ລາວ ປັບຣະດັບ ປ້ອງກັນ ເຊື້ອໄຂ້ຫວັດໃຫຍ່
2009.07.21
ຫລັງຈາກ ທາງການລາວ ປະກາດຍອດຈຳນວນ ຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ສາຍພັນ H1N1 ວ່າມີ31ຄົນແລ້ວ ສຳນັກນາຍົກ ຣັຖມົນຕຣີ ແລະ ຫ້ອງການ ປະສານງານ ກອງເລຂາ ຄນະກັມມະການ ແຫ່ງຊາດ ຕ້ານແລະຄວບຄຸມ ພຍາດຕິດຕໍ່ ໄດ້ປະຊຸມເພື່ອ ປະຕິບັດ ມາຕການປ້ອງກັນ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ໂດຍຈະເລັ່ງໃສ່ 9ແຂວງຄື: ແຂວງຫລວງນ້ຳທາ, ອູດົມໄຊ, ໄຊຍະບູຣີ, ຫົວພັນ, ຊຽງຂວາງ,ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ. ພ້ອມທັງແນະນຳ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຈຳແຕ່ລະ ແຂວງລາຍງານກ່ຽວກັບ ກຸ່ມຄົນທີ່ມີ ຄວາມສ່ຽງຕໍ່ການ ຕິດເຊື້ອໂຣກນັ້ນ ຢ່າງເປັນປະຈຳ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງ ສາທາຣະນະສຸກ ກ່າວເຖິງກຸ່ມຄົນ ທີ່ມີຄວາມສ່ຽງ ນັ້ນວ່າ:
"ທີ່ພົບນັ້ນແມ່ນວ່າ ພວກທີ່ສຳຜັດ ພວກclose contact ດຽວນີ້ນີ່ຍັງພວກ close contact ທີ່ເຂົາເຈົ້າຍັງ ຕິດຕາກໍມີບາງ ກໍຣະນີເທົ່ານັ້ນ ທີ່ເອົາໃຈໃສ່ ເຝົ້າຣະວັງຕື່ມ."
ຜູ້ທີ່ມີແນວໂນ້ມ ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ສາຍພັນ 2009ນັ້ນ ໃນຂນະນີ້ ຍັງມີອີກ ຈຳນວນນຶ່ງ ຊຶ່ງທາງການລາວ ເອົາໃຈໃສ່ ເຝົ້າຣະວັງ ຕິດຕາມ ອາການຢູ່ຢ່າງ ໃກ້ຊິດເພາະເປັນກຸ່ມ ທີ່ຢູ່ໃກ້ກັບ ຄົນເຈັບ ທີ່ຕິດເຊື້ອໂຣກ ນັ້ນໄປແລ້ວ. ຖ້າເຫັນວ່າຕິດເຊື້ອ ກໍຈະໄດ້ຮັບ ການຮັກສາປິ່ນປົວ ໃຫ້ທັນທ່ວງທີ.
ການຣະບາດຂອງເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ທີ່ເກີດຂື້ນຢູ່ ປະເທດລາວ ນັບຕັ້ງແຕ່ເລີ່ມເກີດ ມີກໍຣະນີທຳອິດ ໃນເດືອນ ມິຖຸນາ ເຖິງເດືອນ ກໍຣະກະດາ ປີ 2009 ຄືພາຍໃນເວລາ ພຽງ2ເດືອນເທົ່ານັ້ນ ກໍມີຈຳນວນ ຜູ້ຕິດເຊື້ອໂຣກ ນີ້ເຖິງ31ຄົນ ເຮັດໃຫ້ກະຊວງ ສາທາຣະນະສຸກ ຂອງລາວຕ້ອງໄດ້ ປັບຣະດັບຄວາມ ຮຸນແຮງຂອງການ ແຜ່ຣະບາດຂອງ ເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ ນັ້ນຈາກຣະດັບ3B ຂື້ນເປັນຣະດັບ4 ຄືມີການຣະບາດ ຈາກຄົນໄປສູ່ຄົນ ທີ່ມີຢູ່ໃນແຂວງ ໃດແຂວງນຶ່ງຂອງ ລາວ.