ບັນຫາ ພະຍາດ ເຕົ້າໂຮມເລືອດ
2009.05.20
ພະຍາດ ເຕົ້າໂຮມເລືອດ ຍັງເປັນບັນຫາ ໜັກໜ່ວງ ໃນປະເທດລາວ ຊຶ່ງສົ່ງຜົລ ເຮັດໃຫ້ສັດລ້ຽງ ງົວຄວາຍລົ້ມຕາຍ ແລະຄົນກໍ ຕິດເຊື້ອນໍາດ້ວຍ. ແລະເມື່ອບໍ່ນານ ມານີ້ ທາງການລາວ ກໍໄດ້ອອກຂ່າວ ເຕືອນຫ້າມ ປະຊາຊົນ ບໍຣິໂພກ ຊີ້ນງົວຄວາຍ ທີ່ຕາຍຍ້ອນ ພະຍາດ ເຕົ້າໂຮມເລືອດ.
ດຣ. ຄໍາສອນ ສີວັນທອງ ເຈົ້າໜ້າທີ່ ບໍຣິຫານ ສັຕວະແພດ ໜ່ວຍວິຈັຍ ພະຍາດສັດ ໃນນະຄອນຫລວງ ວຽງຈັນ ກ່າວກ່ຽວກັບ ເລື້ອງນີ້ ຕອນນຶ່ງວ່າ:
ບໍ່ວ່າລາວ ຫລືໄທ ຍັງເປັນເລື້ອງ ໄພຂົ່ມຂູ່ເນາະ ມັນບໍ່ແມ່ນ ແຕ່ນະຄອນ ຫລວງວຽງຈັນ ຢູ່ໃນ ຊົນນະບົດ ກໍເກີດຕົວນີ້ ແຕ່ຊ່ວງໃດ ທີ່ພວກເຮົາໄດ້ ທໍາວິໃຈ ສີດວັກຊີນ ໄດ້ດີ ມັນກໍບໍ່ເກີດ ກໍຖືວ່າ ປະເທດລາວ ກໍເປັນປະເທດ ທີ່ຍັງມີເຊື້ອ ຕົວນີ້ ຢູ່ເນາະ.
ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ພະຍາດ ເຕົ້າໂຮມເລືອດ haemorrhagy ເປັນພະຍາດທີ່ ມັກເກີດໃນຊ້ວງ ຣະດູຝົນ ກັບສັດລ້ຽງ ງົວຄວາຍ ໃນທົ່ວປະເທດ ລາວ ແຕ່ບໍ່ທັນຖືກ ຖືວ່າຢູ່ໃນ ຂັ້ນຣະບາດ ຫາກເກີດຂຶ້ນໃນ ຫລາຍພື້ນທີ່ ເນື່ອງຈາກວ່າ ສັດລ້ຽງງົວຄວາຍ ບໍ່ໄດ້ຮັບການ ສັກຢາກັພະຍາດ.
ໂຣກເຕົ້າໂຮມເລືອດ ຊຶ່ງມັກເກີດ ກັບງົວຄວາຍ ໄດ້ງ່າຍນັ້ນ ບໍ່ສາມາດ ຣະບາດຈາກຄົນ ສູ່ຄົນ ແຕ່ກໍຫ້າມ ປະຊາຊົນ ກິນຊີ້ນງົວຄວາຍ ທີ່ຕິດເຊື້ອໂຣກ ນັ້ນຢ່າງເດັດ ຂາດ ເພາະຈະເຮັດໃຫ້ ເປັນໂຣກ ຂີ້ຖອກທ້ອງ ຢ່າງໄວວາ ແລະຮ້າຍແຮງ.
ແລະເລື້ອງ ຜົລກະທົບຕໍ່ ປະຊາຊົນນັ້ນ ເຈົ້າໜ້າທີ່ລາວ ທ່ານນີ້ບອກວ່າ ຈະເປັນບັນຫາ ປາກທ້ອງຫລາຍກວ່າ ຖ້າຫາກວ່າ ງົວຄວາຍ ຕິດເຊື້ອພະຍາດ ເຕົ້າໂຮມ ເລືອດ ປະຊາຊົນ ກໍຈະສູນເສັຽ ສັດລ້ຽງ ໄວ້ເຮັດນາ ໄວ້ເປັນອາຫານ:
ສໍາລັບສັດນີ້ ມັນເປັນແລະ ກໍຖືວ່າ ເປັນອັນຕະລາຍ ສໍາລັບສັດ ຖືວ່າລາວ ປະເທດລາວ ຖືວ່າເປັນ ພະຍາດນໍ້າເບີ 1ເນາະ ທີ່ທໍາລາຍ ເສຖກິດ ຂອງລາວ ທໍາລາຍສັດ ທໍາລາຍ ເສຖກິດ ຂອງລາວ.
ເຂດທີ່ມີການ ເຝົ້າຣະວັງ ເປັນພິເສດ ຄືເຂດແຂວງ ທີ່ໃຫຍ່ ໂດຍສະເພາະ ແຂວງຕິດຕໍ່ ຊາຍແດນ ປະເທດເພື່ອນບ້ານ ຊຶ່ງເມືອງ ໄຊທານີ ໃນເຂດ ນະຄອນຫລວງ ວຽງຈັນ ກໍພົບວ່າ ມີສັດລ້ຽງ ງົວຄວາຍ ເປັນພະຍາດ ເຕົ້າໂຮມເລືອດ ຈໍານວນຫລວງຫລາຍ.