ລາວ ຍັງບໍຣິໂພກ ຊີ້ນໝູ ຕາມປົກກະຕິ
2009.04.29

ຊາວລາວ ໂດຍທົ່ວໄປແລ້ວ ແມ່ນຮູ້ກ່ຽວກັບ ການແຜ່ຣະບາດ ຂອງເຊື້ອພະຍາດ ໄຂ້ຫວັດໝູ ຊຶ່ງຊາວໂລກ ກໍາລັງວິຕົກ ກັງວົນກັນນັ້ນ ໂດຍຜ່ານຣາຍ ງານຂ່າວທາງ ວິທຍຸ ໂທຣະທັດ ຂອງລາວ ແລະຂອງໄທ. ແລະກໍປາກົດ ວ່າຊາວລາວ ຍັງກິນໝູ ຢູ່ຄືເກົ່າ. ໝູຢູ່ຕລາດ ແຫ່ງຕ່າງໆເປັນ ຕົ້ນຢູ່ໃຈກາງ ນະຄອນ ຫລວງວຽງຈັນ ແລະ ເຂດນອກຫລື ເຂດອ້ອມແອ້ມ ເປັນຕົ້ນ ຕລາດດ່ານຊ້າງ ຕລາດແລງ ສວນມອນ ແມ່ນຍັງຂາຍດີ ເປັນປົກກະຕິ ໃນຣາຄາຄື ເກົ່າຢູ່. ຕາມຄໍາເວົ້າຂອງ ຊາວເມືອງວຽງ ຈັນຜູ້ບໍ່ ປະສົງບອກຊື່:
ບ້ານເຮົາຍັງ ທັມມະດາ ຂະເຈົ້າກະເລີ້ມ ເວົ້າກັນ ຣາຄາໝູເຮົາ ກໍຍັງຄືເກົ່າ ໂລນຶ່ງ 30 ພັນກີບ ຊີ້ນສົດ ກະດູກ 28 ພັນກີບ ມັນກະຕັ້ງແຕ່ ປີໃໝ່ລາວມາ ກໍສໍ່ານີ້ເລີຍ ກ່ອນປີໃໝ່ ຂຶ້ນພັນນຶ່ງ ລະກະຢູ່ຈັ່ງ ຊີ້ເລີຍ ຕລາດບ້ານເຮົາ.
ພະຍາດ ໄຂ້ຫວັດໝູ ຫລື ໄຂ້ຫວັດໃຫຍ່ ແມັກຊິໂກ ຕາມຊື່ປະເທດ ທໍາອິດທີ່ມີ ການຣະບາດນັ້ນ ບັນດານັກ ຊ່ຽວຊານຢືນຢັນ ວ່າໂດຍທົ່ວໄປ ເປັນການຕິດຈາກ ຄົນສູ່ ຄົນ. ດັ່ງນັ້ນການ ບໍຣິໂພກໝູ ແມ່ນມີຄວາມ ປອດໄພ ຊຶ່ງທ່ານໝໍ ແພງຕາ ວົງພະຈັນ ຫົວໜ້າ ສູນວິເຄາະ ຂອງລາວ ກໍໄດ້ກ່າວ ຢືນຢັນວ່າ ບໍ່ມີການ ເຕືອນເລື່ອງກິນ ຊີ້ນໝູ ປະເພດໃດໆເລີຍ ເພາະຈະບໍ່ຕິດ ຍ້ອນຂໍແຕ່ໃຫ້ ປຸງແຕ່ງສຸກດີ. ແລະກ່ຽວກັບວ່າ ມີຄວາມເປັນ ໄປໄດ້ໜ້ອຍ ຫລາຍປານໃດ ທີ່ວ່າພະຍາດ ໄຂ້ຫວັດໝູ ຈະປາ ກົດຕົວ ຢູ່ລາວນັ້ນ ດຣ. ແພງຕາ ບອກວ່າ:
ກໍາລັງຫາລື ກັນຢູ່ວ່າເປັນ ໄປໄດ້ບໍ່ ຫລືບໍ່? ເພາະວ່າອີງຕາມ ປະຫວັດຂໍ້ມູນ ທາງດ້ານຣະບາດ ວິທຍາ ຜ່ານມາ ເຖິງຊິຢູ່ໄກ ປະເທດເຮົາ ຢູ່ທາງ ອະເມຣິກາ ທະວີບ ອະເມຣິກາລາຕິນ ແຕ່ດຽວນີ້ ຢູ່ອະເມຣິກາ ແລະມີອີກ ພວກນິວຊີແລນ ໄປຖອດຖອນ ບົດຮຽນ ກັບມາກໍວ່າ ມີອາການ ເນື່ອງຈາກວ່າ ພວກນັກທ່ອງທ່ຽວ ໄປມາຫາສູ່ ຢູ່ຕລອດ ມັນອາດຊິມີ ຜູ້ຕິດເຊື້ອ ອາດເອົາເຊື້ອ ມາແຜ່ຜາຍ ກໍອາດເປັນໄດ້ ໃສ່ບ້ານເຮົາ ແຕ່ຊິມີ ໜ້ອຍຫລາຍ ເວົ້າບໍ່ໄດ້.
ເວລານີ້ ບັນດານັກ ຊ່ຽວຊານ ຮວມທັງອົງການ ອະນາໄມໂລກ ຫລື WHO ວິຕົກກັງວົນ ວ່າຈະເກີດການ ແຜ່ຣະບາດ ຄືດັ່ງໄຂ້ຫວັດ Spain ໃນປີ 1968 ທີ່ເຮັດໃຫ້ ມີຜູ້ເສັຽ ຊີວິດຍ້ອນນັບ ເປັນລ້ານໆຄົນ ຕອນນັ້ນ. WHO ເວົ້າວ່າໂລກ ມະນຸດບໍ່ໄດ້ ປະເຊີນກັບການ ແຜ່ຣະບາດ ໃນລັກຊະນະນັ້ນ ມານານ 41 ປີແລ້ວ ແລະຖ້າຈະ ເກີດການແຜ່ ຣະບາດໃນລັກ ຊະນະແລະໃນ ຣະດັບດຽວກັນ ນັ້ນຈະເຮັດໃຫ້ ມີຜູ້ເສັຽ ຊີວິດຍ້ອນເຖິງ 7 ລ້ານ4 ແສນຄົນ ໂດຍຈະຣະບາດ ໄປທົ່ວໂລກ ໃນໄລຍະ ເວລາ ປີເຄິ່ງຫາ 2 ປີ. ແຕ່ເຖິງແນວໃດ ຫລາຍຄົນກໍເຊື່ອ ວ່າເຫດການ ເຊັ່ນນັ້ນຈະບໍ່ ເກີດຂຶ້ນຊໍ້າອີກ ເພາະມີຢາ ສໍາຮອງໃນສາງ ແລະຣະບົບການ ຕິດຕໍ່ຊື່ສານ ທີ່ທັນສະໃໝ ລວດເລວ ຣະຫວ່າງ ປະເທດຕ່າງໆ.