ເດັກນ້ອຍລາວ ຂາດ ສານອາຫານ
2009.04.13
ອີງຕາມລາຍງານ ຈາກແຫລ່ງຂ່າວ ທ້ອງຖິ່ນເປີດ ເຜີຍວ່າຮອງ ນາຍົກຣັຖມົນຕຣີ ຜູ້ປະຈຳການ ຣັຖບານ ທ່ານ ສົມສວາດ ເລັ່ງສວັດ ປະທານຄະນະ ກັມມະການ ເພື່ອແມ່ແລະເດັກ ໄດ້ກ່າວໃນ ພິທີເປີດ ກອງປະຊຸມ ເພື່ອເຜີຍແຜ່ ໂພສນາການ ຂອງນະໂຍບາຍ ແຫ່ງຊາດ ທີ່ໄດ້ຈັດຂື້ນ ເມື່ອວັນພຸດ ທີ 8 ຜ່ານມາວ່າ ສະພາບການ ຂອງເດັກນ້ອຍໃນ ສປປລາວ ໃນປັດຈຸບັນ ມີຄວາມສ່ຽງ ເຖິງຂັ້ນຮ້າຍ ແຮງທີ່ສຸດ ເພາະເດັກນ້ອຍລາວ ທີ່ມີອາຍຸ ຕໍ່າກວ່າ 5 ປີມີ 40 ສ່ວນຮ້ອຍ ໄດ້ຮັບ ຜົນກະທົບ ຈາກການຂາດ ສານອາຫານ ແລະອີກ 41 ສ່ວນຮ້ອຍ ເປັນໂຣກຂາດເລືອດ ຊຶ່ງສ່ວນໃຫຍ່ ຈະເປັນເດັກນ້ອຍ ທີ່ຢູ່ຕາມ ພື້ນທີ່ ຊົນນະບົດ.
ເດັກນ້ອຍ ຈຳພວກນີ້ 1 ໃນ 2 ຈະມີຮູບຮ່າງ ຕົນໂຕທີ່ ບໍ່ໃຫຍ່, ຕໍ່ານ້ອຍເມື່ອ ທຽບກັບອາຍຸ ຂອງຂະເຈົ້າ ຍ້ອນຜົນກະທົບ ຈາກການຂາດ ອາຫານ ຢ່າງຮຸນແຮງ ຊຶ່ງອາດຈະຂາດ ໂອກາດໃນ ການຈະເຮີນ ເຕີບໂຕ ທາງດ້ານສມອງ ແລະຮ່າງກາຍໄດ້.
ນອກຈາກນັ້ນ ທ່ານຍັງໄດ້ ກ່າວອີກວ່າ ເພື່ອເປັນການ ເຜີຍແຜ່ ໂພສນາການ ຂອງນະໂຍບາຍ ແຫ່ງຊາດ ຢາກໃຫ້ຫລາຍໆ ພາກສ່ວນກ່ຽວຂ້ອງ ຮ່ວມໃຈກັນ ເພື່ອຮັບ ປະກັນໃ ຫ້ສະພາບ ໂຄງການນີ້ ມີການປ່ຽນ ແປງໃໝ່ໃນ ທາງທີ່ດີ ຂື້ນເລື້ອຍໆ ໂດຍໃຫ້ເນັ້ນໜັກ ເຖິງຄວາມປອດພັຍ ທາງດ້ານອາຫານ ຍຸທສາດ ທາງດ້ານການ ເສື່ອມສານສຸຂພາບ ຂອງແມ່ແລະ ເດັກນ້ອຍເກີດໃໝ່.
ອັດຕາຂອງ ການຕາຍຂອງແມ່ ແລະເດັກໃນລາວ ຍັງສູງຫລາຍ. ສາເຫດພື້ນຖານ ອັນນຶ່ງຂອງການ ຕາຍນີ້ກໍຍ້ອນ ການຂາດສານອາຫານ ຂອງຜູ້ເປັນແມ່ ເວລາຖື ພາຫລືຫລັງ ເກີດລູກແລ້ວ.
ແມ່ແລະເດັກ ທີ່ມີສຸຂພາບ ດີຈະຊ່ອຍໃຫ້ ລາວມີ ຊັພຍາກອນ ມະນຸດ ທີ່ມີຄຸນນະພາບ ທາງດ້ານຮ່າງກາຍ ແລະມັນສມອງ. ໂພສນາການ ແມ່ນປັດໃຈນຶ່ງ ທີ່ສາມາດ ຊ່ອຍໃຫ້ການ ຕາຍເລົ່ານັ້ນ ຫລຸດໜ້ອຍລົງໄດ້ ທ່ານກ່າວ ໃນທີ່ສຸດ.