ຮ່າງກົດໝາຍຕໍ່ຕ້ານໂຣຄ AIDS ຢູ່ລາວ
2010.06.23
ກອງປະຊຸມ ສະມາຊິກ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 9 ຊຸດທີ 6 ໃນວັນທີ 23 ມິຖຸນາ 2010 ນີ້ ໄດ້ພິຈາຣະນາ ປະກອບຄໍາເຫັນ ເພື່ອຜ່ານຮ່າງ ກົດໝາຍ ຕໍ່ຕ້ານໂຣກເອດສ. ໃນນັ້ນມີຜູ້ແທນ ບາງທ່ານ ໄດ້ສະແດງ ຄວາມຄິດຄວາມເຫັນ ໃນບາງຂໍ້ ກົດໝາຍ ໃຫ້ຮັດກຸມແລະ ຈະແຈ້ງຫລາຍຂຶ້ນ. ທ່ານ ກິແກ້ວ ໄຂຄໍາພິທູນ ສະມາຊິກ ສະພາແຫ່ງຊາດ ນະຄອນຫລວງ ວຽງຈັນກ່າວວ່າ:
"ຂ້າພະເຈົ້າ ຂໍສເນີວ່າ ຕ້ອງປັບປຸງວ່າ ກົດໝາຍສະບັບນີ້ ກໍານົດຫລັກການ ຣະບຽບມາຕການ ກ່ຽວກັບການ ສະກັດກັ້ນຂ້າຖີ້ມ ການກັ້ນພະຍາດ ຕົວທີສອງ ກ່ຽວກັບການຄຸມ ຂອງຣັຖ ຕໍ່ວຽກງານດັ່ງກ່າວ ເພື່ອເຮັດວຽກງານ ໃຫ້ຍືນ ມີປະສິດທິຜົລ ຫລຸດຜ່ອນການຕິດເຊື້ອ HIV ແລະ ເປັນພຍາດເອດສ".
ຮ່າງກົດໝາຍ ຕໍ່ຕ້ານໂຣກເອດສ ໄດ້ຮັບ ການພິຈາຣະນາ ແກ້ໄຂ ຊຶ່ງກອງ ປະຊຸມສະພາ ກໍານົດຮັບຜ່ານ ໃນວັນທີ 23 ມິຖຸນານີ້. ຮ່າງກົດໝາຍ ຕໍ່ຕ້ານໂຣກເອດສ ປະກອບດ້ວຍ 12 ພາກ 69 ມາຕຣາ. ແຕ່ລະພາກ ແຕ່ລະມາດຕຣາ ກໍານົດຣະບຽບ ຫລັກການ ການສະກັດກັ້ນ ການຕ້ານເຊື້ອ HIV ການກັນພຍາດ ການຄຸ້ມຄອງ ຕິດຕາມວຽກງານ ຂອງເຈົ້າໜ້າທີ່ ດໍາເນີນການສຶກສາ ອົບຮົມ ໃຫ້ປະຊາຊົນ ໂດຍເນັ້ນ ໃສ່ປະຊາຊົນ ບັນດາເຜົ່າຊົນ ໃນທົ່ວ ປະເທດລາວ.
ບັນຫາໂຣກເອດສ ແລະການຣະບາດ ຂອງເຊື້ອ HIV ໃນປະເທດລາວ ຖືວ່າຂຍາຍຕົວ ຢ່າງວ່ອງໄວ ໂດຍສະເພາະ ໃນປະຊາຊົນ ຜູ້ຂາດຄວາມຮູ້ ແລະບໍ່ມີການ ສຶກສາ ໃນຫລາຍ ແຂວງຂອງລາວ. ຄົນຕິດເຊື້ອ HIV/AIDS ໃນສັງຄົມລາວ ມີຈໍານວນເພີ່ມ ຂຶ້ນຢ່າງເຫັນໄດ້ ຈະແຈ້ງໃນລະຍະ 5 ປີ ຜ່ານມາຊຶ່ງ ກອງປະຊຸມສະພາ ໄດ້ໃຫ້ຄວາມສໍາຄັນ ຮັບຜ່ານຮ່າງ ກົດໝາຍ ເພື່ອຈະໄດ້ ປະກາດໃຊ້ ໂດຍໄວ.
ຂໍ້ມູນຈາກ ສູນຕ້ານເອດສ ນະຄອນຫລວງວຽງຈັນ ຣະບຸວ່າ ຕັ້ງແຕ່ປີ 2005 ມາ ພົບຜູ້ຕິດເຊື້ອ HIV/AIDS ປະມານ 6 ພັນຄົນ ໃນທົ່ວປະເທດ. ແລະຜູ້ບໍ່ກ້າ ອອກມາກວດຫາເຊື້ອ ກໍຄາດວ່າມີ ຫລາຍຮ້ອຍຄົນ ຊຶ່ງອາຈເປັນ ຍ້ອນບໍ່ຮູ້ຈັກ ຫລືຢ້ານກົວ ບໍ່ກ້າໄປກວດ ກໍເປັນໄດ້.