ສວັນນະເຂຕ-ມຸກດາຫາຣ ຮ່ວມຄວບຄຸມໄຂ້ຫວັດໝູ
2010.05.13
ສຳນັກງານ ສາທາຣະນະສຸຂ ແຂວງສວັນນະເຂຕ ແລະ ມຸກດາຫາຣ ໄດ້ຮ່ວມກັນລົງນາມ ໃນບັນທຶກ ຂໍ້ຕົກລົງຫລື MOU ດ້ານຄວາມຮ່ວມມື ເຝົ້າຣະວັງ ປ້ອງກັນ ແລະ ຄວບຄຸມກາຣ ຣະບາດຂອງໂຣຄ ໄຂ້ຫວັດໃຫຍ່ ເພື່ອບໍ່ໃຫ້ແພ່ ຣະບາດ ພ້ອມກັບເປັນກາຣ ສ້າງຄວາມສະດວກ ໃນກາຣຮັກສາ ຜູ້ປ່ວຍໃນ 2 ແຂວງ ພາຍຫລັງທີ່ ພົບເຫັນມີຄົນປ່ວຍ ໃນຂົງເຂຕ ໃນຣະຍະທີ່ ຜ່ານມາ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງມຸກດາຫາຣ ໄດ້ກ່າວວ່າ:
“ເນື້ອຫາສຳຄັນ ກໍຄືຣະບົບກາຣ ເຝົ້າຣະວັງ ກາຣດູແລຮັກສາ ກາຣຊ່ວຍເຫລືອກັນ ໃນກາຣໃຫ້ຄວາມ ເບິ່ງແຍງຜູ້ປ່ວຍ ໄຂ້ຫວັດຫມູ 2009 ກັບເຣື່ອງຂອງກາຣ ເຝົ້າຣະວັງໂຣຄ ໂດຽກາຣສົ່ງ ຂໍ້ມູລດ້ວຍກາຣ ໃຊ້ຣະບົບ “ໄອທີ” ມາຈັບ”.
ພ້ອມດຽວກັນນີ້ ຍານາງກໍວ່າ ຕລອດຣະຍະ ຜ່ານມາ ທາງກາຣກ່ຽວຂ້ອງ ທັງແຂວງມຸກດາຫາຣ ແລະ ສວັນນະເຂຕ ກໍໄດ້ມີກາຣ ຮ່ວມມື ໃຫ້ຄວາມຊ່ວຍ ແລະໃຫ້ກາຣ ສນັບສນູນ ຊຶ່ງກັນແລະກັນມາ ຢ່າງຕໍ່ເນື່ອງ, ແຕ່ດ້ວຍສາເຫຕ ທີ່ມີເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນ AH1N1 ໄດ້ແພ່ຣະບາທ ໃນກຸ່ມ ປະຊາຊົນ ທັງສອງຝ່າຍ ທີ່ເປັນພັຍຂົ່ມຂູ່ ຕໍ່ສຸຂພາວະ ຕາມພື້ນທີ່ຕ່າງໆ ຫລາຍຂຶ້ນ ຈຶ່ງຕ້ອງໄດ້ໃຫ້ ມີກາຣ ປະສານງານ ແລະເພີ່ມທະວີ ດ້ານຄວາມຮ່ວມມື ຣະຫວ່າງກັນໃຫ້ ຫລາຍກວ່າເກົ່າ ຕາງເປັນກາຣເຝົ້າ ຣະວັງໃຫ້ຫລາຍ ເພີ່ມຂຶ້ນ.