ລາວ ເອົາໃຈໃສ່ ປ້ອງກັນໂຣກ ໄຂ້ຫວັດໝູ

ຫ້ອງການປະສານງານຕ້ານ ແລະຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ ຂອງລາວ ເອົາໃຈໃສ່ ປ້ອງກັນໂຣກ ໄຂ້ຫວັດໝູ ໃນແຂວງຕ່າງໆ ທົ່ວປະເທດລາວ.
ມະນີຈັນ
2009.08.04

ຫ້ອງການປະສານງານ ແລະ ຄວບຄຸມພຍາດຕິດຕໍ່ ແຫ່ງຊາດ ຍັງເຝົ້າຣະວັງ ເຊື້ອໂຣກໄຂ້ຫວັດໝູ ໃນ2ເຂດແຂວງຂອງລາວ ຄື:ນະຄອນຫລວງວຽງຈັນ ແລະ ແຂວງບໍຣິຄໍາໄຊ ທີ່ມີການຣະບາດ ໜັກຢູ່ແລ້ວນັ້ນ ຂນະດຽວກັນກໍມີ ການກວດກາ ແລະວາງມາຕການ ປ້ອງກັນເພີ່ມຕື່ມ ໃນແຂວງອຶ່ນໆ ທົ່ວປະເທດລາວ ໃຫ້ຫລາຍຂຶ້ນພາຍຫລັງ ມີການສລຸບຕົວເລກ ຄົນຕິດເຊື້ອທັງໝົດ ໃນລາວ156ກໍຣະນີ ເມື່ອວັນທີ3 ສິງຫາ ນີ້. ດຣ.ບຸນຫລາຍ ພົມມະສັກ ໂຄສົກຫ້ອງການ ປະສານງານຕ້ານ ແລະ ຄວບຄຸມພຍາດຕິດຕໍ່ ແຫ່ງຊາດ ກ່າວໃນຕອນນຶ່ງວ່າ:

"ສະເພາະແຂວງທີ່ ມັນມີການຣະບາດ ຢູ່ໃນຊຸມຊົນ ມັນກໍຖືວ່າບໍ່ຈໍາເປັນ ຈະກວດອີກແລ້ວ ແຂວງທີ່ບໍ່ທັນ ມີຣະບາດໃນຊຸມຊົນ ເຮົາກໍສືບຕໍ່ ກວດຢູ່."

ການເຝົ້າຣະວັງ ເຊື້ອໂຣກໄຂ້ຫວັດໝູ ໃນແຂວງທີ່ບໍ່ທັນພົບ ຜູ້ຕິດເຊື້ອຄົນໃດ ເທື່ອນັ້ນ ມີການປະຕິບັດ ມາຕການກວດກາ ເຝົ້າຣະວັງເພີ່ມຕື່ມ  ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງປະຈໍາແຂວງນັ້ນໆ ຈະຕ້ອງເກັບກໍາຂໍ້ມູນ ແລະຣາຍງານໃຫ້ ຫ້ອງການປະສານງານ ຊາບໂດຍກົງ ຢ່າງສມໍ່າສເມີ. ດຣ.ບຸນຫລາຍ ກ່າວໂດຍໃນຕອນນຶ່ງວ່າ:

"ແຂວງທີ່ມີການ ຢັ້ງຢືນວ່າ ມີການຕິດເຊື້ອ ຈາກຄົນສູ່ຄົນ ຢູ່ໃນຊຸມຊົນ ເຮົາກໍມີແຕ່ເບິ່ງ ອາການເອົາຣາຍງານ ເປັນຊອກເບິ່ງ ຜູ້ທີ່ມີອາການ ແຮງອີ່ຫລີຈຶ່ງກວດ."

ມາຮອດປັດຈຸບັນນີ້ ປາກົດວ່າພົບ ຜູ້ຕິດເຊື້ອໂຣກ ໄຂ້ຫວັດໝູ ຢູ່8ເຂດ-ແຂວງຂອງລາວ ຄື:ນະຄອນຫລວງວຽງຈັນ ແຂວງບໍຣິຄໍາໄຊ ສວັນນະເຂດ ຈໍາປາສັກ  ແຂວງວຽງຈັນ ຫລວງພຣະບາງ ແຂວງຄໍາມ່ວນ ແຂວງສາຣະວັນ. ລ່າສຸດນີ້ທາງສູນກາງ ກໍມີຄໍາສັ່ງໄປຍັງ ໂຮງພະຍາບານ ຕ່າງໆໃຫ້ປີ່ນປົວ ດ້ວຍຢາ ໂອແຊວຕາມີເວັຽຣ ກັບຄົນທີ່ເຈັບໜັກ ເທົ່ານັ້ນ.  ສໍາລັບຄົນເຈັບ ທີ່ມີອາການເບົາບາງ ກໍໃຫ້ທ່ານໝໍ ກວດແລະປີ່ນປົວ ຕາມຫລັກການແພດ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.