ໄຂ້ເລືອດອອກ ຍັງແພ່ຂຍາຍໃນລາວ
2010.09.23

ກົດຟັງສຽງ
ລາຍງານລ້າສຸດ ໃນວັນທີ 22 ກັນຍາ ວ່າ ຈໍານວນ ຜູ້ຕິດເຊື້ອ ໄຂ້ເລືອດອອກ ມີທັງໝົດ 15,000 ຄົນ ຮ່ວມທັງມີ ຜູ້ເສັຽຊີວິດ 40 ຄົນ ໃນທົ່ວປະເທດ. ສໍາລັບປີນີ້ ມີຄົນເຈັບ ເພີ້ມຂື້ນ ຈາກລາຍງານ ຂອງກະຊວງ ສາທາຣະນະສຸຂ ທີ່ເປີດເຜີຽ ໃນວັນທີ່ 28 ສິງຫາ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ໃນທົ່ວປະເທດ 14,659 ຄົນ ຮ່ວມທັງຜູ້ ເສັຽຊີວິດ 39 ຄົນ.
ສໍາລັບ ໃນນະຄອນຫລວງ ວຽງຈັນ ລ້າສຸດ ລາຍງານວ່າ ມີ 2,000 ຄົນຕິດເຊື້ອ ໄຂ້ເລືອດອອກ ຮ່ວມທັງ 4 ຄົນ ເສັຽຊີວິດ ໃນປີນີ້. ກະຊວງ ສາທາຣະນະສຸຂ ວ່າ ເພື່ອຄວບຄຸມ ການແຜ່ລະບາດ ຂອງເຊື້ອ ໄຂ້ເລືອດອອກ ກໍມີແຕ່ ກໍາຈັດຍຸງ ໂດຍກໍາຈັດ ແຫ່ລງນໍ້າຄ້າງ ບ່ອນທີ່ຍຸງລາຍ ໄຂ້ໃສ່ ແລະ ຜົ່ນສານເຄມີ ໃສ່ບໍຣິເວນ ທີ່ເຊື້ອໂຣກ ລະບາດ.
ຂ່າວທາງການ ຂອງລາວວ່າ ປັດຈຸບັນ ມີການ ປຸກລະດົມ ໃນທົ່ວປະເທດ ເພື່ອຕໍ່ສູ້ກັບ ເຊື້ອໂຣກນີ້ ໂດຍທໍາຄວາມ ສະອາດຄອງ ລະບາຍ ນໍ້າໂສໂຄກ ກໍາຈັດຂີ້ເຫຍື່ອ ຢູ່ໃນເຂດ ທີ່ມີຄົນຢູ່ ອາໄສໜາແໜ້ນ ບ່ອນທີ່ຍຸງລາຍ ມັກໄຂ້ໃສ່ ແລະ ຂະຫຍາຍພັນ. ທໍາຄວາມສະອາດ ຢູ່ຕາມໂຮງຮຽນ ໂຮງໝໍ ຫໍພັກ ນັກຮຽນ ນັກສືກສາ ທໍາຄວາມ ສະອາດຕາມ ໂຮງຈັກ ໂຮງງານ ເປັນຕົ້ນ.
ວິທີການນື່ງອີກ ໃນການຫລຸດຜ່ອນ ຄວາມສ່ຽງ ຕິດເຊື້ອໂຣກນີ້ ຕ້ອງຫລີກລຽງ ບໍ່ໃຫ້ຍຸງກັດ ເພາະວ່າ ຍຸງລາຍໂຕແມ່ Aedes ທີ່ຕິດເຊື້ອໂຣກ ນັ້ນເປັນໂຕນໍາ ເຊື້ອໂຣກ ໄປຕິດຕໍ່ ໃສ່ຄົນອື່ນ ໃນເວລາກັດຄົນ. ເພື່ອບໍ່ໃຫ້ຍຸງກັດ ໃນເວລານອນ ກໍຕ້ອງນອນໃນມຸ້ງ. ໃນເວລານັ່ງ ຢູ່ນອກບ້ານນອກເຮືອນ ກໍຕ້ອງນຸ່ງ ສົ່ງຂາຍາວ ໃສ່ເສື້ອແຂນຍາວ ຈະເປັນການດີ ຫລືຖ້າມີຢາ ປ້ອງກັນຍຸງ ກໍໃຊ້ຢາສີດ ໃສ່ແຂ່ງຂາ. ການແຜ່ລະບາດ ຂອງເຊື້ອໂຣກ ໄຂ້ເລືອດອອກ ໃນລາວ ກໍຖືວ່າ ຢູ່ໃນສະພາບ ຮ້າຍແຮງແລ້ວ ແຕ່ເມື່ອທຽບໃສ່ ການແຜ່ລະບາດ ໃນປີ 2003 ກໍຖືວ່າ ນ້ອຍກ່ວາ.