ດ່ານພາສີຫ້ວຍຊາຍ ແລະ ດ່ານຂອງໄທ ກວດກາ ສະກັດກັ້ນ ໃຄຫີນປອມ

ດ່ານພາສີຫ້ວຍຊາຍ ຂອງລາວຄາດວ່າ ສະລ່າຍປອມ ຫລືວ່າໄຄທະເລປອມ ບໍ່ສາມາດເຂົ້າໄປ ໃນລາວໄດ້ ຍ້ອນວ່າ ດ່ານພາສີຂອງໄທ ກວດກາຢ່າງເຂັ້ມງວດ.
ສົມເນ
2009.08.27

ເຈົ້າໜ້າທີ່ດ່ານພາສີ ເມືອງຫ້ວຍຊາຍວ່າ,  ການທີ່ພໍ່ຄ້າໄທ ຈະນໍາເອົາ ໃຄທະເລປອມ ຈາກເມືອງຈີນ ເຂົ້າມາຂາຍ ໃນເມືອງລາວນັ້ນ ຄົງເປັນໄປບໍ່ໄດ້ ເພາະວ່າ ດ່ານພາສີຂອງໄທ ກວດກາຢ່າງເຂັ້ມງວດຢູ່ແລ້ວ. ດັ່ງທ່ານໄດ້ກ່າວ ກັບເອເຊັຽເສຣີວ່າ:

"ຕາມຊາຍແດນ ມັນໜ້າຈະມາບໍ່ໄດ້ ເພາະວ່າມັນເຂົ້າ ຢູ່ກັບ ສຸນລະກາກອນໄທ ສຸນລະກາກອນໄທ ມັນອາດຈະກວດດີ ຢູ່ແລ້ວ, ຢູ່ດ່ານ ຊຽງຂອງ. ໃນເວລານັ້ນ ຖ້າຫາກວ່າເຂົາ ເກີດຫ້າມຢູ່ນີ້ ສິນຄ້າລັກລອບໂຕນີ້ ມັນອາດຈະເຂົ້າ ຢູ່ແຖວຊຽງແສນ."

ນັກຂ່າວເອເຊັຽເສຣີ ໄດ້ສອບຖາມເຣື້ອງນີ້ ນໍາເຈົ້າໜ້າທີ່ດ່ານພາສີ ເມືອງຫ້ວຍຊາຍ ຂອງລາວຍ້ອນວ່າ ອົງການອາຫານ ແລະຢາຂອງໄທ ໄດ້ກວດເຫັນ ໃຄທະເລປອມ ທີ່ນໍາເຂົ້າຈາກ ປະເທດຈີນ ແລະຫ້າມບໍ່ໃຫ້ ຂາຍກັນຢູ່ໃນ ແຂວງຊຽງຮາຍ.

ໃຄທະເລປອມ ນີ້ອາດສົ່ງໄປຂາຍ ຢູ່ໃນລາວກໍເປັນໄດ້. ລາຍງານຈາກທ້ອງຖິ່ນ ຂອງໄທນັ້ນວ່າ ໃຄທະເລປອມ ທີ່ວ່ານີ້ມີສານ ປລັສຕິກ ປົນເຈືອຢູ່ນໍາຊຶ່ງ ອາດມີອັນຕຣາຍ ແກ່ສຸຂພາບຂອງ ຜູ້ບໍຣິໂພກ.

ທາງຫ້ອງການ ອາຫານແລະຢາ ຂອງໄທລົງໄປກວດຫາ ສິນຄ້າປະເພດນີ້ ຢູ່ຕາມຮ້ານຂາຍເຄື່ອງ ຕ່າງໆແລ້ວໄດ້ສົ່ງ ຕົວຢ່າງໄປໃຫ້ ກົມວິທຍາສາດ ການແພດກວດກາ ແລະ ວິຈັຍຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.