ຍັງມີ ຜູ້ຕິດ ເຊື້ອວັນນະໂຣກ ຫລາຍຢູ່ ໃນລາວ
2008.08.23
ເຈົ້າໜ້າທີ່ ສາທາຣະນະສຸຂ ແຂນງ ວັນນະໂຣຄ ປະຈຳແຂວງຄຳມ່ວນ ໄດ້ກ່າວເຖີງສະພາບ ຂອງຈຳນວນ ຜູ້ຕິດ ວັນນະໂຣຄ ທົ່ວແຂວງ ໃນປັຈຈຸບັນນີ້ ວ່າ ມີປະຣິມານຫລາຍກວ່າ ທີ່ທາງເຈົ້າໜ້າທີ່ ອົງກາຣ ອະນາມັຍໂລກ ໄດ້ຄາດຄະເນໄວ້ ດັ່ງທີ່ ທ່ານໄດ້ໃຫ້ ກາຣຊີ້ແຈງ ວ່າ:
“ດຽວນີ້ ເຮົາຈະຍັງບອກ ບໍ່ທັນໄດ້ວ່າ ມັນຈະລຸດ ຫລື ເພີ່ມ ມີແຕ່ວ່າ ປັຈຈຸບັນນີ້ CDR ພວກເຮົາ ມັນຂື້ນສູງເກີນທີ່ WHO ໄດ້ປະມານ ໄວ້ ປັຈຈຸບັນນີ້ ຣາຍງານ ທີ່ໄດ້ຮັບ ເປັນພຽງແຕ່ 2 quarters ຈະທຽບກັບ 2007 ກໍຍັງບໍ່ທັນໄດ້ ເພາະວ່າ ຕ້ອງໄດ້ຟັງ ຣາຍງານ ໝົດອິກ”
ເຈົ້າໜ້າທີ່ລາວ ດັ່ງກ່າວ ແຈ້ງເພີ່ມ ວ່າ: ຕາມຈຳນວນ ຄົນປ່ວຍ ທີ່ທາງອົງກາຣ ອະນາມັຍໂລກ ໄດ້ປະເມີນ ໄວ້ນັ້ນ ມີປະມານ 68 ຄົນ ໃນແຕ່ລະ 100,000 ກໍຣະນີ ແຕ່ຈຳນວນ ທີ່ແທ້ຈີງ ຄົງຈະມີຫລາຍກວ່ານັ້ນ ແລະວ່າ ໃນຣະຍະຜ່ານມາ ທາງພາຄສ່ວນກ່ຽວຂ້ອງ ກໍບໍ່ສາມາດ ຄວບຄຸມໄດ້ ຍ້ອນວ່າ ຜູ້ທີ່ຕິດເຊື້ອ ວັນນະໂຣຄນັ້ນ ສ່ວນຫລາຍແລ້ວ ຈະເປັນປະຊາຊົນ ທີ່ອາສັຍ ຢູ່ຕາມເຂຕຊົນນະບົດ, ແຕ່ປັຈຈຸບັນນີ້ ສະພາບກາຣ ກໍດີຂື້ນ ແລະ ຜູ້ຄົນປ່ວຍ ກໍສາມາດ ໄດ້ຮັບກາຣປີ່ນປົວ ດີຂື້ນກວ່າ ແຕ່ຄາວກ່ອນ ດັ່ງທີ່ທ່ານ ໄດ້ອະທິບາຍ ວ່າ:
“ຜູ້ປ່ວຍ ອາກາຣດີຂື້ນ ພວກເຮົາເຮັດ ສຸຂສຶກສາ ທຸກຣາຍ ທຸກເຂຕ ທີ່ມາທຳ ກາຣຮັກສາ ແມ້ກະທັ້ງ ຄົນໄຂ້ເອງ ແລະ ຍາຕຂອງຄົນໄຂ້ ພວກເຮົາ ຈະເວົ້າເຣື່ອງ ກາຣຕິດຕໍ່ ຂອງໂຣຄ ກາຣດູແລ ປະຕິບັຕ ຕົສ ອາຫາຣ ກາຣກິນ ແລະ ກໍກາຣຮັກສາ ພວກເຮົາ ຈະເວົ້າແນວນັ້ນ”
ເຈົ້າໜ້າທີ່ລາວ ຄົນນີ້ ໄດ້ກ່າວ ເນັ້ນວ່າ: ໃນປັຈຈຸບັນ ມີທຶນກາຣຊ່ວຍເຫລືອ ຈາກ Global Fund ສຳຫລັບ ຜູ້ປ່ວຍ ທີ່ຕິດ ເຊື້ອວັນນະໂຣຄ ແລະ ພ້ອມດຽວກັນນັ້ນ ທາງພາຄສ່ວນໜ່ວຍງານ ຂອງທາງຣັຖບາລ ກໍມີກາຣຈັດ ກິຈກັມ ຕ່າງໆ ເພື່ອຊ່ວຍຊູ ເຂົ້າສົມທົບ ກັບຄ່າໃຊ້ຈ່າຍ ໃນກາຣຮັກສາ ປິ່ນປົວ ພວກຄົນປ່ວຍ ດັ່ງກ່າວນີ້ ຕລອດມາ.