ຫລວງພຣະບາງ ກໍາຈັດ ໄຂ້ຫວັດນົກ

ແຂວງຫລວງພຣະບາງ ວາງມາຕການ ຢ່າງເຂັ້ມງວດ ເພື່ອສະກັດກັ້ນ ການຣະບາດ ຂອງເຊື້ອໂຣຄໄຂ້ຫວັດນົກ ທີ່ພົບເຫັນ ທີ່ເມືອງນ້ຳບາກ ວ່າງມໍ່ໆມານີ້.
ຊິດນີ ຣາຍງານ
2008.09.09

ມື່ອສອງອາທີ​ດກ່ອນ ທີ່​ເມືອງ​ນ້ຳບາກ ​ແຂວງ​ຫລວງ​ພຣະບາງ ​ເຈົ້າຫນ້າ​ທີ່​ ທີ່ກ່ຽວຂ້ອງ ​ໄດ້​ກວດ​ພົບ​ ການຣະບາດ ​ຂອງ​ເຊື້ອ​ໂຣຄ​ ​ໄຂ້ຫວົດນົກ ​ໃນຫລາຍ​ຫມູ່​ບ້ານ, ທາງ​ການ​ແຂວງ ຈື່ງ​ວາງ ​ກຳລັງ​ ລົງ​ພື້ນທີ່ ​ເພື່ອສກັດ​ກັ້ນ ການ​ແຜ່​ລາມ ​ຂອງ​ໂຣຄດັ່ງກ່າວ.

​ທ່ານ ​ແສງປະ​ເສີດ ທອງ​ສວັດ ຫົວ​ຫນ້າ ​​ແນ​ກສັດລ້ຽງ ປະຈຳ​ ແຂວງ​ຫລວງ​ພຣະບາ​ງ ​ເວົ້າວ່າ:

​“ເຂດ​ບ້ານ​ສີ​ແດງ​ ດຽວ​ນີ້ ​ເຮົາ​ມີ 4 ບ້ານ ມີ​ການ​ຂ້າ​ທຳ​ລາຍ ​ແລະ ​ເຝົ້າຣະວັງ ບໍ່​ມີ​ການ​ຊື້​ຂາຍ ບໍ່​ມີ​ການ​ແລກປ່ຽນ​ຫຍັງ ຖື​ວ່າ​ໂຈະ 100% ທາງຣັຖບານ ​ແລະ ​ເຈົ້າຂອງ​ສັດ ກໍ່​ເຫັນ​ຄວາມ​ສຳຄັນ ກໍ່​ຖື​ວ່າ​ເຮັດວຽກ​ງ່າຍ.”

ການຣະບາດ ຂອງ​ເຊື້​ອ​ໂຣຄ ​​ໄຂ້ຫົວດນົກຊນີດ H5N1 ຄັ້ງທຳ​ອີດ ທີ່​ແຂວງ​ຫລວງ​ພຣະບາງ ພົບ​ເຫັນ ​ໃນ​ຫມູ່​ສັດ​ປີກ ​ຂອງ​ຊາວບ້ານ ທີ່​ບ້ານ​ຟ້າ ບ້ານ​ທ່າ​ລີ້ ທ່າ​ສອາດ ​ແລະ ​ບ້ານ​ຄານ​ເມືອ​ນ້ຳບາກ ​ໃນ​ທ້າ​ຍ​ເດືອນ​ສີ​ງຫາ ທີ່​ຜ່ານ​ມາ. ຊາວບ້ານ​ ລາຍ​ງານ​ ວ່າ ​ເປັດ​​ໄກ່ ຂອງ​ພວກ​ຂະ​ເຈົ້າ ຕາຍຢູ່​ເລື້ອຍໆ ​ໂດຍ​ທີ່​ບໍ່​ຮູ້​ສາ​ເຫດ ​ເມື່ອ​ເຈົ້າຫນ້າ​ທີ່ ​ລົງ​ໄປ​ກວດ​ສອບ ຈື່ງ​ພົບ​ວ່າ ​ເປັນ​ຍ້ອນ​ໂຣຄ​​ ໄຂ້ຫວັດ​ນົກ ຈື່ງ​ມີ​ການ​ຈຳກັດ​ ບໍຣີ​ເວນ ​ແລະ ​ທຳ​ລາຍ​ສັດ​ປີກ ​ຖີ້ມປະມານ 2 ພັນ​ໂຕ, ​ປະກາດ 4 ຫມູ່ບ້ານ ​​ເປັນ​ເຂດ​ພື້ນ​ທີ່ ​ສີ​ແດງ​ ທ່ານ​ກ່າວ​ ກ່ຽວ​ກັບ ​ສາ​ເຫດ ​ຂອງ​ໂຣຄ​ດັ່ງກ່າວ​ວ່າ:

ມັນ​ມີ​ຄອບຄົວ​ນື່ງ ທີ່​ເຂົາ​ ຈຳຫນ່າຍ​ລູກ​ເປັດ ຊື່​ງ​ເຂົາ​ຊື້ ​ມາ​ຈາກ​ແຂວງ ອຸດົມ​​ໄຊ ​ແຕ່​ວ່າ ​ສາຍ​ພັນ ​ຫລື​ວ່າ​ເປັດ​ນັ້ນ ຕ້ອງ​ແມ່ນ ​ມາ​ຈາກ​ຈີນ ດຽວ​ນີ້ ​ຍັງ​ລໍຖ້າ ​ຟັງ​ວ່າ ​ຕົ້ນ​ເຫດ​ມາ​ຈາກ​ໃສ ​ກັນ​ແທ້ ​ເຮົາ​ມີ​ທີ​ມງານ​ນື່ງ ຍັງ​ຢູ່​ແຂວງ​ອຸດົມ​​ໄ.”

​ແຂວງ​ຫລວງ​ພຣະບາງ ​ເປັນ​ແຂວງ ທີ່​ມີ​ການທ່ອງທ່ຽວ ​ເປັນ​ຫລັກ ດັ່ງ​ນັ້ນ ​ເຈົ້າ​ໜ້າ​ທີ່ ຕ້ອງ​ໄດ້ ​ເອົາ​ໃຈ​ໃສ່ ​ໃນ​ການ​ກໍາຈັດ ​ໂຣກ​ໄຂ້ຫວັດ​ນົກ ທີ່​ອາດ​ຈະ​​ແຜ່ຣະບາດ ​ໄປ​ຍັງ​ເຂດ​ອື່ນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.