ເກົາຫລີໃຕ້ ຊ່ວຍເຫລືອໂຄງການຮັກສາ ສຸຂພາບຜູ້ເຖົ້າ
2009.10.26
ອົງການຊ່ວຍເຫລືອ ດ້ານສຸຂພະລະນາໄມ ຈາກເກົາຫລີໃຕ້ ໃຫ້ທືນຊ່ວຍເຫລືອ ແກ່ອົງການ ສະພາກາຊາດລາວ ສືບຕໍ່ໂຄງການ ຣັກສາສຸຂພາບ ຜູ້ເຖົ້າ ທີ່ມີຊື່ເປັນ ພາສາອັງກິດວ່າ Lao Home Care ຕື່ມອີກສາມປີ ເພື່ອສ້າງອາສາສມັກ ເບິ່ງແຍງຜູ້ເຖົ້າ ເນື່ອງຈາກເຫັນວ່າ ປັດຈຸບັນນີ້ ຜູ້ເຖົ້າຢູ່ໃນ ປະເທດລາວ ຖືກຄອບຄົວ ປະປ່ອຍ ຫລາຍເພີ້ມຂື້ນ ດັ່ງເຈົ້າໜ້າທີ່ ໂຄງການ Lao Home Care ທ່ານນຶ່ງໄດ້ກ່າວ:
"ຈັດປະເມີນຜົນ ປາກົດວ່າ ມັນມີຜົນດີ ແລ້ວເພິ່ນໃຫ້ສືບຕໍ່ ອີກໂຄງການ ລະຍະສາມ. ເພິ່ນໃຫ້ສືບຕໍ່ ເລີ້ມແຕ່ເດືອນ 6 ເດືອນ June ປີ 2009 ນີ້ໄປເຖິງເດືອນ May 2012 ເປັນລະຍະ 3 ປີ "
ທ່ານວ່າ ກິຈກັມຫລັກໆ ຂອງໂຄງການນີ້ກໍຄື ສ້າງອາສາສມັກ ແລະ ຈັດຝຶກອົບຮົມ ກ່ຽວກັບວິທີ ເບິ່ງແຍງຜູ້ເຖົ້າ ທັງດ້ານສັງຄົມ ແລະວິທີການ ປະຖົມພຍາບານ ຕ່າງໆ. ໃນຂັ້ນທໍາອິດ ທີ່ໂຄງການນີ້ ໄດ້ເລີ້ມຂື້ນ ໄດ້ບໍຣິການ ຜູ້ເຖົ້າຈໍານວນ 50 ຄົນຢູ່ໃນ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ແລະ ປັດຈຸບັນມີຜູ້ເຖົ້າ ທີ່ໄດ້ຮັບ ການເບິ່ງແຍງຈາກ ໂຄງການນີ້ຢູ່ ເມືອງນາຊາຍທອງ 70 ຄົນ ໂດຍມີອາສາສມັກ ເຂົ້າໄປເບິ່ງແຍງ ຢ່າງໃກ້ຊິດ.
ການປ່ຽນແປງຂອງ ສັງຄົມຢູ່ໃນລາວ ເຮັດໃຫ້ຜູ້ເຖົ້າ ຜູ້ແກ່ຕ້ອງຖືກ ປະປ່ອຍ ໂດຍສະເພາະ ຄອບຄົວທີ່ມີ ລູກເຕົ້າຕ້ອງໜີ ອອກຈາກບ້ານ ເພື່ອໄປຫາເຮັດວຽກ ຢູ່ໃນເມືອງ, ຈໍາເປັນຕ້ອງໄດ້ ປ່ອຍຜູ້ເຖົ້າ ຢູ່ບ້ານໂດຍບໍ່ມີ ຜູ້ໃດເບິ່ງແຍງ ຊຶ່ງບັນຫານີ້ ເກີດຂື້ນຫລາຍແລ້ວ ຢູ່ໃນເຂດ ຊົນນະບົດ:
" ປັນຫາທີ່ເກີດຂື້ນ ດຽວນີ້ ຢູ່ໃນລາວກໍຄື ປະເທດອື່ນໆ ໄວລຸ້ນ ຊາວຫນຸ່ມນີນາ ອາດຈະເຂົ້າມາ ຫາວຽກເຮັດງານທໍາ ໃນເມືອງ ອາດຈະປະຜູ້ເຖົ້າ ກັບເດັກນ້ອຍ ຢູ່ພາຍໃນບ້ານ ໂດຍສະເພາະໃນ ຄອບຄົວນັ້ນກໍ ຂາດເຂີນຢູ່ແລ້ວ ຊີ່ເວົ້າແລ້ວ ສະພາບຜູ້ເຖົ້າ ກໍຍັງຂາດເຂີນ ແລ້ວກໍທຸກຍາກ ພໍສົມຄວນ."
ທ່ານວ່າ ເປົ້າໝາຍຕໍ່ໄປ ຂອງໂຄງການ ກໍຄືຈະເລັ່ງເພີ້ມ ຈໍານວນອາສາສມັກ ໃຫ້ຫລາຍຂື້ນ ເພີ້ມຝຶກອົບຮົມ ອາສາສມັກ ວິທີເບິ່ງແຍງ ຜູ້ເຖົ້າ ແລະ ຂຍາຍໂຄງການ ນີ້ໄປທົ່ວປະເທດ.