ໃຄຫີນທຽມ ທີ່ຜລິດຈາກ "ຈີນ"

ກົມອາຫານແລະຢາ ສັ່ງໃຫ້ເຈົ້າໜ້າທີ່ ລົງກວດກາ ໃຄຫີນທຽມຕາມແຂວງ ທີ່ຕິດກັບຊາຍແດນຈີນ
ໂພໄຊສວັດ
2009.08.26

ກົມອາຫານແລະຢາ ມີແຜນການຈະສັ່ງ ໃຫ້ພນັກງານ ຕາມແຂວງຕ່າງໆ, ໂດຍສະເພາະເຂດ ທີ່ມີຊາຍແດນ ຕິດຕໍ່ກັບຈີນ, ທຳການກວດກາ ໃຄຫີນແຫ້ງທຽມຈາກຈີນ. ຍ້ອນວ່າຫາກກິນເຂົ້າໄປ ອາດຈະເປັນອັນຕະລາຍ ຕໍ່ຮ່າງກາຍ. ດັ່ງ ດຣ ສົມທະວີ ຈາງວິສົມມິດ ຫົວໜ້າ ກົມອາຫານ ແລະຢາ ກະຊວງ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ຍັງບໍ່ໄດ້ກວດ ຊິສັ່ງໃຫ້ພນັກງານ ລົງກວດ ແລະໃກ້ໆນີ້ຈະລົງກວດ ໂດຍສະເພາະແຂວງ ທີ່ມີຊາຍແດນຕິດກັບ ປະເທດຈີນ."

ກົມອາຫານແລະຢາ ຂອງໄທ ລາຍງານວ່າ, ໃຄຫີນທຽມ ທີ່ນຳເຂົ້າມາຈາກຈີນ ມີລັກສນະເປັນ plastic ເອົາມາຍ້ອມກິ່ນແລະສີ. ຈາກການສຳຣວດ ຈະພົບວ່າ, ໃຄຫີນທຽມ ຈະເປັນແຜ່ນມົນໆສີດຳ ມີກິ່ນແລະສີຄືກັນກັບ ໃຄຫີນແທ້, ແຕ່ເມື່ອເອົາມາແຊ່ນ້ຳ ກໍຈະເຫັນວ່າສີດຳ ເລີ້ມຄ່ອຍໆຈາງອອກ, ແລະເມື່ອເອົາມາແພ່ເບິ່ງ ກໍຈະເຫັນເປັນແຜ່ນຢາງ plastic, ແຕ່ຈະບໍ່ໜຽວ ເທົ່າກັນກັບ plastic ແຜ່ນມັນມີລັກສນະ ທີ່ລຽບກວ່າໃຄຫີນແທ້,ບ່ອນຜລິດໃຄຫີນ ນີ້ແມ່ນເມືອງຊຽງໄຮ ປະເທດຈີນ.

ນອກຈາກນີ້ແລ້ວ ການນຳເອົາສິນຄ້າ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ ເຂົ້າມາຂາຍນັ້ນ, ຖືວ່າເປັນການ ເຮັດຜິດຕໍ່ກົດໝາຍ ສປປລາວ ດັ່ງທ່ານລັງສີ ສີບຸນເຮືອງ ຮອງອັຍການ ປະຊາຊົນສູງສຸດ ເວົ້າວ່າ:

"ກົດໝາຍວ່າດ້ວຍການ ຂາຍສິນຄ້າ ທີ່ເປັນອັນຕະລາຍ ຕໍ່ສຸຂພາບ, ເອົາສິນຄ້າທີ່ຜິດ ຕໍ່ຜູ້ບໍລິໂພກ ພວກນັ້ນແມ່ນຕັດສີນ ຕັດອິສຣະພາບ 5ປີ ຂື້ນໄປ ແລະປັບໃໝ5ລ້ານ-50ລ້ານ."

ໃນຂນະດຽວກັນ ທາງກົມອາຫານແລະຢາ ຂອງລາວ, ຈະເລັ່ງກວດຄົ້ນຫາ ໃຄຫີນທຽມ, ເພື່ອປ້ອງກັນບໍ່ໃຫ້ ປະຊາຊົນ ໄດ້ຮັບອັນຕະລາຍ ແລະ ຫາກຜູ້ໃດພົບເຫັນ ໃຄຫີນທຽມ ທີ່ຖືກນຳເອົາມາຂາຍ ກໍໃຫ້ແຈ້ງຕໍ່ ກົມອາຫານແລະຢາ ຫລືເຈົ້າໜ້າທີ່ ສາທາຣະນະສຸຂ ປະຈຳແຂວງ ເພື່ອກວດສອບ ແລະເອົາຜິດກັບຜູ້ ນຳເອົາມາຂາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.