ໄຂ້ຫວັດໝູ ອາຈແຜ່ຣະບາດ ຢູ່ລາວ
2009.07.07

ການແຜ່ຣະບາດ ຂອງເຊື້ອພຍາດ ໄຂ້ຫວັດໃຫຍ່ 2009 ຫລືສາຍພັນ A/H1N1 ໃນລາວ ມີຄວາມສ່ຽງ ສູງ ຕ້ອງມີການ ຕິດຕາມຢ່າງໃກ້ຊິດ ຍ້ອນວ່າ ປະເທດເພື່ອນບ້ານ ມີການຣະບາດ ຂ້ອນຂ້າງຮ້າຍແຮງ.
ແລະຂນະນີ້ ທາງກະຊວງ ສາທາຣະນະສຸກ ຂອງລາວ ໄດ້ຕຽມຫນ່ວຍງານ ປີ່ນປົວ-ເຄື່ອນທີ່ໄວ ທົ່ວປະເທດ ແລະໃຫ້ຄວາມຮູ້ ແກ່ປະຊາຊົນ ໂດຍສະເພາະ ຕາມສຖານສຶກສາ ໂຮງຮຽນຕ່າງໆ ເພາະເປັນບ່ອນ ສ່ຽງທີ່ຕ້ອງ ເຝົ້າຣະວັງ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ຣະດັບສູງຈາກ ຫ້ອງການ ປະສານງານຕ້ານແລະ ຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ ໃນວັນທີ7 ກໍຣະກະດາ ນີ້:
“ມັນກໍຢາກ ແຜ່ໄປໝົດ ທຸກປະເທດ ເຮົາຈໍາເປັນຕ້ອງ ເຂັ້ມງວດ ປົກກະຕິ ນັກຣະບາດວິທຍາ ຄິດວ່າ ປະເທດໃດ ມີຣະບາດ ການສົ່ງຕໍ່ໄວ ຈັງຫວະຂອງການ ຕິດຕໍ່ໄວ ດັ່ງນັ້ນ ມາຕການທີ່ຈະ ເອົາໃຈໃສ່ກໍຄື ເຮັດຈັ່ງໃດ ຈະໃຫ້ຮູ້ທັນ.”
ລາວ ປະກາດຢືນຢັນ ມີຜູ້ຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ສາຍພັນ A/H1N1 ກໍຣະນີ ແລ້ວ ເຮັດໃຫ້ພາກສ່ວນ ກ່ຽວຂ້ອງ ທົ່ວປະເທດ ເຝົ້າຣະວັງ ກວດກາຄົນເຂົ້າ ອອກປະເທດຢ່າງ ເຂັ້ມງວດ ຫລາຍຂຶ້ນ ໂດຍສະເພາະຢ່າງຍີ່ງ ຄົນທີ່ເດີນທາງ ເຂົ້າລາວ ຜ່ານປະເທດ ເພື່ອນບ້ານທີ່ພຍາດ ດັ່ງກ່າວ ຣະບາດຂັ້ນຮ້າຍແຮງນັ້ນ.
ສ່ວນທີ່ດ່ານຊາຍ ແດນທາງບົກ ການເຝົ້າຣະວັງ ຫຍູ້ງຍາກຫລາຍ ເພາະບໍ່ມີເຄື່ອງວັດ ແທກອູນຫະພູມ Thermo Scan. ໃນແຕ່ລະວັນ ມີຄົນເຂົ້າອອກ ຫລາຍພັນຄົນ ຊຶ່ງການກວດກາ ອາດບໍ່ລະອຽດ ທົ່ວ ເຖິງ ໂດຍສະເພາະ ກຸ່ມທີ່ເດີນທາງ ເຂົ້າມາໂດຍໃຊ້ ຣົດໂດຍສານ ສາທາຣະນະ. ທ່ານ ສີງຫາ ສຸຂວິໄລ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ສວັນນະເຂດ ກ່າວວ່າ:
“ຍາກໆຕົວນີ້ຍາກ ຄົນຢູ່ໃນຣົດ ໃຫ້ເຂົາລົງໝົດ ກໍມັນຍາກ ມັນແຕະຕ້ອງສິດ ຂອງເຂົາ ກໍໃຫ້ເຂົາ ລົງໝົດ ກໍບໍ່ໄດ້ ມີແຕ່ເຮົາເບີ່ງ ຫ່າງໆ ຜູ້ໃດມີໜ້າແດງ ເປັນໄຂ້ ຄັນເຫັນຜູ້ສົງໃສ ເຮົາກໍຄັວກເຂົາ ລົງມາກວດຢູ່ຫ້ອງ ແຍກກວດປອດ ກວດຫຍັງໄປ.”
ຫ້ອງການ ປະສານງານ ຕ້ານແລະຄວບຄຸມ ພຍາດຕິດຕໍ່ ແຫ່ງຊາດຂອງລາວ ໄດ້ສັ່ງໃຫ້ມີ ການຈັດຕັ້ງ ທີມແພດ ເຄື່ອນທີ່ໄວ ປະກອບດ້ວຍ ແພດໝໍ ຕໍາຣວດຊາຍແດນ ແລະພາກສ່ວນອຶ່ນໆ ທີ່ກ່ຽວຂ້ອງ ປະຈໍາ ຢູ່ຈຸດສ່ຽງ ບໍຣິເວນດ່ານ ສາກົນ ທາງບົກຕາມແນວ ຊາຍແດນ ແລະ ປະຈໍາສນາມບີນ ນາໆຊາດ ເພື່ອປີ່ນປົວ ໃຫ້ຢາແລະບັນທຶກ ຂໍ້ມູນຕ່າງໆ.