7 ຄົນເສັຍຊີວິດ ຍ້ອນໄຂ້ເລືອດອອກ ໃນແຂວງພາກໃຕ້

ພະຍາດໄຂ້ເລືອດອອກ ກໍາລັງຣະບາດໜັກ ຢູ່ທີ່ແຂວງສາຣະວັນ ແລະ ແຂວງເຊກອງ ຂອງລາວ ແຕ່ຕົ້ນເດືອນພຶສພາ ເປັນຕົ້ນມາ.

ກະ​ແສ​ຂ່າວ ​ທ້ອງ​ຖິ່ນ ຣາຍງານ ​ໂດຍ​ອ້າງ​ອິງ​ໃສ່ ຣາຍງານ ຂອງ​ຫ້ອງການ ບໍຣິຫານ​ວຽກງານ ວິຊາ​ການ ຜ​ແນ​ກ ສາທາຣະນະ​ສຸກ ​ແຂວງ​ສາຣະວັນ ​ວ່າ ພະຍາດ​ ໄຂ້​ເລືອດ​ອອກ ​ໄດ້ຣະບາດໜັກ ຢູ່​ເຂດ​ ເທດສະບານ​ເມືອງ ສາຣະວັນ ​ແລະ ​ເມືອງ ຄົງ​ເຊ​ໂດນ ​ເລີ່​ມ​ແຕ່​ ຕົ້ນ​ເດືອນ​ພຶ​ສພາ ມາ ​ເຮັດ​ໃຫ້​ມີ ​ຜູ້​ເສັຽຊີວິດ​ 7 ຄົນ ​​ໃນຈໍານວນ ​ຜູ້​ຕິດ​ເຊື້ອ 166 ຄົນ.

ແລະ ​ວ່າ ພາກສ່ວນ ​ສາທາຣະນະ​ສຸກ ​ໄດ້​ຈັດ​ສົ່ງ ​ແພດໝໍ ລົງ​​ໄປ​ຊ່ວຍ ​ປິ່ນປົວ ຜູ້​ຕິດພະຍາດ ​ດັ່ງກ່າວ ຢ່າງ​ຮີບ​ດ່ວນ ຢູ່​ເຂດ​ ເມືອງ​ຄົງ​ເຊ​ໂດນ ​ເມືອງ​ສາຣະວັນ ​ເມືອງ​ວາປີ​ຄໍາ​ທອງ​ ແລະ ​ເມືອງ​ເລົ່າ​ງາມ, ຊຶ່ງ​ເປັນ​ເຂດ ​ທີ່​ມີ​ຄວາມ​ສ່ຽງສູງ ​ໃນ​ການຣະບາດ​ ຂອງ​ເຊື້ອ​ພະຍາດ​ ໄຂ້​ເລືອດ​ອອກ.

ໃນ​ນັ້ນ ​ໄດ້​ມີ​ ການ​ຜົ່ນຢາ ກໍາຈັດ​ ຍຸງ​ລາຍ, ປຸກຣະດົມ ​ປະຊາຊົນ ​ໃຫ້​ເອົາ​ໃຈ​ໃສ່ ​ເຣື້ອງການ​ອະນາ​ໄມ ທໍາ​ຄວາມ​ສະອາດ ຕາມ​ບ້ານ​ເຮືອນ-ຄຸ້ມ​ບ້ານ ​ເພື່ອ​ກໍາຈັດ ໜອນນໍ້າ ​ແລະ ​ແຫ​ລ່ງ​ເພາະ​ພັນ ຂອງ​ຍຸງ​ລາຍ ​ເຊັ່ນ ຕະຄອງ-ຮ່ອງ​ນໍ້າ-ບວກ​ບຶງ-​ແອ່ງ​ນໍ້າ, ​​ບ່ອນ​ມີ​ ນໍ້າ​ຂັງ ຕ່າງໆ.

ສ່ວນ ຢູ່​ແຂວງ​ເຊ​ກອງ ກໍ​ມີ​ ການ​ແຜ່ຣະບາດ​ ຂອງພະຍາດ​ ໄຂ້​ເລື​ອດອອກ ​ເຊັ່ນ​ກັນ ​ແຕ່​ໂຊກ​ດີ ບໍ່​ມີ​ຜູ້​ເສັຽຊີວິດ​. ຈໍານວນ​ ຜູ້​ຕິດ​ເຊື້ອ​ ທີ່​ກວດ​ພົບ ຢູ່ເມືອງ​ທ່າ​ແຕງ ທັງໝົດ 42 ກໍຣະນີ.  ພະຍາດ ​ໄຂ້​ເລືອດ​ອອກ ​ເຣີ່ມປາກົດ​ຕົວ ຫລາຍ​ຂຶ້ນ ​ມາແຕ່​ຕົ້ນ​ປີ ​​ທີແລ້ວ ​ແລະ ​ມີ​ການ​ເພີ່ມຂຶ້ນ ​ໃນ​ແຕ່ລະ​ເດືອນ. ດັ່ງ​ນັ້ນ ທາງ​ການ​ເມືອງ ຈຶ່ງ​ໄດ້​ປະສານ ​ສົມທົບ ກັບ​ສະຖານີ​ໄຂ້ຍຸງ​ ​ແຂວງ​ເຊ​ກອງ ​ເພື່ອ​ສະກັດ​ກັ້ນ ​ບໍ່​ໃຫ້ ​ແຜ່​ລາມ ​ໄປ​ຫລາຍ​ ກວ່າ​ນີ້ ​ໂດຍ​ມີ​ການ​ລົງ​ສໍາຣວດ ໜອນນໍ້າ​ ​​ແລະ ແຈກ​ຢາຍ​ ຢາຂ້າໜອນນໍ້າ ​ທັງ​ຍ້ອມ​ມຸ້ງ ​ໃຫ້​ປະຊາຊົນ ​ໃນໝູ່ບ້ານ​ຕ່າງໆ ທີ່​ມີ​ຄວາມ​ສ່ຽງ ຕໍ່​ການ​ແຜ່ຣະບາດ ​ຂອງ​ໄຂ້​ເລືອດ​ອອກ.

ພ້ອມ​ດຽວກັນ ກໍ​ມີ​ການ​ຕຽມອອກ ​ຜົ່ນຢາ ​ເພື່ອ​ກໍາຈັດ ​ຍຸງ​ລາຍ ​ແລະ ປຸກຣະດົມ​ ໃຫ້​ປະຊາຊົນ ​ເອົາ​ໃຈ​ໃສ່-​ຣະວັງ ພະຍາດ​ ໄຂ້​ເລືອດ​ອອກ ນໍາ​ດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org