ແຂວງຫລວງນ້ຳທາ ເອົາໃຈໃສ່ ປ້ອງກັນ ການຣະບາດ ຂອງໂຣກ ຖອກທ້ອງ

ດຣ. ແສງວົງ ບຸດດາວົງ, ຫົວໜ້າ ຂແນງການ ຣະບາດວິທະຍາ ປະຈຳຜແນກສາທາຣະນະສຸກ ແຂວງຫລວງນ້ຳທາ, ກ່າວວ່າ: ປັດຈຸບັນ ເຈົ້າໜ້າທີ່ ການແພດແຂວງຫລວງນ້ຳທາ ກຳລັງເອົາໃຈໃສ່ປ້ອງກັນ ໂຣກຕິດຕໍ່ໃນຣະດູຮ້ອນ, ເປັນຕົ້ນ ໂຣກຖອກທ້ອງ.

ດຣ. ​ແສງ​ວົງ ​ໄດ້​ຊີ້​ແຈງ ​ຕອນ​ນຶ່ງ ​ວ່າ:

“ຊວງ​ໜ້າ​ແລ້ງ​ນີ້ ທາງຜ​ແນ​ກສາທາ​ ພວກ​ເຮົາ ກໍ​ມີ​ຄວາມ​ພ້ອມ​ ໃນ​ການ​ກະ​ກຽມ​ພະຍາດ ​ຕາມຣະດູ​ການ ​ເຊັ່ນ​ວ່າ ພະຍາດ ຖອກທ້ອງ ຍ້ອນ​ສາ​ເຫດ ກໍ​ແມ່ນ​ ເຣື່ອງການ​ອະນາ​ໄມ​ ອາຫານ​ການ​ກິນ​ບາງ​ຢ່າງ ຖື​ວ່າ​ ໃນ​ເຂດ​ຊົນນະ​ບົດ ບາ​ງ​ເຜົ່າ ​ກໍ​ຍັງ​ມີ​ການ​ກິນ ​ສຸກໆ​ດິບໆ​ຢູ່.”

ດຣ. ​ແສງ​ວົງ ກ່າວ​ອີກ​ວ່າ ​ເຈົ້າໜ້າ​ທີ່ ​ໄດ້​ລົງ​ໄປ​ໃຫ້​ ຄວາມ​ແນະນຳ​ ແກ່​ຊາວບ້ານ ​ໂດຍ​ສະ​ເພາະ ​ບັນດາ​ຊົນ​ເຜົ່າ ​ໃຫ້​​ໃຊ້​ນ້ຳສະອາດ ໃຫ້ກິນ​ ແຕ່​ອາຫານ​ທີ່​ສຸກດີ ​ໃຫ້​ທຳຄວາມ​ສະອາດ ​​ໃນ​ບໍຣິ​ເວນ​ບ້ານ​ເຮືອນ ​ເຊັ່ນ​ໃຫ້ຄວ້ຳກະປ່ອງ ​ແລະ ທຳ​ຄວາມ​ສະອາດ ​ຮ່ອງນໍ້າ​ຕ່າງໆ ​ເພື່ອ​ບໍ່​ໃຫ້​ເປັນ​ທີ່​ອອກ​ແມ່​ແຜ່​ລູກ ​ຂອງ​ຍຸງ ​ເພາະ​ອີກ​ບໍ່​ດົນ ​ກໍ​ຈະ​ເຖິງ​ຍາມ​ຝົນ​​ແລ້ວ. ຍຸງ​ເປັນ​ຕົວ​ການ​ໃຫຍ່ ທີ່​ພາກ​ໃຫ້​ເກີດ​ໂຣກ​​ໄຂ້​ເລືອດ​ອອກ ​ແລະ ​ໄຂ້ປ່າມາ​ເລ​ເຣັຍ.

ສຳຣັບ ບັນຫາ​ການຣະບາດ ​ຂອງ​ໂຣກ​ໄຂ້​ຫວັດ​ນົກ ​ນັ້ນ ໃນລະຍະ​ນີ້ ກຳລັງ​ເຂົ້າສູ່ ສະພາບ​ປົກກະຕິ ບໍ່​ມີ​ການຣະບາດ ອີກ​ແລ້ວ ຄາດ​ວ່າ ​ໃນ​ເດືອນ​ພຶ​ສພາ ​ໜ້າ​ນີ້ ທາງ​ການລາວ ກໍຈະ​ປະກາດ ​​ແຂວງ​ຫລວງ​ນ້ຳທາ​ເປັນ​ເຂດ​ປອດ​ໂຣກ​​ໄຂ້ຫວັດ​ນົກ ຢ່າງ​ຊິ້ນ​ເຊີງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org