ລາວຈະຈັດກອງປະຊຸມ ສາທາຣະນະສຸຂ ຣະດັບພາກພື້ນ
2009.12.16
ລາວຈະເປັນເຈົ້າພາບ ກອງປະຊຸມ ສາທາຣະນະສຸຂ 5 ປະເທດ ເຂດລຸ່ມແມ່ນໍ້າຂອງ ໃນເດືອນໜ້າ ໂດຍຄາດວ່າຈະມີ ຜູ້ເຂົ້າຮ່ວມ ປະມານ 1ພັນຄົນ ຕາມຣາຍງານຂ່າວ DPA ວັນທີ15ທັນວານີ້.
ເປົ້າໝາຍຂອງກອງປະຊຸມ ຊຶ່ງກໍານົດຈັດຂຶ້ນ ຣະຫວ່າງວັນທີ 24 ຫາ 28 ທັນວາ 2009 ທີ່ນະຄອນຫລວງວຽງຈັນ ກໍເພື່ອທົບທວນ ກ່ຽວກັບພາກປະຕິບັດ ແລະແລກປ່ຽນ ປະສົພການກັນ ຣະຫວ່າງບັນດາ ເຈົ້າໜ້າທີ່ສາທາຣະນະສຸຂ ຈາກ 5 ປະເທດ ໃນເຂດລຸ່ມແມ່ນໍ້າຂອງ ຄື ກັມພູຊາ ລາວ ພະມ້າ ໄທແລະວຽດນາມ.
ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ຈະພິຈາຣະນາ ຫາຣືກັນກ່ຽວກັບ ບັນຫາທ້າທາຍຕ່າງໆ ສໍາລັບປະເທດ ເຂດລຸ່ມແມ່ນໍ້າຂອງ ເປັນຕົ້ນ ເລື່ອງການຕາຍຂອງ ແມ່ແລະເດັກນ້ອຍ ການຂາດສານ ອາຫານ ນະໂຍບາຍ ສັກຫລືໃຫ້ຢາ ວັກຊີນປ້ອງກັນພຍາດ ໄຂ້ເລືອດອອກ ແລະເຊື້ອໄຂ້ຫວັດໝູ.
ພ້ອມດຽວກັນ ຂ່າວ DPA ຍັງຣາຍງານ ໂດຍອ້າງອີງໃສ່ ໜັງສືພິມວຽງຈັນ Times ວ່າ ກອງປະຊຸມດັ່ງກ່າວ ຈະໄຂຂຶ້ນສໍາລັບນັກວິຊາການ ດ້ານສຸຂພາບທຸກຄົນ ຮວມເຖິງບັນດານາຍຄຣູ ນັກສຶກສາ ໃນປະເທດເຂດລຸ່ມແມ່ນໍ້າຂອງ ນໍາດ້ວຍ.