ຜູ້ຕິດເຊື້ອໂຣກ HIV/AIDS ແຂວງບໍຣິຄໍາໄຊ

ແຂວງບໍຣິຄໍາໄຊ ກວດພົບຜູ້ ຕິດເຊື້ອໂຣກ HIV/AIDS ແລ້ວ 31 ຄົນ ໃນການລົງ ສໍາຣວດ ເມື່ອບໍ່ນານ ມານີ້.
ຈະເຣີນສຸກ
2010.08.27

ອົງການ ເອກກະຊົນ ດ້ານ ສາທາຣະນະສຸຂ Save Children ຂອງ ສວີເດັນ ປະຈໍາແຂວງ ບໍຣິຄໍາໄຊ ລົງສໍາຣວດ ຜູ່ປ່ວຍຕິດເຊື້ອໂຣກ HIV/AIDS ແລະ ພົບວ່າ ມີຜູ່ຕິດ ເຊື້ອໂຣກແລ້ວ ຊຶ່ງບາງຄົນ ໄດ້ເຂົ້າຮັບ ການຮັກສາ ໃນຂນະທີ່ ບາງຄົນ ຍັງບໍ່ຮັບ ການຮັກສາ ຍ້ອນຍັງອາຍ ແລະ ບໍ່ກ້າເຂົ້າກວດ ໃນນອກຈາກນັ້ນ ບາງຄົນ ຍັງບໍ່ຮູ້ ກ່ຽວກັບເຊື້ອໂຣກ ດັ່ງກ່າວຊໍ້າ. ທ່ານ ພອນງາມ ສີຣິພັກດີ ເຈົ້າໜ້າທີ່ ຈາກອົງການ Save Children Sweden ກ່າວວ່າ:

“ພວກເຮົາ ຄວບຄຸມໂຣກຢູ່ ບໍລິຄໍາໄຊ ພວກເຮົາ ມາຮອດ ປັດຈຸບັນ ພວກມີຜູ້ຕິດເຊື້ອ 31 ຄົນ. ປະຊາຊົນເຮົາ ເຂົ້າໄປໄທ ຫລາຍ ແລະ ມີອາການ ສ່ຽງນໍາເຊື້ອ ແລະ ຕິດເຊື້ອ ເພາະວ່າ ຕາມຄໍາສັມພາດ ຂອງພວກເຮົາ ໄປໄທແດ່ ໄປວຽດນາມແດ່”

ທ່ານກ່າວຕໍ່ໄປວ່າ ການສໍາຣວດ ມີຂຶ້ນ ໃນຣະຫວ່າງ ເດືອນ 2 ຫາ ທ້າຍເດືອນ 7 ຂອງປີ 2010, ແລະ ພົບວ່າ ບັນຫາພຍາດເອດສ໌ ແລະ ຜູ້ຕິດເຊື້ອ ເປັນບັນຫາໃຫຍ່ ໃນແຂວງ ບໍຣິຄໍາໄຊ ເຊັ່ນກັນ ເພາະມີບາງຄົນ ໄປເຮັດວຽກ ໃນປະເທດ ເພື່ອນບ້ານ ຈົນຕິດເຊື້ອ ກັບມາ ຊຶ່ງບາງຄົນ ແພ່ເຊື້ອອອກໄປ ຍັງສາມີ ຫລື ພັລຍາ ຂອງຕົນ ເຮັດໃຫ້ ເຊື້ອໂຣກ ດັ່ງກ່າວ ຍິ່ງແພ່ຣະບາດ ອອກໄປໃນ ວົງກ້ວາງ.

ຈໍານວນ ຜູ້ທີ່ຕິດເຊື້ອ ທັງໝົດ 31 ຄົນ ໃນນັ້ນ ເຄິ່ງນຶ່ງ ເປັນຜູ້ຕິດ ສະເພາະ ເຊື້ອ HIV ແຕ່ອີກ ຈໍານວນນຶ່ງ ເປັນໂຣກເອດສ໌ ເຕັມຂັ້ນ. ໃນຈໍານວນ ຜູ້ປ່ວຍໂຣກເອດສ໌ ນັ້ນ 5 ຄົນ ມີອາການໜັກ ທີ່ໜ້າເປັນຫ່ວງ ສ່ວນທີ່ເຫລືອ ຍັງໃຊ້ຊີວິດ ໄດ້ຕາມ ປົກກະຕິ.

ຜູ້ປ່ວຍ 31 ຄົນ ສ່ວນໃຫຍ່ ກັບຄືນບ້ານ ແລະ ປິ່ນປົວ ດ້ວຍຢາພື້ນເມືອງ ແຕ່ກໍມີບາງຄົນ ໄປຮັບການ ປິ່ນປົວ ທີ່ສູນຕ້ານເອດສ໌ ທີ່ນະຄອນ ຫລວງວຽງຈັນ. ເຖິງແມ່ນວ່າ ແຂວງບໍລິຄໍາໄຊ ຈະບໍ່ແມ່ນ ແຂວງໃຫຍ່ ທີ່ມີການ ເຂົ້າ-ອອກ ຂອງປະຊາຊົນ ຫລາຍຄື ຈໍາປາສັກ ແລະ ສວັນນະເຂດ ແຕ່ວ່າມີ ປະຊາຊົນ ສ່ວນໃຫຍ່ ໄປຫາເຮັດວຽກ ຢູ່ຕ່າງປະເທດ ຈົນຕິດພຍາດ ດັ່ງກ່າວ ກັບມາບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.