ຂອງຂວັນ ຈາກ ສິງກະໂປ
2009.05.28
ບໍຣິສັດ Technologies Telemedia ສິງກະໂປ ໃຫ້ເຄື່ອງວັດແທກ ອຸ່ນນະພູມ ຄວາມຮ້ອນ ເພື່ອຈັບຫາ ເຊື້ອໄຂ້ຫວັດໃຫຍ່ ສາຍພັນ A (H1N1) ແກ່ ຣັຖບານ ລາວ ເພື່ອຕິດຕັ້ງໃສ່ ສະໜາມບິນ ວັດໄຕ ສຳລັບກວດຄົນ ໂດຍສານທີ່ເປັນ ໄຂ້ຫວັດໃຫຍ່ ຫລືເປັນໄຂ້ ທຸກຊະໜິດ.
ໃນລະຫວ່າງ ພິທີມອບຮັບ ຢູ່ສະໜາມບິນ ວັດໄຕ ທີ່ນະຄອນ ຫລວງວຽງຈັນ ໃນວັນ ຈັນ ຜ່ານມາ ທ່ານ Jeyaraj Benjamin William ເອກອັກຄະຮາຊທູດ ສິງກະໂປ ປະຈຳ ສປປລາວ ໄດ້ມອບອຸປກອນ ທີ່ທັນສະໃໝ ນັ້ນໃຫ້ແກ່ ທ່ານ ເຈືອງ ສົມບູນຂັນ ຣັຖມົນຕຣີ ປະຈຳສຳນັກ ງານນາຍົກ ຫົວໜ້າຄະນະ ເລຂາຄວບຄຸມ ພະຍາດຕິດຕໍ່ ຂອງລາວ ແລະຜູ້ອຳນວຍການ ໃຫຍ່ຂອງບໍຣິສັດ ດັ່ງກ່າວກໍກ່າວ ວ່າຈຸດປະສົງ ຂອງຂອງຂວັນນັ້ນ ແມ່ນເພື່ອປ້ອງກັນ ການລະບາດຂອງ ໄຂ້ຫວັດ ໃຫຍ່ ຢູ່ປະເທດລາວ ແລະທັງ ເພື່ອສົ່ງເສີມ ການພົວພັນ ອັນດີລະຫວ່າງ 2 ປະເທດລາວ ແລະ ສິງກະໂປ. ພ້ອມກັນນັ້ນ ທາງບໍຣິສັດ ຍັງໄດ້ໃຫ້ ຜູ້ຊ່ຽວຊານ 2ຄົນ ຊ່ວຍຕິດຕັ້ງ ແລະຝຶກອົບຮົມ ນັກເຕັກນິກລາວ ນຳດ້ວຍ.