດປົກຕິ ຈື່ງໄດ້ນຳມາ ກວດຕື່ມຢູ່ ໂຮງໝໍມິຕພາບ ແລ້ວຈື່ງພົບວ່າ ເດັກຊາຍຄົນນີ້ ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນ AH1N1 ແທ້ຈື່ງເຂົ້າຮັບ ກາຣຮັກສາ ປິ່ນປົວ ຢູ່ທີ່ໂຮງໝໍ ມີຕພາບ ຕໍ່ໄປ ພ້ອມກັບມີກາຣ ເຝົ້າຣະວັງ ກາຣຕິດເຊື້ອຂອງ ພໍ່ແມ່ ຂອງຄົນໄຂ້ ນຳອີກ ແລະບໍ່ພົບເຫັນ ມີຄົນໄຂ້ຣາຍ ອື່ນທີ່ເດີນທາງ ເຂົ້າເມືອງ ລາວໃນຖ້ຽວບິນ ດຽວກັນນັ້ນ ແຕ່ຢ່າງໃດ ແຕ່ກໍຍັງ ກຳລັງມີກາຣ ຕິດຕໍ່ ກັບຜູ້ໂດຽສາຣ ທີ່ນັ່ງຢູ່ຂ້າງໆ ກັບເດັກນ້ອຍ ຜູ້ຊາຍຄົນ ດັ່ງກ່າວນີ້ ນັ້ນເຊັ່ນກັນ.
ພາຍຫລັງທີ່ພົບ ຜູ້ຕິດເຊື້ອ ໄຂ້ຫວັດ ສາຍພັນໃໝ່ ດັ່ງກ່າວ ຄົນທຳອິດ ໃນລາວທີ່ເປັນ ຊາວອອສເຕຣເລັຽ ໃນສັປດາ ຜ່ານມານີ້ນັ້ນ ທາງກົມ ອະນາມັຍ ກັນພະຍາທ ຂອງລາວກໍໄດ້ ເຕືອນປະຊາຊົນ ບໍ່ໃຫ້ແຕກຕື່ນ ຫລືກັງວົນ ເກີນໄປເນື່ອງຈາກ ທຸກຄົນ ກໍສາມາດ ປ້ອງກັນໄດ້ດ້ວຍ ກາຣຮັກສາ ອະນາມັຍ ຕົນເອງດັ່ງທີ່ ດຣ. ບຸນຫລາຍ ພົມມະຈັກ ຫົວໜ້າຫ້ອງກາຣ ປະສານງານຕ້ານ ແລະຄວບຄຸມ ພະຍາທຕິດຕໍ່ ແຫ່ງຊາຕ ໄດ້ກ່າວວ່າ:
“ສຳຄັນແມ່ນໃຫ້ ຂະເຈົ້າເຂົ້າໃຈ ເຂົ້າໃຈກ່ຽວກັບ ພະຍາທອັນນີ້ ແລ້ວກໍບໍ່ໃຫ້ ເຂົາແຕກຕື່ນ ເພາະວ່າມັນກໍຄື ກັນກັບໄຂ້ຫວັດ ທັມມະດານີ້ ອັຕຣາກາຣເສັຽ ຊີວີຕມັນ ກໍບໍ່ເຖີງ 1%ກໍມີວີທີ ປ້ອງກັນແລ້ວ ກໍມີສະຕິ”
ພ້ອມດຽວກັນນີ້ ທ່ານກໍວ່າ ທາງກາຣ ສປປລາວ ກໍໄດ້ມີກາຣ ໂຄສະນາກ່ຽວກັບ ວີທີເບີ່ງແຍງ ຮັກສາຕົວເອງ ໃຫ້ປະຊາຊົນ ໃນທຸກເຂຕໄດ້ ເຂົ້າໃຈຫລາຍຂື້ນ ດ້ວຍ ວີທີກາຣ ຫລັກຕ່າງໆເຊັ່ນ: ລ້າງມື້ ດ້ວຍສະບູ່ ແລະນ້ຳທີ່ ສະອາດພ້ອມກັບ ໃຫ້ພະຍາຍາມ ບໍ່ເອົາມືເປື້ອນ ມາຈັບຕາ ດັງແລະປາກ ພ້ອມກັບໃຫ້ໃຊ້ ຜ້າປິດປາກແລະ ດັງເວລາໄອ ຫລືຈາມທຸກໆຄັ້ງ.
ດຣ. ບຸນຫລາຍ ໄດ້ກ່າວເນັ້ນວ່າ ກາຣແຜ່ຣະບາດ ຂອງໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ດັ່ງກ່າວ ຖືວ່າບໍ່ຢູ່ຂັ້ນ ຮຸນແຮງ ແລະໄດ້ມີກາຣ ປຶກສາກັບທາງ ອົງກາຣ ອະນາມັຍໂລກ ແລະວ່າຣະດັບ ຂອງຄວາມອັນ ຕຣາຍຍັງຈະຄົງ ຕົວຢູ່ຣະດັບ6 ຄືເກົ່າ ແລະກໍຢາກເຕືອນ ປະຊາຊົນ ບໍ່ໃຫ້ປະໝາດ ພ້ອມທັງຢາກໃຫ້ ມີກາຣເຝົ້າ ຣະວັງ ແລະຮັກສາ ສຸຂພາບ ອະນາມັຍ ຂອງຕົນ ໃຫ້ຫລາຍຂື້ນ ຍີ່ງເປັນກາຣດີ.