ໂຮງໝໍໃນລາວຂາດເລືອດ
2010.05.28
ການໃຫ້ເລືອດຄົນເຈັບ ໃນປັຈຈຸບັນນີ້ ຍັງມີບັນຫາ ເພາະໂຮງໝໍຕ່າງໆ ໃນທົ່ວ ປະເທດລາວ ບໍ່ມີເລືອດເກັບໄວ້ ພຽງພໍ. ຕາມຄໍາເວົ້າຂອງ ດຣ. ເຕ ທັມມະວົງ ຫົວໜ້າສູນ ບໍຣິຈາກເລືອດ ອົງການກາຊາດລາວ ໃນນະຄອນຫລວງ ວຽງຈັນ:
"ເວົ້າເຖິງການ ບໍຣິຈາກເລືອດ ມາຮອດ ປັຈຈຸບັນນີ້ ໃນເມື່ອກ່ອນ ເຮົາແຕ່ວ່າສໍາຄັນ ແຕ່ວ່າດຽວນີ້ ຈໍາເປັນ ບໍຣິຈາກ ບໍ່ໄດ້ ຄວາມຮຽກຮ້ອງ ຕ້ອງການນັບມື້ ຍິ່ງເພີ່ມຂຶ້ນ ປີ 2008 ບໍ່ຫລາຍປານໃດ ປີ 2009 ເພີ່ມຂຶ້ນ ປີ 2010ນີ້ 50 ຖົງ ແຕ່ລະວັນ ຖືວ່າທັມມະດາ".
ມີຄົນເຈັບທີ່ ຕ້ອງການເລືອດ ຢູ່ຈໍານວນຫລາຍ ຍ້ອນການເກີດອຸບັຕເຫດ ການຜ່າຕັດໃຫຍ່ ແມ່ຍິງອອກລູກ ຜິດປົກກະຕິ ເດັກນ້ອຍຂາດເລືອດ ຂາດສານອາຫານ ຊຶ່ງຖ້າບໍ່ມີເລືອດ ກໍຈະບໍ່ສາມາດ ປີ່ນປົວໃຫ້ດີໄດ້. ການບໍຣິຈາກ ເລືອດ ໃນທຸກວັນນີ້ ມີຂໍ້ຈໍາກັດ ຫລາຍຍ້ອນວ່າ ຜູ້ບໍຣິຈາກເລືອດ ມີຄວາມຈໍາກັດ ແລະກໍມີຫລາຍ ປັຈຈັຍ ທີ່ເຮັດໃຫ້ການ ບໍຣິຈາກເລືອດ ບໍ່ປະສົບ ຜົລສໍາເຣັດ.
ປັຈຈຸບັນ ທາງອົງການ ກາຊາດລາວ ໄດ້ມີການຈັດ ຝຶກອົບຮົມ ແລະເຜີຍແຜ່ ກ່ຽວກັບການ ບໍຣິຈາກເລືອດ ແລະການຮັບ ບໍຣິຈາກເລືອດ ຕາມສຖານທີ່ ຕ່າງໆ. ແຕ່ເລືອດທີ່ໄດ້ ຮັບນັ້ນ ກໍບໍ່ພຽງພໍ ກັບຄວາມຕ້ອງການ ຂອງຄົນເຈັບ ໃນແຕ່ລະວັນ. ດຣ. ເຕ ກ່າວຕໍ່ໄປວ່າ:
"ການປຸກຣະດົມ ບໍຣິຈາກເລືອດ ເພື່ອວ່າເຮັດແນວໃດ ໃຫ້ມີເລືອດ ພຽງພໍ ປອດພັຍ ຕອບສນອງທັນເວລາ ຕື່ມເຂົ້າໄປ ພ້ອມນີ້ແມ່ນ ເປີດຮັບ ບໍຣິຈາກເລືອດ ຕາມ ສະຖານທີ່ຕ່າງໆ ເກືອບວ່າແທບທຸກວັນ ແຕ່ວ່າ ເລືອດທີ່ພວກເຮົາ ໄດ້ຮັບນັ້ນ ມັນກໍຍັງບໍ່ ພຽງພໍ ກັບຄວາມຕ້ອງການ ທີ່ຈໍາເປັນໃນແຕ່ ລະວັນ".
ດຣ. ເຕ ກ່າວສລຸບວ່າ ການໃຫ້ຂໍ້ມູນ ຂ່າວສານ ແກ່ກຸ່ມເປົ້າໝາຍ ເຮັດໃຫ້ ກຸ່ມເປົ້າໝາຍ ມີຄວາມເຂົ້າໃຈ ແລະເຫັນເຖິງຄວາມ ສໍາຄັນຂອງການ ບໍຣິຈາກເລືອດ ແຕ່ ການໃຫ້ຂໍ້ມູນ ທີ່ຖືກຕ້ອງນັ້ນ ຍັງບໍ່ທົ່ວເຖິງ ເຮັດໃຫ້ການ ບໍຣິຈາກເລືອດ ບໍ່ປະສົບຄວາມ ສໍາເຣັດ ເທົ່າທີ່ຄວນ.